ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເພງ ຕະຫຼອດ​ໄປ ເປັນເພງຫວານ ທີ່ຮ້ອງປະສານສຽງໂດຍ ກະຕ່າຍ ​ແລະ​ແພ ​


ກະຕ່າຍ ​ແລະ​ແພ ​
ກະຕ່າຍ ​ແລະ​ແພ ​

ສະບາຍ​ດີ​ແລະ​ຍິນ​ດີ​ຕ້ອນຮັບ​ທ່ານ​ຜູ້​ຟັງ​ເຂົ້າ​ສູ່​ລາຍການ​ສຽງ​ເພງ
​ຈາກ​ແດນ​ໄກ​ໃນ​ຄ່ຳຄື​ນສຸດທ້າຍຂອງເດືອນພະຈິກ ແລະວ່າຄືນນີ້
ວັນນະສອນ ຂໍ​ນຳ​ເພງ Pop ຂອງ​ລາວ​ມາສະ​ເໜີ​ທ່ານ ຊຶ່ງ​ເພງ
​ທຳ​ອິດ​ນີ້ ​ເປັນ​ເພງ​ຄູ່ ທີ່​ຮ້ອງ​ປະສານ​ສຽງ​ກັນ​ລະຫວ່າງ ກະຕ່າຍ
ແລະ​ແພ ​ໃນ​ບົດ​ເພງ ຕະຫຼອດ​ໄປ ຊຶ່ງ​ວັນນະ​ສອນ​ຄິດ​ວ່າ ​ໂດນໃຈ
​ໄວ​ຮຸ້ນ​ເປັນ​ທີ່​ສຸດ…ຢ່າ​ລໍ​ຊ້າ​ ຂໍເຊີນ​ໄປ​ຮັບ​ຟັງ​ພ້ອມໆ​ກັນ​ເລີຍ…

ເພງຕໍ່​ໄປ​ນີ້ ຂໍ​ເອົາ​ໃຈຄົນ​ຮັກ​ເພງຣ໊ອກ ທີ່​ເປັນ​ແຟນ​ເພງ​ຂອງ​ກຸ່ມ​ສິນລະ​ປິນຝຣັ່ງຫົວ​ໃຈ​ລາວ ຢ່າງ ວົງ ULUVUS ຊຶ່ງຄັ້ງນີ້ ​ວົງ ULUVUS ໄດ້​ນຳ​ສະ​ເໜີບົດ​ເພງຣ໊ອກທີ່​ເປັນ​ພາສາ​ອັງກິດ ປະສົມລາວ ວັນນະ​ສອນ​ວ່າ ກໍ​ດີ​ແລ້ວ​ທີ່​ພວກ​ທ່ານ​ຜູ້​ຟັງ​ຈະ​ໄດ້​ຫັດ​ຮ້ອງ ອອກ​ສຳນຽງ​ພາສາ
ອັງກິດ​ໃຫ້​ຖືກຕ້ອງ...ເພງ​ນີ້ ມີ​ຊື່ວ່າ “True Friends” ຫຼື​ວ່າ​ເປັນ​ຊື່ໃນ​ພາສາ​ລາວ​ວ່າ “ເພື່ອນ​ທີ່​ຈິງ​ໃຈ” ຈາກ​ຊຸດ​ທຳ​ອິດ​ຈົນ​ມາ​ຮອດ​ປະຈຸ​ບັນ​ນີ້ ວົງ ULUVUS ກໍ​ຍັງຄອງ​ຢູ່​ໃນ​ຫົວ​ໃຈ​ຄົນ​ລາວ​ທີ່​ຮັກ​ເພງຣ໊ອກສະ​ເໝີ​ມາ ​ແລະ​ຂໍ​ໃຫ້ຂະ​ຫຍັນ​ສ້າງຜົນງານ​ດີໆ ອອກ​ມາ​ໃຫ້​ພວກ​ເຮົາ​ໄດ້​ຟັງ​ອີກ...ແລະເປັນ​ທີ່​ຮັກ​ຂອງວົງການ​ເພງ​ລາວຕະຫຼອດ​ໄປ...ຕາບ​ນານ​ເທົ່າ​ນານ.

​ຂໍ​ອຳ​ລາ​ທ່ານ​ດ້ວຍ​ເພງ​ນີ້ ການ​ເວລາ ຂໍ​ມອບ​ໃຫ້​ຜູ້​ຟັງ​ຈາກ ອອສ​ເຕຣ​ເລຍ ທ່ານ ພອນ​ລະ​ວຸດ ຄຸນ​ສະມາ​ທອງ ທີ່ ຂຽນຜ່ານທາງfacebook ​ເຂົ້າ​ມາ ​ແລະ​ວ່າ ຂໍ​ຟັງ​ເພງ​ຫຍັ​ງກໍ​ໄດ້​ແລະ​ຂໍ​ມອບໃຫ້ແກ່​ທ່ານ​ຜູ້​ຟັງ​ທີ່​ກຳລັງ​ຮັບຟັງລາຍການ VOA ນີ້ຢູ່ ທຸກໆທ່ານ​ເລີຍ...ວັນນະສອນ​ກໍ​ເລີຍ ຂໍ​ມອບ​ເພງ ການ​ເວລາ ຂອງ​ວົງ Metallic ຂອງ​ຄ້າຍ​ເພງ Indee ຫວັງ​ວ່າ ​ເພງ​ທີ່​ຈັດ​ໃຫ້​ ຄົງ​ຈະ​ຖືກ​ໃຈ​ຂອງ​ທ່ານ​ຜູ້​ຟັງ ບໍ່ຫຼາຍກໍໜ້ອຍ ແລະກໍຢ່າລືມກັບມາ​ພົບກັບວັນນະສອນ ພ້ອມດ້ວຍສຽງເພງມ່ວນໆໃນລາຍການສຽງເພງຈາກແດນໄກຂອງ VOA​ໃນທຸກໆຄ່ຳຄືນ
ວັນອາທິດ. ​ຂໍໃຫ້ທຸກໆ​ທ່ານນອນ​ຫຼັບ​ຝັນ​ດີ.

XS
SM
MD
LG