ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລຳວົງ​ປີ​ໃໝ່ - ສິດທິ​ພອນ ສຸວັນນະ​ສຸກ ​


ສິດທິ​ພອນ ສຸວັນນະ​ສຸກ ​
ສິດທິ​ພອນ ສຸວັນນະ​ສຸກ ​

ນັ້ນ​ແມ່ນເພງ ລຳວົງ​ປີ​ໃໝ່ ທີ່ຂັບ​ຮ້ອງ​ໂດຍ​ນັກ​ຮ້ອງ ນັກ​ດົນຕີ ຄຸນ​ນະພາ​ບຈາກ​ສປປ ລາວ ສິດທິ​ພອນ ສຸວັນນະ​ສຸກ ​ແລະປະພັນ​ໂດຍ ດຣ. ກາບ​ແກ້ວ ສຸວັນຣາສີ ຊຶ່ງວັນນະ​ສອນ ຂໍ​ຈັດ​ໃຫ້ແຟນລາຍການ​ສຽງ​ເພງ​ຈາກ​ແດນ​ໄກ ທີ່​ຄອຍ​ຕິດຕາມ​ຮັບ​ຟັງ VOA ທຸກໆທ່ານ ​ແລະ​ເພງ​ນີ້​ຊ່າງ​ເໝາະ​ສົມ​ເຂົ້າ​ກັບ​ບັນຍາກາດ​ໃນ​ຊ່ວງ​ນີ້ ​ເພາະວ່າ ພວກ​ເຮົາຫາ ກໍ​ສະຫຼອງວັນ​ປີ​ໃໝ່​ສາກົນ ຫວ່າງ​ມໍ່ໆ​ມາ​ນີ້ ​ແລະ​ແນ່ນອນ ​ເພງ​ນີ້ ຈະ​ພາ​ໃຫ້​ທ່ານ​ຜູ້​ຟັງ​ອອກ​ມາ​ຟ້ອນ​ລຳວົງ​ຮ່ວມກັນ ​ແລະ​ກໍ​ຫວັງ​ວ່າ ວັນນສອນ ຄົງ​ໄດ້​ມີ​ໂອກາດ ​ໄປ​ຮ່ວມ​ມ່ວນ​ຊື່ນ ​ແລະ​ຟ້ອນ​ລຳວົງ​ນຳ​ກັບພວກ​ທ່ານ…

ວັນນະ​ສອນ ວ່າ ​ແຟນລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ຊ່າງ​ເປັນ​ຜູ້​ໂຊກ​ດີ ​ເພາະວ່າ ມີ​ຂ່າວດີ ມີ​ເພງ​ໃດ​ໃໝ່ໆ ​ແລະ​ມ່ວນ​ໆ ວັນນະ​ສອນ ກໍ​ຈະ​ນຳ​ມາ​ຈັດ​ມອບ​ໃຫ້ທ່ານ
​ຜູ້​ຟັງ ຈັດ​ມອບ​ໃຫ້ຊາວ​ລາວ​ໃນ​ທົ່ວ​ໂລກ ​ໄດ້​ຮັບ​ຟັງ​ກັນ ຜົນງານ​ເພງ​ຂອງ​ເຈົ້າ​ຄຳ​ຜາຍ ກຸນ​ລະ​ວຸດທ໌ ນີ້ ຍັງ​ເປັນ​ທີ່​ປະ​ທັບ​ໃຈ ​ໃນ​ເນື້ອ​ຮ້ອງ ​ແລະ​ເພງນີ້ ສິດທິ​ພອນ ​ໄດ້​ນຳ​ຂຶ້ນ​ມາ​ຈັດ​ທຳ​ໃໝ່ ​ເຮັດ​ໃຫ້ ຫຼາ​ຍໆ​ທ່ານ​ທີ່​ເຮັດ​ຫົວ​ໃຈ​ຫຼົ່ນ​ໄວ້ແຖວນ້ຳ​ຄານ ຫຼວງ​ພະ​ບາງ​ພຸ້ນ ​ໄດ້​ລະ​ລຶກ​ເຖິງ​ອະດີດ​ທີ່​ຫວານ​ຊຶ້ງ ​ເອົາ​ໄປ​ຟັງ​ເພງ​ນີ້​ກັນ​ກ່ອນ​ວ່າ ຈະມ່ວນຂະໜາດ​ໃດ ທີ່​ໃນ​ບົດ​ເພງ
ຝາກ​ຮັກສາ​ວ​ແຄມ​ຄານ.

ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ກໍ​ຍັງ​ຢືນຢັນ​ວ່າ ຍັງ​ຈະ​ສືບ​ຕໍ່ສົ່ງ​ເສີມ ​ແລະ​ສະໜັບສະໜຸນສິນລະປິນ​ທຸກໆ​ຄົນ​ທີ່​ຮັກສາ​ແລະສ້າງຜົນງານ​ເພງ​ລາວ​ໃໝ່ໆ​ອອກ​ມາ​ໃຫ້​ພວກ​ເຮົາ ​ໄດ້​ຮັບ​ຟັງ​ກັນ​ຢູ່​ສະ​ເໝີ…ຂໍເປັນແຮງໃຈອີກຕື່ມຄົນນຶ່ງ ​ຂໍ​ອຳ​ລາ​ທ່ານ​ດ້ວຍ
​ເພງ​ຂອງ​ໃໝ່​ຂອງ​ສິດທິ​ພອນ ​ເພາະ​ຫາ ກໍ​ໄດ້​ຮັບ​ມື້​ເຊົ້າ​ນີ້…​ແລະ​ຂໍ​ໃຫ້​ເພງ ​ເດືອນ​ເພັງ ​ນີ້ ​
ເປັນ​ສາຍໃຍ​ຜູກ​ພັນ​ຊຶ່ງ​ກັນ​ແລະ​ກັນ ທັງ​ຜູ້​ຈັດ​ລາຍການ ​ແລະ​ຜູ້​ຟັງ

XS
SM
MD
LG