ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບຸນສະຫວັນ ສຸວັນນະສິງ - ທ່າເດື່ອແຫ່ງຄວາມຫຼັງ (ຄາຣາໂອເກ)


ບຸນສະຫວັນ ສຸວັນນະສິງ
ບຸນສະຫວັນ ສຸວັນນະສິງ
ລິງໂດຍກົງ

ສະບາຍດີ​ແຟນລາຍການສຽງເພງຈາກແດນໄກທຸກໆທ່ານໃນ​ລາຍການ​ສຽງ​ເພງ​ຈາກ
​ແດນ​ໄກ​ໃນຄ່ຳຄືນ ທາງ​ເຮົາ​ຈັດ​ໃຫ້​ຕາມ ຂໍ້ຄວາມທີ່​ທ່ານ​ຜູ້ຟັງ ທີ່ຂຽນຂໍ້ຄວາມ​ໄວ້​ໃນ
websiteຂອງ VOA ພວກ​ເຮົາ ມີ​ຫຼາຍໆ​ທ່ານ​ທີ່​ຄອຍ​ເປັນ​ກຳລັງ​ໃຈ​ແລະ​ໃຫ້ຄວາມ​
ຄິ​ດ​ເຫັນ​ຕ່າງໆ​ນາໆ ​ໃນ​ການ​ສ້າງສັນ​ແລະ​ຕິ​ຊົມ​ມາ​ທາງ​ເຮົາ ຂໍ​ນ້ອມ​ກາບ​ຮັບ​ເອົາ​ໄວ້
​ທຸກໆ​ຄຳຕິ​ຊົມ ​ເພື່ອ​ຈະ​ໄດ້​ປັບປຸ​ງ​ໃຫ້ດີ​ຂຶ້ນ​ກ່ວາ​ເກົ່າ​ແລະ​ຈະ​ບໍ່​ວ່າ​ກັນ​ເດັດຂາດ​ເຈົ້າ​
​ເພງ ທ່າ​ເດື່ອ​ແຫ່ງ​ຄວາມ​ຫຼັງ​ ເປັນ​ຜົນງານ​ເພງ​ຂອງ​ສິນ​ລະ​ປິນໜຸ່ມລາວ​ຈາກ
ອອສ​ເຕ​ຣ​ເລຍ ບຸນສະຫວັນ ສຸວັນນະສິງ​ ທີ່​ຫາ​ກໍສົ່ງມາໃຫ້ຍັງສົດໆຮ້ອນໆຢູ່ເລີຍ
ກະຕ້ອງຂໍຂອບໃຈນໍາ ບຸນສະຫວັນ ​ແລະສິນລະປິນລາວໃນຕ່າງແດນທີ່ຄອຍ
ພະຍາຍາມເກັບຮັກສາເພງລາວ ໄວ້​ນຳຜົນງານເພງອຳມະຕະຂອງລາວ ມາຈັດທຳ
ໃໝ່ ເພື່ອໃຫ້ຊາວລາວໄດ້ຮັບຟັງກັນແລະຮັບຊາບເຖິງຄວາມອຸດົມສົມບູນຂອງ
ພາສາລາວທີ່ ບັນດາ​ນັກ​ປະພັນ​ໄດ້​ກັ່ນ​ກອງເນື້ອຮ້ອງ​ອອກ​ມາ​ເປັນ​ເພງ ຂໍ​ຈັດໃຫ້ທຸກໆ
​ທ່ານ ທີ່ຮັກ​ເພງ​ລາວ​ແລະ​ກໍຍັງ​ຈະຮັກ​ເພງ​ລາວ ຕໍ່ໆ​ໄປ ຕາບ​ນານ​ເທົ່າ​ນານ…

ບຸນສະຫວັນ ສຸວັນນະສິງ​-​ທ່າ​ເດື່ອ​ແຫ່ງ​ຄວາມ​ຫຼັງ

ເພງ​ທີ່​ສອງ​ນີ້ ຂໍ​ຫຼິ້ນ​ເພງມ່ວນໆຈາກ​ສິນລະປິນ​ລາວ ​ໃນ​ຝຣັ່ງ​ ວັງ​ເງິນ ​ໃນ​ບົດ​ເພງ
“ບໍ່​ອາດ​ຈະ​ລືມ ”…ຟັງ​ເພງ​ນີ້​ແລ້ວ ກໍ​ຢ່າ​ໄດ້​ລືມ​ກັນລະ…ກັບ​ມາ​ຟັງ​ເພງ​ກັບ​ວັນນະ
​ສອນ​ອີກ ​ໃນ​ອາທິ​ດໜ້າ ຖ້າທ່ານ​ໃດ​ຍັງ​ບໍ່​ເຄີຍ​ຂຽນ​ເຂົ້າ​ມາ ​ກໍ​ຂໍ​ເຊີນ​ເລີຍ ​ເພາະ​ຈະ​
ໄດ້​ຈັດ​ເພງ​ໃຫ້​ຖືກ​ໃຈ…​ເອົາໄປ​ຟັງ​ເພງ​ມ່ວນໆ​ພ້ອມໆ​ກັນ​ເລີຍ...



ຂໍ​ຝາກສິນ​ລະປິນ ບຸນສະຫວັນ ສຸວັນນະສິງ ​ໄວ້ກັບ​ທ່ານ​ຜູ້​ຟັງ​ອີກ​ຕື່ມ​ຄົນ​ນຶ່ງ ​ແລະ​ວ່າ
ຫຼາຍໆ​ທ່ານ​ຄົງ​ຈະ​ໃຈ​ກວ້າງ​ແລະ​ເປີດ​ຮັບຜົນງານ​ເພງຂອງ​ຜູ້ກ່ຽວ…ຈັ່ງໃດ ກະ​ຄົນ​ລາວ
​ເຮົາ​ດ້ວຍ​ກັນ...ຮັກ​ຫໍ່ໂຮມກັນ​ໄວ້​ນັ້ນ​ລະດີ…

ຂໍ​ໃຫ້​ຊ່ອນ​ເປັນ​ກຳລັງ​ໃຈ​ແລະ​ສົ່ງ​ເສີມ​ຊຶ່ງ​ກັນ​ແລະ​ກັນ…ພ້ອມ​ນີ້ ບຸນສະຫວັນ
ສຸວັນນະສິງ
ກໍ​ຂໍ​ຝາກ​ຄວາມ​ຮັກ ຄວາມ​ຄິດ​ເຖິງ ມາ​ກັບ​ເພງ​ນີ້ ​ແດ່​ທ່ານ​ຜູ້​ຟັງ​ທຸກໆທ່ານ
ດັ່ງ​ຄວາມ​ໝາຍ​ຂອງ​ເພງ​ນີ້ “​ຝາກ​ເພງ​ແທນ​ໃຈ” ພົບ​ກັນ​ໃໝ່ ​ໃນ​ສັບປະດາ​ໜ້າ
​ແລະ​ຂໍ​ໃຫ້​ທຸກໆ​ທ່ານ​ນອນ​ຫຼັບ​ຝັນ​ຫວານ.
XS
SM
MD
LG