ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເພງ ​ເຊ​ລະ​ນອງ ນີ້ ຄົງເຮັດໃຫ້ທ່ານຜູ້ຟັງ ຮັບເອົາຊື່ ສິລິພອນ ສີປະເສີດ ສິນລະປິນໜ້າໃໝ່ ເຂົ້າໃນໃຈ ຂອງທ່ານຜູ້ຟັງ


ສິລິພອນ ສີປະເສີດ
ສິລິພອນ ສີປະເສີດ

ສະບາຍດີ​ທຸກໆທ່ານ ​ແລະ​ກັບ​ມາ​ພົບ​ກັນ​ອີກ​ເຊັ່ນ​ເຄີຍ ​
ໃນ​ລາຍການສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ​ໃນ​ທຸກໆຄໍ່​າຄືນ
ວັນ​ອາທິດຫວັງ​ວ່າ​ທຸກໆທ່ານຄົງ​ຈະ​ມ່ວນຊື່ນ ສຸກ​ສະບາຍດີຕາມ
​ເດີມ ​ເພງ “​ເຊ​ລະ​ນອງ” ຈາກນ້ຳສຽງໃສໆ ຂອງສິນລະປິນໜ້າໃໝ່​
ໃນວົງການເພງລາວ ສິລິພອນ ສີປະເສີດ ຊຶ່ງວັນນະສອນ ກໍຕ້ອງ
ຂໍຂອບໃຈ​ທ່ານກ່ອງ​ປະກັນ ຣາຊພົນ ທີ່ສົ່ງ​ມາ​ໃຫ້​ຟັງ ວັນນະ​ສອນ
ກໍ​ເລີຍ​ອົດ​ບໍ່​ໄດ້​ຕ້​ອງ​ແບ່ງປັນ ​ໃຫ້​ແຟນລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ທຸກ​ທ່ານໆ ​ໄດ້​ຟັງ​ຮ່ວມ​ກັນ ​ຂໍ​ຂອບ​ໃຈ ທ່ານ​ກ່ອງ​ປະກັນ ອີກຄັ້ງນຶ່ງ ທີ່​ມີ​ນ້ຳ​ໃຈ ແລະຫວັງວ່າ ຜົນງານຮວມຊຸດ
ຂອງນັກຮ້ອງສິລິພອນ ສີປະເສີດ ສາວນ້ອຍຄົນນີ້ ຄົງມີອອກວາງຂາຍໃນໄວໆນີ້ ແລະກໍຂໍ
ຝາກຜົນງານດີໆແລະເພງມ່ວນໆ ຂອງ​ສາວ​ນ້ອຍ​ຄົນ​ນີ້​ໄວ້​ກັບ​ທ່ານ​ຜູ້​ຟັງ​ອີກ​ຕື່ມ​ຄົນ​ນຶ່ງ.
ຂໍ​ເຊີນ​ໄປ​ຟັງ​ເພງ ເຊ​ລະ​ນອງ ພ້ອມໆ​ກັນ​ເລີຍ.

ວັນນະ ​ສອນ ຂໍ​ແນະນຳ​ເພງ​ແນວ​ໃໝ່ ປະສົມ​ປະສານ ທັງ​ພາສາ​ລາວ​ແລະ​ອັງກິດ ຊຶ່ງ​ຖື​ວ່າ​ເປັນ​ທີ່​ນິຍົມ​ຂອງ​ພວກ​ເດັກນ້ອຍ​ລາວ​ໃນ​ຕ່າງ​ແດນ ທີ່ເກີດ​ແລະເຕີບ​ໃຫຍ່​ໃນ​ຕ່າງປະ​ເທດ ​ແຕ່​ກໍ​ບໍ່​ໄດ້​ປະລະ​ພາສາ​ແມ່ ຮາກ​ເຫງົ້າ​ຂອງ​ຕົວ​ເອງ ​ຈຶ່ງ​ມັກ​ຈະ​ແຕ່ງ​ເພງ​ທີ່​ປະສົມ​ປະສານ​ທັງ​ສອງ​ພາສາ ຂໍ​ເຊີນ​ໄປ​ຟັງ​ເພງ “​ເຊີນ ຊາ ລາ ລາ” ພ້ອມໆ​ກັນ​ເລີຍ ທີ່​ສິນລະປິນ​ລາວ​ຈາກ ກາ​ນາ​ດາ ລິນ​ດາ ອິນ​ທະ​ວົງ ​ເປັນ​ຄົນ​ແຕ່ງ​ແລະ​ຮ້ອງ​ເອງ ຊຶ່ງ​ເພງ​ນີ້ ຮ້ອງ​ປະສານ​ກັນ​ກັບ ສິນລະປິນໜຸ່ມ Noy Chanthala ຈາກ North Carolina ​ໃນ​ແນວ​ເພງຮິບຮອບ...

please wait

No media source currently available

0:00 0:04:31 0:00
ລິງໂດຍກົງ

ເພງສຸດ​ທ້າຍນີ້ ຂໍມອບ​ເພງ ປູ່ຈັນ ​ໃຫ້​ທ່ານ​ຜູ້​ຟັງ ​ໄດ້​ຮັບ​ຟັງ​ກັນ ຊຶ່ງເພງ​ນີ້ມີ​ຄວາມ​ໝາຍ​ດີ ​ແລະ​ຜູ້​ພັນ ກັບ​ຜູ້ຄົນທີ່​ມີ​ເຊື້ອ​ສາຍ​ລາວ ຊຶ່ງສະບັບ​ນີ້ ​ເປັນ​ການ​ຮ້ອງ​ຄູ່ ​ແບບ​ພື້ນໆ ມີ​ພຽງ​ແຕ່
ກິ​ຕ້າ​ອາ​ຄຸ​ສຕິກ ​ແລະ​ຂຸ່ຍ ຊຶ່ງ​ເຮົາ​ຈະ​ໄດ້​ຍິນ​ສຽງ​ສົດໆ​ຂອງ​ສິນລະປິນ ສອງ​ທ່ານ​ນີ້ ເທີ ​ເດັກ​ບ້ານ​ນາ ກັບ ​ກິ ດ່ອງ ຖ້າ​ຜູ້​ໃດມີ​ສິນລະປິນ ​ໃນ​ດວງ​ໃຈ ຢູ່​ໃສ​ກໍ​ຕາມ​ແຕ່ ທີ່​ຮ້ອງ​ເພງ​ລາວ ​ແລ້ວ ກະລຸນາ​ສົ່ງ​ຂ່າວ​ມາ​ຫາ​ທາງ​ເຮົາ​ດ້ວຍ. VOA ກໍ​ຍັງ​ຄົງຈະ​ດຳ​ເນີນ​ສືບ​ຕໍ່​ສົ່ງ​ເສີມ ສິນລະປິນລາວ​ໃນ​ທົ່ວ​ທຸກ​ມຸມ​ໂລກ. ຂໍ​ໃຫ້​ທຸກໆ​ທ່ານ​ນອນ​ລັບ ຝັນ​ຫວານ ​ແລະ​ພົບ​ກັນ​ໃໝ່ ​ໃນ​ສັບປະດາ​ໜ້າ.

XS
SM
MD
LG