ສະບາຍດີ ທ່ານຜູ້ຟັງທີ່ຮັກແພງທຸກໆທ່ານ ທາງສະຫະລັດ
ອະເມຣິກາ ກໍໄດ້ປ່ຽນລະດູການມາເປັນ Spring ຫຼືວ່າ
ລະດູບານໃໝ່ ຊຶ່ງກໍກົງກັບວັນທີ 20 ມີນາ 2-3 ມື້ ຜ່ານມາ
ນີ້ເອງ ປີນີ້ຖືໜາວນານກວ່າ ປົກກະຕິ ປະຈຸບັນນີ້ ຍັງມີລົມ
ໜາວພັດເຂົ້າມາເລື້ອຍໆ ແລະວ່າອາທິດໜ້າກໍຍັງຈະໜາວ
ຢູ່ ຫິມມະຫາກໍເຊົາຕົກວັນຈັນຜ່ານມານີ້ເອງ ວັນນະສອນ
ກໍເລີຍເປັນຫວັດ ສຽງບໍ່ຄ່ອຍຫວານ ກໍທົນໆຟັງ ເອົາໃຈ
ຊ່ອຍໆກັນໄປເນາະ…ເພງຄູ່ທີ່ຈະຫຼິ້ນໃຫ້ຟັງຕໍ່ໄປນີ້ເປັນ
ຜົນງານເພງຂອງສິນລະປິນຄົນເກັ່ງ ດີເດັ່ນຂອງສປປ ລາວ ເປັນທັງນັກຮ້ອງ
ນັກປະພັນ ຜູ້ກຳກັບການຖ່າຍທຳmusic video ເຈົ້າຂອງຜົນງານເພງສາວອາ
ພອນລາວTar-A’Pect ທີ່ຮ້ອງຄູ່ກັບ Alexandra ທິດາວັນ ບຸນຊ່ວຍທີ່ຫາ
ກໍໄດ້ຮັບລາງວັນດວງຈຳປາ ປະເພດເພງປ໊ອປ ດີເດັ່ນ ທີ່ທາງເຮົາກໍໄດ້ນຳສະເໜີ
ຜົນງານເພງໄປແລ້ວໃນເມື່ອບໍ່ດົນມານີ້. ເອົາໄປຟັງເພງຂອງທັງຄູ່ “ເຈົ້າໄດ້ບໍ່?”
…ເຊີນຮັບຟັງໄດ້.
ສາວຜີວຄ້ຳ ນ້ຳສຽງ ທີ່ໄດ້ສະເໜີຊື່ເຂົ້າຊີງລາງວັນດວງຈຳປາ ອີກຄົນນຶ່ງ ກໍແມ່ນເຈົ້າ
ຂອງເພງ “ສາວປາກເຊ…ຄອຍບ່າວວຽງຈັນ” ທີ່ສິນລະປິນສາວ ແສງດາວວີ
ຂັບຮ້ອງໄດ້ກິນໃຈເຫຼືອເກີນ ແລະວ່າ ໜຸ່ມໆບ່າວວຽງຈັນ ທັງຫຼາຍ ພໍໄດ້ຟັງເພງນີ້
ແລ້ວ ກໍຢ່າໄດ້ຕົວະລະ ຮີບກັບໄປຫາສາວປາກເຊ ຕາມຄຳໝັ້ນສັນຍາ ທີ່ໄດ້ໃຫ້ໄວ້
ເອົາຂໍມອບໃຫ້ທຸກໆທ່ານ ໂດຍສະເພາະໜຸ່ມວຽງຈັນ ຢ່າໄດ້ເວົ້າຫຼິ້ນ ເວົ້າຕົວະເດີ.
ສາວປາກເຊລໍຖ້າຢູ່ ເອົາເຊີນໄປຟັງພ້ອມໆກັນເລີຍວ່າ ການລໍຄອຍຂອງສາວປາກເຊ
ຈະເປັນຢ່າງໃດ.
ສ່ວນເພງສຸດທ້າຍນີ້ ມີທຳນອງຄ້າຍໆກັບເພງຢາດນ້ຳຝົນ ຢົດນ້ຳຕາຂອງອາຈານ
ສ. ແສງສິຣິວັນ ທີ່ໄດ້ມີຫຼາຍໆສິນລະປິນນຳມາຂັບຮ້ອງ ແຕ່ວ່າ ຄັ້ງນີ້ໄດ້ເນື້ອເພງໃໝ່
ທີ່ມີຄວາມໝາຍດີ ຊຶ່ງຈະເຮັດໃຫ້ຄົນລາວທີ່ໄດ້ພັດພາກຈາກບ້ານເກີດເມືອງນອນ
ໄປຢູ່ຕ່າງປະເທດໃນທົ່ວທຸກມຸມໂລກ ຈະໄດ້ຫວນກັບຄືນໄປຢາມບ້ານ ຖ້າມີໂອກາດ.
ເອົາຂໍມອບເພງ “ຝາກເພງເຖິງພີ່ນ້ອງລາວ” ນີ້ ທີ່ຂັບຮ້ອງໂດຍ ສິນລະປິນ
ອະນຸສອນ ໄພຍະສິດ ມາຂັບຮ້ອງ ພົບກັນໃໝ່ໃນອາທິດໜ້າ ນອນຫຼັບຝັນດີ.