ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແສງດາວວີ - ອົກຫັກ ບໍ່ຕາຍດອກ


ແສງດາວວີ
ແສງດາວວີ

ສະບາ​ຍດີ ທ່ານຜູ້​ຟັງ​ທີ່​ເຄົາລົບ ອາທິດ​ນີ້​ກໍ​ມາ​ຟັງເພງກັບ​ຂ້າພະ​ເຈົ້າ​ອີກ ​ເພາະວ່າ​ວັນນະ​ສອນ ພິທີ​ກອນ​ສຽງ​ຫວານ​ຂອງ​ເຮົາ ຍັງ​ບໍ່​ກັບ​ຄືນ​ມາ​ເທື່ອ. ອາທິດ​ໜ້າ​ພຸ້ນ​ແຫລະ. ​ເອົ໋າ ​ເພື່ອ​ບໍ່​ໃຫ້​ເສຍ​ເວລາ ຂົ້າພະ​ເຈົ້າ​ຂໍ ສະ​ເໜີ​ເພງ​ທຳ​ອິດ​ເລີຍ ຈັດ​ໃຫ້​ຕາມ​ຄຳ​ຂອງ​ທ່ານ​ນວນ​ຕາ ​ແກ້ວມະນີ ທີ່​ສະຫວັນ​ນະ​ເຂດ ທີ່​ເຂົ້າ​ມາ​ຂໍ​ຟັງ​ເພງ ເຊໂປ​ນລຳ​ລຶກ ຢູ່​ໜ້າ​ເຟສບຸກ ຂອງ​ວີ​ໂອ​ເອ-ລາວ ດົນ​ແລ້ວ​ແຫລະ. ບໍ່​ຮູ້​ວ່າ ວັນ​ນະ​ສອນ​ໄດ້​ຈັດ​ໃຫ້ ຫລື​ຍັງ? ຂໍ​ມອບ​ໃຫ້​ອີກ​ເທື່ອ​ໜື່ງ ກໍ​ແລ້ວ​ກັນ ​ເພື່ອ​ວ່າ​ຜູ້ກ່ຽວ​ຍັງ​ບໍ່​ໄດ້ ຈັດ​ໃຫ້. ​ເອົາ ຂໍ​ມອບ​ໃຫ້​ທ່ານ​ນວນ​ຕາ ​ແກ້ວມະນີ ​ກັບ​ສີ​ພັນ​ລະ​ຍາ ພ້ອມ​ທັງ​ຄອບຄົວ ລູກ​ຊານ​ສອງ​ຄົນ​ກັບ​ລູກ​ໄພ້​ເລີຍ ​ເພງ​ເຊ​ໂປ​ນລຳ​ລຶກ ​ເວີ​ຊັ່ນ​ຂອງ​ຄຳ​ຜ່ານ ດິນ​ດາ​ວົງ.

ເພງ​ເຊ​ໂປ​ນລຳ​ລຶກ ທີ່​ຈົບ​ລົງ​ໄປ​ນັ້ນ ກໍ​ເປັນ​ຜົນງານ​ຂອງ​ການ​ຂັບ​ຮ້ອງ ຂອງ ຄຳ​ຜ່ານ ດິນ​ດາ​ວົງ ນັກ​ຮ້ອງ​ສຽງ​ດີ​ຄົນ​ໜຶ່ງ​ຂອງ ສປປ ລາວ. ​ເພງ​ຕໍ່​ໄປ ອົກ​ຫັກ​ບໍ່​ຕາຍ​ດອກ ຂໍ​ມອບ​ໃຫ້​ທ່ານ​ຍິງ​ທຸກໆ​ທ່ານ ທັງ​ທີ່​ອົກ​ຫັກ ​ແລະ​ອົກ​ບໍ່​ຮັກ​ກໍ​ດີ. ຄິດ​ວ່າຄົງ​ມັກ​ຄື​ກັນ​ກັບ​ຂ້າພະ​ເຈົ້າ​ເນາະ ​ເປັນ​ຜົນງານ​ຂອງ​ແສງ​ດາວວີ ນັກ​ຮ້ອງ​ຊື່​ດັງ​ອີກ​ຄົນ​ໜຶ່ງ​ຂອງ ສປປ ລາວ ​ແລະ​ເພງ​ນີ້​ກໍ​ເປັນ​ເພງ​ຍອດ​ນິຍົມ ​ເມື່ອ 2-3 ປີ​ກ່ອນ. ​ເຊີນ​ຮັບ​ຟັງ​ໄດ້​ເລີຍ.

ເພງສຸດ​ທ້າຍ ຂ້າພະ​ເຈົ້າ​ຂໍ​ສະ​ເໜີ​ຜົນງານ​ຂອງ​ນັກ​ຮ້ອງ​ຊາຍ ຈາກ ສປປ ລາວ ຄື​ກັນ ​ເຈົ້າ
ຂອງ​ນາມ ຫລົງ ​ເມືອງ​ລາວ ທີ່​ຄອງ​ຕຳ​ແໜ່​ງ ຂວັນ​ໃຈ​ໄວ​ລຸ້ນ ຊະນະ​ເລີດ​ສອງ​ສະ​ໄໝ​ຊ້ອນ
ໃນ​ເພງໜຸ່ມ​ລາວ​ຊາວ​ເຊ. ຂ້າພະ​ເຈົ້າ​ຂໍ​ອຳ​ລາ​ທ່ານ​ໄປ​ພ້ອມ​ກັບ​ເພງ​ນີ້​ເລີຍ ອາດ​ຈະ​ບໍ່​ໄດ້
ສະ​ເໜີ​ ທັງ​ໝົດ ​ເພາະວ່າ​ເວລາ​ຂອງ​ເຮົາ​ບໍ່ພໍ ​ແຕ່​ທ່ານ​ສາມາດ​ເຂົ້າ​ໄປ​ຟັງ​ເພງ​ເຫລົ່າ​ນີ້​ທັງ
ໝົດ​ ພ້ອມ​ກັບ​ເບິ່ງ​ວີ​ດີ​ໂອ​ໄດ້ ຢູ່​ເວັບ​ໄຊ້ຂອງ​ເຮົາ lao.voanews.com ຫລື​ໜ້າ Facebook.com/voalao ຢ່າ​ລືມ​ກັບ​ຄືນ​ມາ​ພົບ​ກັບ​ວັນນະ​ສອນ ​ແລະ​ລາຍການ​ຂອງ​ເຮົາ​ອີກ ​ແລງ​ວັນ​ອາທິດ​ໜ້າ ລາ​ຕີ​ສະຫວັດ...ຂ້າພະ​ເຈົ້າ ດາຣາ ບັກ​ຄຳ.

XS
SM
MD
LG