ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເພງ Speak Softly Love ຂັບ​ຮ້ອງ​ Andy Williams


ສິນ​ລະ​ປິນ Taylor Swift
ສິນ​ລະ​ປິນ Taylor Swift

ໃນລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ​ວີ​ໂອ​ເອ ໃນ​ຄ່ຳ​ຄືນ​ວັນ​ອາທິດມື້ນີ້ ວັນນະ​ສອນ​
ມີ​ເພງອາ​ເມຣິກັນ​ ແນວ classic ມາ​ໃຫ້​ທ່ານ​ຟັງອີກ ສຳລັບ​ສັບປະດາ​ໜ້າ ວັນ​ນະ​ສອນ
ມີ​ເພງ​ມ່ວນໆ ໃໝ່ໆ​ມາ​ຝາກ​ທີ່​ຜູ້​ຟັງ​ອີກ. ກະ​ລຸ​ນາ​ຄອຍ​ຕິດ​ຕາມ.

ສະບາ​ຍດີ​ທຸກໆທ່ານ ນັ້ນ​ແມ່ນ​ເພງ​ແນວ Classic ຂອງ Andy Williams ທີ່ຂັບ
​ຮ້ອງ​ເພງ Speak Softly Love ທີ່​ທຸກ​ຄົນຫວນ​ຫາຢາກ​ຟັງ ເພາະ​ເປັນ​ເພງ​ທີ່​ຫາ​
ຟັ​ງໄດ້​ຍາກ. ວັນ​ນະ​ສອນ ​ຕັ້ງ​ໃຈ​ມາ​ຈັດ​ໃຫ້​ທ່ານ​ຜູ້​ຟັງ​ທີ່​ໜ້າ​ຮັກ​ຂອງວີ​ໂອ​ເອ...ເອົາໄປ​
ຟັງ​ເພງແນວ Classic ອີກ​ຕື່ມ​ເພງ​ນຶ່ງ ວັນ​ນະ​ສອນ​ວ່າ ເພງ​ນີ້ ໄດ້​ຟັງ​ແລ້ວ ຊຶ້ງ​ກິນ​ໃຈ
ເລີຍ​ລະ...I'd Love You To Want Me ຂອງ Lobo.

ກັບ​ມາ​ຟັງ​ເພງ​ສາ​ກົນມ່ວນໆກັບ​ພວກ​ເຮົາ​ອີກ​ໃນ​ລຍ​ການ​ສຽງ​ເພງ​ຈາກ​ແດນ​ໄກ​
ຂອງວີ​ໂອ​ເອ ໃນ​ຄ່ຳ​ຄືນ​ວັນ​ອາ​ທິດ​ທ້າຍ​ສັບ​ປະ​ດາ ຂໍເລີ້ມ​ດ້ວຍ​ເພງຫວານໆ​ ນັກ​
ຮ້ອງ​ສິນ​ລະ​ປິນ ນັກ​ຮ້ອງ ນັກ​ດົນ​ຕີ​ແລະ​ນັກ​ແຕ່ງ​ເພງ ທີ່​ເປັນ​ຕຳ​ນານ ທີ່​ມີ​ຄວາມ
​ສາ​ມາດເກັ່ງ​ກາດ​ຄົນ​ນຶ່ງ​ຂອງວົງ​ການ​ເພງ​ໃນ​ສະ​ຫະ​ລັດ ແລະ​ແນ່ນອນ​ທຸກ​ໆທ່ານຮູ້
​ຈັກ ຖ້າ​ໄດ້​ຍິນ​ສຽງ​ຂອງ​ຜູ້​ກ່ຽວ​ແລ້ວ ເອົາ​ລອງ​ໄປ​ຟັງ ເພງ​ພ້ອມໆ​ກັນ​ເລີຍ. ຈັ່ງ​ໃດ
ກໍໄ​ດ້​ຟັງ​ເພງ​ແນວ Classic ມາ​ແລ້ວ ວັນ​ນະ​ສອນ ຂໍ​ປິດ​ທ້າຍລາຍ​ການ​ດ້​ວຍ​ເພງ
ແນວ​ນີ້ ອີກ​ຕື່ມ​ເພງ​ນຶ່ງ ດ້ວຍ​ເພງ Love Me Tender ແຕ່​ສະ​ບັບ​ນີ້​ເປັນ​ຂອງ
Cliff Richard ເພາະ​ວ່າ ເພາະ​ຕົ້ນ​ສະ​ບັບ​ທີ່​ຂັບ​ຮ້ອງ​ໂດຍ Elvis Presley ນັ້ນ​
ແມ່ນ​ປີ 1956 ມ່ວ​ນ​ທັງ​ສອງ​ແບບ​ເລີຍ ເອົາ​ຖ້າ​ທ່ານ​ຜູ້​ຟັງ​ມັກ​ເພງ​ແນວ​ໃດ ແລະ
​ຢາກ​ໃຫ້ທາງ​ເຮົາ​ດ້ວຍ ຂໍໃຫ້ທ່ານຜູ້ຟັງຈົ່ງນອນຫຼັບຝັນດີ ແລະພົບກັນໃໝ່
ໃນສັບປະດາໜ້າ.

XS
SM
MD
LG