ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສີລາວົງ ແກ້ວ - ທ່າແຂກນຶ່ງໃນອານາ


ທ່ານ ສີລາວົງ ແກ້ວ
ທ່ານ ສີລາວົງ ແກ້ວ

ສະບາ​ຍດີ​ທຸກໆທ່ານ ກັບ​ມາ​ຟັງ​ເພງມ່ວນໆກັບ​ວັນນະ​ສອນອີກ​ໃນ​ລາຍການ​ສຽງ​ເພງ​
ຈາກ​ແດນ​ໄກ​ຂອງ VOA ເຊັ່ນ​ເຄີຍ ​ໃນທຸກໆ​ຄໍ່າ​ຄືນ​ວັນ​ອາທິດ ຟັງ​ເພງ​ໄປ ຜ່ອນຄາຍ
​ອາລົມ​ໄປ​. ຖ້າ​ທ່ານ​ໃດ ຍັງ​ບໍ່​ທັນ​ໄດ້​ມີ​ໂອກາດ​ຂຽນ​ເຂົ້າ​ມາ​ຂໍ​ຟັງ​ເພງ​ຫຼື​ໂອ້​ລົມ​ກັນ​ແລ້ວ​ນັ້ນ
ກໍ​ຢ່າ​ຟ້າວ​ລີ​ລໍ ​ໃຫ້​ຂຽນ​ເຂົ້າ​ມາ​ເລີຍ ​ເພາະ​ວັນນະ​ສອນ ຈະ​ໄດ້​ຈັດ​ເພງ​ໃຫ້​ຟັງ​ແບບຖືກ​ໃຈ
​ໄປ​ເລີຍ ຄ່ຳ​ຄືນ​ນີ້ ຂໍ​ແນະນຳຜົນງານ​ເພງ​ຫຼ້າ​ສຸດ​ທີ່​ທາງ​ເຮົາ​ເປັນ​ຜູ້​ທຳ​ອິດ​ທີ່​ໄດ້​ຮັບ​ຈາກ​
ສິນລະປິນ​ຮຸ່ນ​ອາວຸ​ໂ​ສທີ່​ໄດ້​ສ້າງ​ຜົນງານ​ດັງໆ​ມາ​ແລ້ວ​ໃນ​ອະດີດ ບໍ່​ວ່າ​ຈະ​ເປັນ​ເພງ​ຫ້ອງ
​ນອນ​ສີຟ້າ ຈະ​ຮັກໃຜດີ ​ແລະ​ເພງ​ນີ້ ສີ​ລາ​ວົງ​ ແກ້ວ ​ໄດ້​ຈັດ​ແຕ່ງ​ຂຶ້ນ​ມາ​ເພື່ອ​ງານສັງ​ສັນ​
ຊຸມນຸມ​ຊາວຄຳ​ມ່ວນ ທີ່​ຈະ​ໄດ້​ຈັດ​ຂຶ້ນ​ໃນ​ເດືອນ​ສິງຫາ​ຈະ​ມາ​ນີ້ ​ເອົາ​ໄປ​ຟັງ​ເພງ ທ່າ​ແຂກ
ນຶ່ງ​ໃນ​ອານາ
ພ້ອມໆ​ກັນ​ເລີຍ.

ສ່ວນ​ເພງ​ຕໍ່​ໄປ​ນີ້ ຂໍ​ຈັດ​ໃຫ້​ນ້ອງ ເສັ່ງ ຕົ່ງຂື້ກື້ ຜູ້​ຟັງ​ຈາກ​ບ້ານຫ້ວຍກຸ່ມ ເມືອງຊຳໃຕ້
ແຂວງຫົວພັນ ຂໍ​ຟັງ​ເພງ​ມົ້ງ ເພື່ອຟັງຮ່ອມກັບພະນັກງານວີໂອເອທຸກໆທ່ານ ແລະ ພິເສດຟັງຮ່ວມກັບສາວມົ້ງທີ່ຢູ່ອາເມຣິກາທຸກຄົນເດີ ກ່ອນ​ອື່ນ​ເອື້ອຍວັນນະ​ສອນ
ກໍ​ຕ້ອງ​ຂໍ​ຂອບ​ໃຈ ​ນ້ອງເສັ່ງ ທີ່​ຄອຍ​ຕິດຕາມ​ຮັບ​ຟັງ ​ແລະ​ຂຽນຂໍ້ຄວາມ​ຜ່ານ​ທາງ
Facebook ເອື້ອຍວັນນະ​ສອນ ຈະ​ພະຍາຍາມ​ຫາ​ເພງ​ມົ້ງມ່ວນໆ ​ມາຈັດ​ໃຫ້​ນ້ອງ​ຟັງ
​…​ແຕ່​ຕອນ​ນີ້ ຂໍ​ເປີດ​ເພງ​ລາວ​ໄປ​ກ່ອນ ຈົ​ນກວ່າ​ວ່າ​ເຮົາ​ຈະ​ໄດ້​ເພງ​ມົ້ງມ່ວນໆມາ
ແລະເຂົ້າ​ໃຈຄວາມ​ໝາຍຂອງເພງ​ ຈຶ່ງ​ຈະ​ມາ​ຈັດ​ໃຫ້​ນ້ອງ ເສັ່ງ ພ້ອມ​ດ້ວຍ​ສາວ​ລາວ​
ເຜົ່າ​ມົ້ງ​ໃນ​ສະຫະລັດ ​ໃນ​ອານາ​ຄົດ​ຂ້າງ​ໜ້າແລະ​ຫວັງ​ວ່າ​ເພງ ​ບໍ່​ລືມ​ວຽງ​ຈັນ ຂອງ
ພອນ ພູມິ​ທອນ ​ນີ້ ຄົງ​ຈະ​ພາ​ໃຫ້​ສາວ​ມົ້ງ ທີ່​ສະຫະລັດ ຄົງ​ຈະ​ພໍ​ໄດ້​ຫາຍ​ຄິດ​ເຖິງ​ບ້ານ
​ແດ່ ບໍ່​ຫຼາຍ ກໍ​ໜ້ອຍ ​ເຊີນ​ໄປ​ຮັບ​ຟັງ​ໄດ້.

ຂໍ​ອໍາ​ລາ​ທ່ານຜູ້ຟັງໄປດ້ວຍ​ເພງ ນຶ່ງ​ຮັກ​ນຶ່ງ​ໃຈ ຂອງ​ເຈ​ເດນ ສິນລະປິນຜູ້​ນ້ອງ ຂອງ
ສິນລະປະນຜູ້ນ້ອງ​ຂອງ​ນັກ​ກິ​ຕາມື​ອາຊີບ ນັກ​ຮ້ອງ ​ນັກ​ແຕ່ງ​ເພງ ສັກ​ກີ ​ແກ້ວ​ມໍ​ລະ​ກົດ
​ຈາກ​ລັດ California ຂໍ​ຈັດ​ມອບ​ໃຫ້​ທ່ານ​ຜູ້​ຟັງທຸກໆ​ທ່ານ​ເລີຍ. ​ຢ່າລືມກັບມາພົບກັບ
ຽງເພງມ່ວນໆ ໃນລາຍການສຽງເພງຈາກແດນໄກຂອງ VOAD ຂໍ​ໃຫ້ນອນລັບຝັນດີ
ແລະພົບກັນໃໝ່ໃນສັບປະດາໜ້າ.

XS
SM
MD
LG