ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຄົມ ຄົງ​ຊະນະ​ - ສາວ IPhone 5 (ຄາຣາໂອເກະ)


ຄົມ ຄົງຊະນະ
ຄົມ ຄົງຊະນະ

ສະບາຍດີ​ແຟນລາຍການສຽງເພງຈາກແດນໄກທຸກໆທ່ານ.
ວັນນະສອນດີໃຈທີ່ໄດ້ກັບມາຈັດເພງມ່ວນໆ ໃຫ້ຜູ້ຟັງໄດ້ຮັບ
ຟັງກັນ ​ແບບ​ສະບາຍໆ ​ໃນທຸກໆຄ່ຳ​ຄືນ​ຂອງ​ວັນ​ອາທິດ ຊຶ່ງ
​ວັນນະ​ສອນ​ກໍຈະທະຍອຍ​ຈັດ​ເພງ​ ຂັບລຳລາວ​ຂະ​ນານ​ແທ້
ໃຫ້ທ່ານ​ຜູ້​ຟັງ​ໄດ້​ຮັບ​ຟັງ​ກັນ. ສ່ວນ​ເພງ ຄິດ​ເຖິງ ທີ່​ຂັບ​ຮ້ອງ​
ໂດຍ ບຸນ​ຕຸ້ມ​ ນີ້ ​ຈັດ​ໃຫ້ຜູ້​ຟັງໝ່ອມ​ນ້າ ສຸພັນ​ນາລີ ຈາກ
Mesa, Arizona ທີ່ຝາກຂໍ້ຄວາມໄວ້ໃນ website ວ່າ ຂອບ​ໃຈ​
ທີ່​ໄດ້ຈັດ​ເພງ​ເກົ່າໆ​ເຊັ່ນ​ ​ເພງ “ຄົງ​ເຊ​ໂດນ​ທີ່​ຮັກ” ຂອງ​ມາ​ລີ​ຈັນ​ສຸກ ​ເພື່ອ​ຈະ​ໄດ້​ລະ​ລຶກ​ເຖິງ​ອະດີດ. ​ວັນນະ​ສອນ ຂໍ​ຖື​ໂອກາດ​ນີ້​ຈັດ​ເພງ​ເກົ່າ​ແຕ່​ມາ​ຈັດ​ທຳ​ໃໝ່ ຂັບຮ້ອງ​ໃໝ່ ​ໂດຍ ບຸນ​ຕຸ້ມ ຫວັງ​ວ່າ​ເພງ​ນີ້​ຄົງ​ເຮັດ​ໃຫ້​ໝ່ອມ​ນ້າ ສຸພັນ​ນາລີ ​ໄດ້​ລະ​ລຶກ​ເຖິງ​ສິ່ງ​ທີ່​ສວຍ​ງາມທີ່​ໄດ້​ຜູກ​ພັນມາ​ໃນ​ອະດີດ ຊຶ່ງ​ເພງ​ນີ້ ​ເປັນ​ບົດ​ປະພັນ​ຂອງ​ອາຈານ ຄຳ​ຫຼ້າ ໜໍ່​ແກ້ວ.

ເພງ: “ຄິດ​ເຖິງ” ໂດຍ ບຸນ​ຕຸ້ມ

ຂໍຖຶ​ໂອກາດ​ນີ້ ຈັດ​ເພງ​ມ່ວນໆ​ອີກ​ຕື່ມ​ເພງ​ນຶ່ງ ເພື່ອ​ເປັນ​ອຸທາຫອນ ສອນ​ໃຈ​ໃຫ້​ພວກ​ນ້ອງໆ​ນັກຮຽນ ນັກ​ສຶກສາ ທັງຫຼາຍ ​ໃຫ້​ຂະ​ຫຍັນ ໝັ່ນພຽນ ຕັ້ງ​ອົກ​ຕັ້ງ​ໃຈ​ສຶກສາ​ຮ່ຳຮຽນ ບໍ່​ແມ່ນ​ຈະໝົກໝຸ້ນ ກັບ​ສິ່ງ​ຂອງ​ນອກ​ກາຍ
ດັ່ງ​ທີ່​ຄວາມ​ໝາຍ​ຂອງ​ເພງ​ນີ້​ “ສາວ IPhone 5” ທີ່​ຂັບ​ຮ້ອງ​ໂດຍ ຄົມ ຄົງ​ຊະນະ​.

​ວັນນະ​ສອນ​ຂໍອຳ​ລາ​ທ່ານ​ດ້ວຍ​ເພງ​ນີ້ ຜົນງານ​ເພງ​ຂອງ​ອາຈານ ວໍຣະ​ເດດ ດິດທະ​ວົງ ຊຶ່ງ​ແຕ່ໃນຄັ້ງນີ້ ບຸນ​ຕຸ້ມ ​ໄດ້​ນຳ​ມາ​ຂັບ​ຮ້ອງເປັນ​ຈັງ​ຫວະ ໜ້າ​ຮັກໆ ​ໃນ​ບົດ​ເພງ ​ເພາະ​ອ້າຍນີ້​ລື​ມນ້ອງບໍ່​ລົງ. ຖ້າໄດ້​ຟັງ​ເພງ​ ເພາະ​ອ້າຍນີ້​ລື​ມນ້ອ​ງບໍ່​ລົງແລ້ວ ກໍ​ຢ່າລືມ​ວັນນະ​ສອນ​ລະ ກັບ​ມາ​ຟັງ​ເພງມ່ວນໆກັບ​ວັນນະ​ສອນ​ໄດ້​ອີກ​ໃໝ່ ​ໃນ​ລາຍການສຽງ​ເພງ​ຈາກ​ແດນ​ໄກ ຂອງ VOA ​ໃນສັບ​ປະດາ​ໜ້າ.
XS
SM
MD
LG