ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

​​ເລະ ​ແກ້ວ​ທະວີ: ສາວ​ງາມ​ເມືອງ​ລາວ


Smoke from an erupting undersea volcano forms a new island off the coast of Nishinoshima, a small uninhabited island, in the southern Ogasawara chain of islands, Japan, in this picture provided by Kyodo.
Smoke from an erupting undersea volcano forms a new island off the coast of Nishinoshima, a small uninhabited island, in the southern Ogasawara chain of islands, Japan, in this picture provided by Kyodo.

ລາຍການສຽງເພງຈາກແດນໄກຂອງເຮົາ ແລງວັນອາທິດມື້ນີ້ ບັນເທີງທ່ານດ້ວຍ ເພງລາວອໍາມະຕະໃນອະດີດ.

ສະບາຍດີແລະ​ຍິນ​ດີ ຕ້ອນຮັບ​ທຸກທທ່ານ​ເຂົ້າ​ສູ່​ບັນຍາກາດ​
ສະບາຍ​ໆ ຟັງ​ເພງ​ລາວ ຕາມ​ຄໍາ​ຂໍ​ທີ່​ມ່ວນໆ​ໃນ​ຄໍ່າ​ຄືນ​ວັນ​ອາທິດ
​ນີ້ ຊຶ່ງ​ເພງ “ສາວ​ງາມ​ເມືອງ​ລາວ” ຂອງສິນ​ບະ​ປິນ ລາວ​ທີ່​ລັດ
Florida ໄດ້ແຕ່ເພງແລະຂັບຮ້ອງເອງນີ້ ຈັດໃຫ້ຜູ້ຟັງ ສັກ ຍາໂທ
ທີ່ຝາກຂຊ້ຄວາມໄວ້ ໃນ VOA Lao Facebook ​ເພງ​ແນວ
acustic guitar ປະສົມ​ປະສານ flamingo ​ແລະ​ລາຕິນນີ້ ​
ເຮັດ​ໃຫ້​ເພງ​ນີ້ ມີຈັ່ງ​ຫວະ​ທີ່ໂດ​ນ​ໃຈ ບໍ່​ເຊື່ອ​ກໍ​ລອງ​ເບິ່ງ.
ຂໍເຊີນໄປຟັງພ້ອມໆກັນເລີຍ.

ເພງ: “ສາວ​ງາມ​ເມືອງ​ລາວ” ໂດຍ ເລະ ​ແກ້ວ​ທະວີ
​ສ່ວນ​ເພງ​ທີ່​ສອງ​ນີ້ ຈັດ​ໃຫ້ ​ແກ້ວ CK Philavanh ທີ່​ຂໍ​ມາ​ ຜ່ານ
ທາງ Facebook ​ເຊັ່ນ​ກັນ ວ່າ​ຂໍ​ມອບ​ໃຫ້​ທຸກໆ​ທ່ານ ທີ່​ກໍາລັງ​ຮັບ
​ຟັງ​ລາຍການ​ນີ້​ຢູ່​ເປັນ​ເພງ​ດັງ​ໃນ​ອະດີດ​ທີ່​ປະພັນແລະ​ຂັບ​ຮ້ອງ
ໂດ​ຍ ອາຈານ ວໍຣະ​ເດດ ດິດທະ​ວົງ ທີ່ ມຸກກີ້ ພົງ​ອຸດົມ ສິນລະປິນ​ຈາກ​ລັດ
Washington ທີ່​ໄດ້​ນໍາ​ເພງ​ນີ້​ມາ​ຈັດ​ທໍາ​ໃໝ່ ​ໃນ​ແບບ​ສະບັບ​ທີ່​ຕົວ​ເອງທະ​ນັດ ທີ່​ອອກ​ມາ​
ແບບ​ປະ​ປົນກັບ Rock ໜ້ອຍ​ນຶ່ງ​ຄົງ​ຖືກ​ໃຈ​ແຟນ​ເພງ​ແນວ​ເພງ​ລາວ​ຮ່ວມ​ສະ​ໄໝ​ແບບ​ນີ້
​ໃນ​ບົດ​ເພງ“ອ້າຍ​ຈະ​ຄອຍ”

ເພງ: “ອ້າຍ​ຈະ​ຄອຍ” ໂດຍ ມຸກກີ້ ພົງ​ອຸດົມ

ຕ້ອງ​ຂໍ​ຂອບໃຈ​ແຟນ​ເພງ​ຫຼາຍໆທີ່​ອົດສາຖ່າຍຮູບ​ຂອງ​ຂັວນທີ່​ລະ​ລຶກຄົບຮອບ 50 ປີ VOA
ຜະ​ແນ​ກພາສາລາວ ​ແລະ​ບອກ​ວ່າມັກ​ຫຼາຍ ວັນນະ​ສອນຂໍຕາງໜ້າ VOA ​ຕອບ​ບຸນ​ແທນ​ຄຸນ
ດ້ວຍການເປີດເພງນີ້ໃຫ້ແທນໃນທຸກໆນໍ້າໃຈ, ທຸກໆຄໍາຕິຊົມ ທຸກໆ​ຄໍາອວຍພອນ​ແລະຫວັງ
ດີຕໍ່ ທີມງານ VOA ສະເໝີມາ​ແລະກໍຢ່າລືມເປັນເເຟນລາຍການເຮົາຕະຫຼອດໄປ ແບບວ່າ
“ຮັກບໍ່ລືມ” ດັ່ງຊື່ຂອງເພງນີ້​ທີ່ຂັບຮ້ອງແລະປະພັນໂດຍ ອາຈານ ຄໍາຫຼ້າ ໜໍ່ແກ້ວ.

ເພງ: “ຮັກບໍ່ລືມ” ໂດຍຄໍາຫຼ້າ ໜໍ່ແກ້ວ
XS
SM
MD
LG