ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຖາມ​ຂ່າວ​ບ່າວ​ວຽງຈັນ - ແສງ​ເດືອນ ຈັນທະ​ວິ​ໄຊ


 ແສງ​ເດືອນ ຈັນທະ​ວິ​ໄຊ
ແສງ​ເດືອນ ຈັນທະ​ວິ​ໄຊ

“ຖາມ​ຂ່າວ​ບ່າວ​ວຽງຈັນ” ຜົນງານ​ເພງ​ຂອງ​ສິນລະປິນ​ສາວ ລູກ​ຄໍ​ພັນ​ຊັ້ນ ດັ່ງ​ທີ່​ເຂົາ​ວ່າ ແສງ​ເດືອນ ຈັນທະ​ວິ​ໄຊ ຊຶ່ງ​ຖື​ວ່າ​ເປັນ​ສິນລະປິນ ລູກ​ທົ່ງ​ໝໍ​ລຳ ສຽງ​ດີ ທີ່ຫາ​ໄດ້​ຍາກ​
ໃນ​ວົງ​ການ​ເພງ​ໃນ​ປະຈຸ​ບັນ​ນີ້ ບໍ່​ຕ້ອງ​ລໍ​ຊ້າ​ເລີຍ ຮີ​ບ​ໄປຟັງ​ຂັບ​ງື່​ມປະຍຸກ ທີ່ວັນນະສອນ ຂໍມອບໃຫ້ແກ່ທ່ານຜູ້ຟັງທຸກໆທ່ານ ໂດຍສະເພາະບັນດາທ່ານທີ່ຂຽນທັງ email ແລະຂໍ້ຄວາມ ​ຝາກໄວ້ໃນ VOA website Facebook ແລະ Facebook – Live
ຕອນ​ອອກ​ອາກາດ​ສົດໆ ແລະວັນນະສອນ ກໍເຊື່ອວ່າ ຖືກ​ໃຈ​ແຟນລາຍ​ງານ​ທຸກໆ​ທ່ານ
ໃນ​ບົດເພງ ຖາມ​ຂ່າວ​ບ່າວ​ວຽງຈັນ ຂໍ​ເຊີນໄປ​ຟັງ​ພ້ອມໆ​ກັນ​ເລີຍ.

ສ່ວນ​ເພງ “​ໄກ​ເກີນ​ຝັນ” ທີ່​ຂັບ​ຮ້ອງ​ໂດ​ຍ ວັນ​ໄຊ ສົມ​ສຸກ ​ແລະ​ປະພັນໂດຍ ລືໄຊ ໄຊລືຊາ ນີ້ ​ວັນນະສອນ ຂໍຈັດ​ໃຫ້​ຕາມ​ຄຳ​ຂໍ​ຂອງນ້ອງ ພອນ ກື້ ຜູ້ຟັງທີ່ຂຽນເຂົ້າມາຂໍ​ຟັງ ຜ່ານທາງ FB ຂອງ VOA ​ແລະ​ກໍ​ຫວັງ​ຢ່າງ​ຍິ່ງ​ວ່າ ນ້ອງ​ພອນ ກື້ ຄົງ​ຈະ​ຕິດຕາມ​ຮັບ​ຟັງລາຍການ
​ຂອງ​ພວກ​ເຮົາ​ຢູ່​ຕໍ່ໆ​ໄປ ​ແລະ​ມີ​ຫຍັງ​ດີໆ​ຢູ່​ໃສ ກໍ​ຂໍ​ໃຫ້​ນ້ອງ​ສົ່ງ​ຂໍ້ຄວາມ​ມາ​ຫາ​ທາງ​ເຮົາ​ດ້ວຍ.

ຂໍ​ອຳ​ລາ​ທ່ານ​ດ້ວຍ​ຂັບ​ລຳ​ລາວ​ທີ່ທຸກ​ຄົນ​ມັກ ​ເພາະ​ຈະ​ສັງ​ເກດ​ເຫັນ​ວ່າ ພໍ​ເພງນີ້ຂຶ້ນ​ມາ
ຍາ​ມ​ໃດ ​ໃນ​ທຸກໆ​ງານ​ສັງ​ສັນ ກໍ​ແມ່ນ​ວ່າ ຜູ້​ຄົນ​ຫຼັ່ງ​ໄຫຼ​ອອກ​ມາ​ຢ້ອນ​ກັນ… ​ເປັນ​ທຳນອງ
​ດັ່ງ​ເດີມ​ ແຕ່​ເນື້ອ​ເພງ​ຖືກ​ແຕ່ງ​ໄວ້​ເພື່ອ​ສັນລະ​ເສີນ​ຄູບາ​ອາຈານ...ທີ່​ຂັບ​ໂດຍ ສາວ​ລາວ​
ເຜົ່າ​ມົ້ງ...ກິ່ງ​ແກ້ງ ກ່າວ​ເຈີ່​ປ່າວ ​ໃນ​ບົດ​ເພງ ຂັບ​ທຸ່ມ ຊົມ​ເຊີຍ​ຄູ ຖ້າ​ຟັງ​ແຕ່​ສຽງ​ໂດຍ​ບໍ່​ໄດ້​ຊາບ​ນາມສະກຸນ​ນ້ອງ ກິ່ງ​ແກ້ວ ​ແລ້ວ ຫຼາຍໆ​ທ່ານ​ຄົງ​ບໍ່​ຕ້ອງ​ສົງ​ໄສ ​ໃນ​ຄວາມ​ເປັນ​ສາວ​ຫຼວງ​ພະບາງ​ ເມືອງ​ມໍລະດົ​ກ​ໂລກ​ພຸ້ນ ຂໍ​ໃຫ້ທ່ານ​ຜູ້​ຟັງ​ມ່ວນຊື່ນ ໃນວັນທ້າຍສັບປະດາ
ກັບລາຍການສຽງເພງຈາກແດນໄກຂອງ VOA ຂໍໃຫ້ທຸກໆທ່ານ ນອນຫຼັບຝັນຫວານ.

XS
SM
MD
LG