ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບົດເພງ ເຮົາ​ເປັນ​ຄົນ​ລາວ ຂອງ Saky ຈະນຳຄວາມພູມໃຈ ມາສູ່ທ່ານ ແບບບອກບໍ່ຖືກ


Sarky
Sarky


ສະບາຍດີແລະ​ຍິນ​ດີ​ຕ້ອນຮັບ​ທຸກໆທ່ານ​ເຂົ້າ​ສູ້​ລາຍການ​ສຽງເພງ​ຈາກ​ແດນ​ໄກ​ຂອງ VOA
ມື້​ນີ້ ວັນນະ​ສອນ ຈະ​ພາ​ທ່ານ​ຜູ້​ຟັງ​ໄປ​ຟັງ​ເພງ​ທີ່​ມີ​ຄວາມ​ໝາຍ​ດີ ​ທຸກທຖ້ອຍ​ຄຳ ​ໄດ້​ບົ່ງບອກ
​ເຖິງ​ຄວາມ​ເປັນ​ລາວ ​ເປັນ​ຜົນງານ​ເພງ​ຂອງ​ສິນລະປິນ ນັກ​ດົນຕີ​ນັກ​ຮ້ອງແລະນັກ​ແຕ່ງ​ເພງ
ທີ່​ໄດ້​ກັ່ນ​ຕອງ ຂຽນ​ເພງ​ນີ້​ຂຶ້ນ​ມາເພື່ອ​ສະ​ແດງອອກ​ເຖິງ​ຄວາມ​ເປັນ​ລາວ ບໍ່​ວ່າ ຈະ​ແມ່ນ​ໃຜ
ຢູ່​ໃສຂໍ​ເຊີນໄປຟັງ​ເພງ “ເຮົາ​ເປັນ​ຄົນ​ລາວ” ຂອງ Saky ເມກມໍຣະກົດ ສິນລະປິນ ລາວ-​
ອາ​ເມ​ຣິກັນ ຈາກ​ລັດ California…ຂໍ​ມອບ​ເພງ​ນີ້​ໃຫ້​ແກ່​ຜູ້​ຄົນ ທີ່​ມີ​ສາຍ​ເລືອດ​ລາວໃນ​ທົ່ວໂລກ...​ເພາວະ​ວ່າ​ຈັ່ງ​ໃດ ​ເລື​ອດ ກໍ​ຄົງ​ຂຸ້ນ​ກວ່າ​ນ້ຳ...ຂໍ​ໃຫ້ຄົນ​ລາວ ເຮົາຮັກກັນສະເໝີ
ໄປ ບໍ່ເສື່ອມຄາຍ ປຽບ​ສະເໝືອນ ​ເກືອ​ທີ່ຮັກສາ​ຄວາມ​ເຄັມ​ຂອງ​ມັນ​ໄວ້ ສັນນັ້ນ.


ນອກຈາກ​ເພງ​ລາວ​ມ່ວນໆ​ຂອງ​ສິນລະປິນ​ລາວ​ໃນ​ຕ່າງ​ແດນ​ແລ້ວ ວັນນະ​ສອນ ​ຂໍແນະນຳ​ເພງ​ມ່ວນໆ ຂອງ​ສິນ​ລະປິນ​ໃນສປປ ​ລາວແລ້ວ ວັນນະ​ສອນ​ ຢາກ​ຈະ​ບອກ​ວ່າ ດົນຕີ​ແລະ​ສຽງ​ເພງ​ເປັນ​ພາສາ​ຈັກກະວານ ບໍ່​ສິ່ງ​ຂວາງ​ກັ້ນ ບໍ່ມີ​ພົມ​ແດນ ມັນ​ເປັນຄວາມ​ມັກ​ຮັກ​ສ່ວນ​ຕົວ ຈະ​ຮັບ​ຟັງ​ໄດ້​ທຸກໆ​ເພງ ທຸກໆພາສາ ​ເຖິງ​ແມ່ນ​ວ່າ ຈະ​ເຂົ້າໃຈ ຫຼືບໍ່ ກໍ​ຕາມ... ຂໍ​ໃຫ້​ທ່ານ​ເປີດ​ກວ້າງ ​ແລະ​ທ່ານ ກໍ​ຈະ​ໄດ້​ຮຽນ​ຮູ້​ສິ່ງ​ໃໝ່ໆ ​ຈາກ​ບົດ​ເພງ​ພວກ​ນີ້ ​ໄດ້…ຂໍ​ເຊີນ​ໄປ​ຟັງ​ເພງ​ລາວ
ຣ໊ອກ ທີ່​ມ່ວນໆ​ຂອງ​ສິນລະປິນ ສຽງ​ດີ ຕ່າ​ຍ ຈາກ​ຄ້າຍ​ເພງ Indee Record… ​ໃນ​ບົດ​ເພງ “ຄົນ​ດີ​ທີ່​ເຈົ້າ​ບໍ່​ຮັກ.”

ຂໍ​ອຳ​ລາ​ທ່ານ​ດ້ວຍ​ເພງ ສາກົນ ທີ່​ກຳລັງໂດ່​ງດັງ​ທີ່​ສຸດ ຢູ່​ໃນ​ຂະນະ​ນີ້ ​ເປັນ​ຜົນງານເພງຊຸດ
​ໃໝ່ ຂອງ​ສິນລະປິນ​ຄຸນ​ນະພາ​ບ ທີ່​ປະຈຸ​ບັນ​ນີ້ ມີ​ຍອດ​ຂາຍ ກາຍ 3 ລ້ານ 3 ​ແສນ albums Adele ​ເປັນ​ສາວ​ອັງກິດ ທີ່​ໄດ້​ມີ​ຜົນງານ​ເພງ​ດັງໆ​ມາ​ແລ້ວ ​ແລະ​ແນ່ນອນ ວັນນະ​ສອນ
ກໍ​ຢາກ​ໃຫ້​ທ່ານ​ຜູ້​ຟັງຂ​ອງ VOA ​ໄດ້​ຮັບ​ຟັງ​ເພງ​ທີ່​ຕິດ​ອັນ​ດັບ...ທັນ​ເຫດການ​ແບບວ່າ ​
ໂລກ​ບັນ​ເທີ​ງ​ໄປ​ຮອດ​ໃສ​ແລ້ວ ຜູ້​ຟັງ VOA ກໍ​ຈະໄດ້​ໄປຮອດ​ຫັ້ນ...ຂໍ​ເຊີນ​ໄປ​ຟັງ​ເພງ “Hello.” ​ ຂໍ​ໃຫ້​ນອນ​ຫຼັບ​ສະບາຍ ກັບ​ເພງ​ຫວານໆ​ນີ້.

XS
SM
MD
LG