ສະບາຍດີ ແຟນລາຍການສຽງເພງຈາກແດນໄກທຸກໆທ່ານ ວັນອາທິດນີ້ ພິເສດແດ່ ເພາະວ່າ ວັນນະສອນຈະມາຈັດເພງເພື່ອອວຍພອນ ວັນເກີດໃຫ້ ທ່ານສະໝານ ວົງກະເສມ ອະດີດອາຈານສອນກົດໝາຍທີ່ປະເທດລາວ. ພ້ອມນີ້ ທ່ານສະໝານຂໍມອບໃຫ້ ບຸນທຽມ Christopher ລູກຊາຍທີ່ນະຄອນຫຼວງວຽງຈັນ ທ່ານສະໝານຂໍຟັງມາຕັ້ງຫຼາຍເພງ ແລະເພງທີ່ຂໍມານັ້ນ ກໍໄດ້ຈັດໃຫ້ຟັງກັນຕັ້ງຫຼາຍເທື່ອແລ້ວ ຈຶ່ງຄິດວ່າເພງ ກຸຫຼາບປາກເຊ ນີ້ເໝາະສົມທີ່ສຸດ ທີ່ເປັນບົດປະພັນຊອງເຈົ້າຄຳຜາຍ ກຸນລະວຸທ ທີ່ສິນລະປິນສາວ ແສງນະພາ ນຳມາຂັບຮ້ອງ ວັນນະສອນຂໍຕາງໜ້າຄະນະ VOA ສົ່ງຄວາມຮູ້ສຶກທີ່ດີ ແລະສົ່ງຄວາມສຸກມາກັບເພງຫວານໆນີ້ ເພື່ອອວຍພອນວັນເກີດແລະຂໍໃຫ້ທ່ານສະໝານ ຈົ່ງມີສຸກຂະພາບເຂັ້ມແຂງ ອາຍຸໝັ້ນຂັວນຍືນ ຕະຫຼອດໄປ…ສຸກສັນວັນເກີດ.
ທ່ານນວນຕາ ແກ້ວມະນີ ຜູ້ຟັງລາຍການຂອງ VOA ທີ່ຮັກດຽວໃຈດຽວ ແບບສະເໝີຕົ້ນ
ສະເໝີປາຍ ຈາກ ສປປ ລາວທີ່ໝັ່ນຂຽນເຂົ້າມາໃນທຸກໆຄັ້ງທີ່ມີໂອກາດ ຂໍຟັງເພງ“ປູ່ຈັນ”
ເນື້ອໃນຂອງເພງນີ້ ມີຄວາມໝາຍດີ ທີ່ໄດ້ບົ່ງບອກເຖິງເຫດການໃນອະດີດແລະທີ່ມີມາ
ຂອງຄົນເຊື້ອຊາດລາວ. ຂໍເຊີນທຸກໆທ່ານໄປມ່ວນຊື່ນກັບເພງນີ້ ທີ່ຂັບຮ້ອງໂດຍ ເດືອນ ວິຣະດາ.
ຂໍມອບເພງຫວານໆ ອຳມະຕະເພງລາວ ນີ້ໃຫ້ແກ່ທຸກຄົນທີ່ມີເຊື້ອຊາດລາວທີ່ຢູ່ໃນສາກົນລະໂລກນີ້ ຈົ່ງໃຫ້ຮັກຫໍ່ຮ່ວມກັນ…ດັ່ງຄວາມໝາຍຂອງເພງ ສອງຝັ່ງຂອງ ນີ້ ຈາກນ້ຳສຽງຂອງສິນລະປິນສາວ ກຸຫຼາບ ເມືອງເພຍ. ພົບກັນໃໝ່ໃນສະບັບໜ້າ ຂໍໃຫ້ທຸກໆທ່ານນອນ
ຫຼັບຝັນດີ.