ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Adele ນັກຮ້ອງປະກອບສ່ວນ ໃນຮູບເງົາ ເລື່ອງ Skyfall ໃນຊຸດ James Bond.


Adele ໃນພິທີມອບລາງວັນ Grammy Awards ປະຈຳປີ ຄັ້ງທີ
59 ທີ່ສູນກາງ Staples Center ໃນວັນທີ 12 ກຸມພາ 2017, ທີ່ນະຄອນ Los Angeles.
Adele ໃນພິທີມອບລາງວັນ Grammy Awards ປະຈຳປີ ຄັ້ງທີ 59 ທີ່ສູນກາງ Staples Center ໃນວັນທີ 12 ກຸມພາ 2017, ທີ່ນະຄອນ Los Angeles.

ສບາຍດີ ​ໃນ​ຄໍ່າ​ຄືນ​ນີ້ ວັນນະ​ສອນຈະ​ພາ​ທ່ານ​ຜູ້​ຟັງ​ຂ້າມ​ນໍ້າ ຂ້າມ​ທະ​ເລ​ມາ​ຟັງ​ເພງ
​ສາກົນ ຢູ່​ທີ່​ອາ​ເມຣິກາພີ້ ໃນ​ວັນອາທິດ 26 ທ້າຍ​ເດືອນ​ພະຈິກມື້ນີ້ ຂໍ​ເລີ່​ມດ້ວຍ​ເພງ
​ຂອງ​ນັກ​ຮ້ອງ​ທີ່​ມີນ້ຳ​ສຽງ​ສຸດ​ພະລັງ Adele ​ເຈົ້າ​ຂອງຫຼາຍໆ​ລາງວັນ ຊຶ່ງ​ເປັນສິນລະ
ປິນ​ສາວ​ຈາກ​ອັງກິດ ​ເພງນີ້​ເປັນ​ເພງ​ປະກອບ​ຮູບເງົາ​ທີ່​ຊື່​ສຽງ​ກ້ອງ​ໂລກ ທີ່ເກືອບ​ວ່າ​
ທຸກ​ຄົນ ຮູ້​ຈັກ James Bond 007 ​ແຕ່​ຄັ້ງ​ນີ້ ມີ​ຊື່​ເລື່ອງວ່າ Skyfall ດັ່ງ​ຊື່​ຂອງ​ເພງ​ນີ້​
ເລີຍ.

ສ່ວນ​ເພງ When I Was Your Man ​ນີ້ ກໍ​ແມ່ນ​ຜົນງານ​ອີກ​ເພງ​ນຶ່ງ​ຂອງ Bruno
Mars ທີ່​ໄດ້​ສະ​ແດງ​ອອກ​ຊຶ່ງ​ຄວາມ​ສາມາດ​ຂອງ​ນ້ຳ​ສຽງ​ອັນ​ມີ​ພະລັງ​ຂອງ​ນັກ​ຮ້ອງ
​ໜຸ່ມ ເພງ​ນີ້ ມີ​ຄວາມ​ໝາຍ​ເສົ້າ​ທີ່​ຄ່ຳ​ຄວນ​ຫາ​ຄົນຮັກ ຊຶ່ງຕອນ​ນີ້ ມັນ​ໄດ້​ຈົບ​ລົງ​ໄປ​ແລ້ວ
ຄົງ​ເຫຼືອ​ໄວ້​ແຕ່​ຄວາມ​ຈົງ​ຈຳ​ທີ່​ເຈັບ​ປວດ ​ແລະ​ໄດ້​ແຕ່​ຄຳ​ນຶງ​ເຖິງ​ຊ່ວງ​ເວລາ​ທີ່ເຄີຍ
​ມີ​ໂອກາດ ​ແຕ່​ບໍ່​ໄດ້​ເຮັດ…ບັດ​ນີ້ ມັນ​ກໍ​ຄົງ​ເປັນ​ພຽງ​ຄວາມ​ຊົງ​ຈຳ​ເທົ່າ​ນັ້ນ ດັ່ງ​ຄວາມ​
ໝາ​ຍຂອງເພງນີ້…ທີ່ວ່າຕອນ​ທີ່​ຂ້ອຍ​ເຄີຍ​ເປັນ​ຜູ້​ຊາຍ​ຂອງ​ເຈົ້າ.

ຂໍ​ສົ່ງ​ທ່ານ​ຜູ້​ຟັງ​ເຂົ້າ​ນອນ ດ້ວຍ​ເພງ​ຂອງ​ວົງ Chicago ​ໃນ​ບົດ​ເພງ​ທີ່​ກາຍ​ມາ​ເປັນ​
ຕຳນານ​ໄປ​ແລ້ວ ​ Hard to Say I'm Sorry - Get Away ຊຶ່ງ​ເພງ​ນີ້ ຄົງ​ຈະ​ເຮັດ​ໃຫ້
​ຫຼາຍໆ​ທ່ານ​ຄິດ​ເຖິງ​ອະດີດ ​ແລະ​ຫວນ​ຄິດເຖິງ​ ຄວາມ​ຫວານ​ຊື່ນ​ໃນ​ຄັ້ງ​ເກົ່າໆ ພົບ​ກັນ​ໃໝ່​
ໃນ​ສັບປະດາໜ້າ.

XS
SM
MD
LG