ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະນຸສັກ ທັມມະວົງສາ ສະແດງ ຄວາມຮັກຫອມ ມາຕຸພູມ ແດນຈຳປາລ້ານຊ້າງ ໃນບົດເພງ ງາມແດນລາວ


ອະນຸສັກ ທັມມະວົງສາ
ອະນຸສັກ ທັມມະວົງສາ

ສະບາຍດີ​ທ່ານຜູ້​ຟັງ​ທີ່​ຮັກ​ແພງ ​ພົບ​ກັນອີກ​ແລ້ວ​ໃນ​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ​ທີ່​ໄດ້​ໃຫ້ການ​ສະໜັບສະໜຸນເພງ​ລາວ ຄ່ຳ​ຄືນ​ນີ້ ກໍ​ເຊັ່ນ​ກັນ ພິ​ເວດ​ສຸດໆ ​ເພາະວ່າ​
ຫາ ກໍ​ໄດ້​ຮັບ CD ຊຸດ​ໃໝ່​ຫຼ້າ​ສຸດ ຈາກ​ຄະ​ນະ​ສາຍສຳພັນ ກຸ່ມ​ສິນລະປິນ​ຄຸນ​ນະພາ​ບ
ຈາກ Montreal, Canada ຊຶ່ງ​ເປັນ​ທີ່​ຮູ້ຈັກ​ແລະ​ກ່າວ​ຂານ​ກັນ ​ໃນ​ແວດ​ວົງ​ປະຊາ​ຄົມ​ລາວ​
ໃນ​ແຂ​ດນັ້ນ ​ເພງ​ທີ່​ຈະ​ຫຼິ້ນ​ໃຫ້​ຟັງ​ຕໍ່​ໄປ​ນີ້ ​ໄດ້​ບັນ​ລະ​ຍາ​ຍ​ເຖິງ​ຄວາມ​ມີ​ອະລິຍະ​ທຳ​ອັນ​ສູງ​ສົ່ງ​ແລະ​ຄວາມ​ງົດ​ງາມ​ຂອງ​ຮີດຄອງ​ປະ​ເພນີ ​ແລະ​ວັດທະນະ​ທຳ ທີ່​ອະນຸ​ສັກ ທັມມະວົງສາ ​ໄດ້ກັ່ນ​ກອງ​ຈາກ​ຄວາມ​ຮູ້ສຶກ​ເລິກ​ໆ ບັນຈົງ​ໃສ່ລົງ​ໄປໃນຕົວ​ອັກສອນ ອອກ​ມາ​ເປັນ​ບົດ​ເພງ ​ໃຫ້​ຊາວ​ໂລກ​ໄດ້​ຮັບ​ຮູ້​ເຖິງ​ແດນ​ຈຳປາ ລ້ານ​ຊ້າງແຫ່ງນີ້ ພ້ອມ​ດຽວ​ກັນ​ນີ້ ອະນຸ​ສັກ ຍັງ​ໄດ້​ຂັບ​ຮ້ອງ​ນຳ​ອີກ ​ແລະ​ຜູ້ກ່ຽວ​ກໍເປັນ​ສິນລະປິນ​ຄຸນ​ນະພາ​ບ ທີ່​ໜ້າ​ເຊື່ອ​ຖື​ຜູ້​ນຶ່ງ ​ໃນ​ປະຊາ​ຄົມ​ລາວ​ໃນ​ຕ່າງ​ແດນ ​ເອົາ​ໄປ​ຟັງເພງ "ງາມ​ແດນ​ລາວ” ພ້ອມໆ​ກັນເລີຍ ແລະວ່າຈະສົມກັບຄຳ
ກ່າວລື ຫຼືບໍ່?

​ຂໍຂັ້ນຈັ່ງ​ຫວະ​ດ້ວຍ​ຂັບ​ລຳ​ລາວ​ຂະໜານ​ແທ້ ຂອງ​ສິນລະປິນໜຸ່ມ ສິດທິພົນ ສຽງສະຫວັນ ​ເປັນ​ຂັບ​ງື່​ມ ​ແບບ​ຕໍ່ກອນ​ຈີບ​ສາວ​ທີ່​ມີ​ຊື່ວ່າ “ນາງ​ລືມ​ສັນຍາ” ຈັດ​ມອບ​ໃຫ້​ທ່ານ​ຜູ້​ຟັງ Le Solo ທີ່​ຂຽນ​ຂໍ້ຄວາມ​ຝາກ​ໄວ້​ໃນ website ຂອງ​ເຮົາ ຊຶ່ງ​ວ່າ ຂອບ​ພະ​ຄຸນ​ເປັນ​ຢ່າງ​ສູງ
ຕໍ່ VOA ສຳ​ຫຼັບ​ລາຍ​ການ​ເພງ​ທີ່​ໜ້າ​ສົນ​ໃຈ ມີ​ຄວາມ​ຮູ້ສຶກ​ວ່າ ໜຸ່ມ​ຂຶ້ນ​ມາທີ່ ​ໄດ້​ຍິນ​ສຽງ​ຫວານໆ​ຂອງ​ສິນລະປິນ​ສາວ​ວ່າ​ຊັ້​ນ ​ແລະ​ຝາກ​ຄຳ​ພັງ​ເພີຍທີ່​ເປັນ​ພາສາ​ອັງກິດແບບ​ເລິກໆ​ວ່າ ​ທີ່​ແປ​ເປັນ​ພາສາ​ລາວ​ວ່າ “ຕາມ​ມາລະຍາດ ​ໃນ​ການ​ນັ່ງ​ໂຕະ​ຮັບ​ປະທານ​ອາຫານແລ້ວນັ້ນ ຄວນ​ຈະ​ໃຊ້​ບ່ວງ​ເທົ່າ​ນັ້ນ​ທີ່​ຊົດ​ແກງ” ຊຶ່ງ ​ຈະໝາຍຄວາມ​ວ່າຢ່າງໃດ​ແລະ​ເຖິງ​
ຜູ້​ໃດ​ນັ້ນ ກໍ​ໃຫ້​ຕີ​ຄວາມ​ໝາຍ​ເອົາ​ເອງ​ສຳ​ຫຼັບ​ຜູ້ກ່ຽວ​ຂ້ອງ…​ເອົາ​ໄປ​ຟັງ​ຂັບ​ ງື່ມພ້ອມໆ​ກັນ​ດີ
ກ​ວ່າ.

ຢາກ​ຈະ​ມີ​ເວລາ​ເປັນ​ຊົ່ວ​ໂມງ​ຈະ​ໄດ້​ມາ​ຈັດ​ເພງ​ແລະ​ໂອ້​ລົມ​ກັບ​ແຟນລາຍການ​ໃຫ້​ສົມ​ໃຈ
ຈະ​ຟັງ​ແຕ່​ເພງ​ດຽວ​ຂອງ​ຊຸດ​ໃໝ່​ຂອງ​ຄະນະ​ສາຍສຳພັນ ຄົງ​ຈະ​ບໍ່​ໄດ້​ແລ້ວ​ລະ ຄົງ​ຈະ​ນອນ​ບໍ່​ລັບ ວ່າ​ບໍ່​ທ່ານ​ຜູ້​ຟັງ? ຂໍ​ມອບ​ແຖມ​ໃຫ້​ອີກ​ເພງ​ນຶ່ງ ​ແລະ​ໂອກາດ​ໜ້າ VOA ຈະ​ນຳ​ສະ​ເໜີ​ຜົນງານ​ເພງ​ຂອງ​ຄະນະ​ສາຍສຳພັນ​ແລະ​ຂອງ​ສິນລະປິນລາວ ທ່ານ​ອື່ນ​ໆອີກ​ ​ໃນ​ທົ່ວ​ໂລກ​ ຂໍໃຫ້ທຸກໆທ່ານນອນຫຼັບຝັນດີ ດ້ວຍ​ເພງ​ນີ້ “ຈຳປາ​ລາ​ວັນ.”

XS
SM
MD
LG