ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄິດ​ຮອດ​ບ້ານ​ເກີດ - ​ສີ​ສຸ​ມັກ ທອງ​ອຸ​ໄລ


ສີ​ສຸ​ມັກ ທອງ​ອຸ​ໄລ
ສີ​ສຸ​ມັກ ທອງ​ອຸ​ໄລ

ສະບາຍດີ ​ແລະ​ວັນນະ​ສອນກໍ​ດີ​ໃຈ​ທີ່​ໄດ້​ກັບ​ມາ​ພົບ​ແຟນໆ​ເພງ ​ໃນລາຍການ​ສຽງ​ເພງ​ຈາກ​ແດນ​ໄກຂອງ VOA ​ໃນ​ທຸກໆ​ແລງ​ວັນ​ອາທິດ. ຄ່ຳ​ຄື​ນນີ້ ວັນນະ​ສອນ ມາ​ຈັດ​ເພງ​ທີ່​ມີ​ຄວາມ​ໝາຍ​ດີ​ເພງ​ນຶ່ງ​ທີ່​ຂັບ​ຮ້ອງ​ໂດຍສິນ​ລະ​ປິນລາວ ອາ​ເມຣິກັນ ຈາກ​ລັດ Washington ທາງຝັ່ງຕາ​ເວັນ​ອອກສຽງ​ເໜືອ ທ່ານ​ສີ​ສຸ​ມັກ ທອງ​ອຸ​ໄລ ກໍ​ແມ່ນ​ຜູ້​ນຶ່ງ​ທີ່​ມີ​ບົດບາດ​ໃນ​ປະຊາ​ຄົມ​ລາວ ອາ​ເມຣິກັນ ແລະ​ເພງຂອງທ່ານ​ສີ​ສຸມັກ ທອງ​ອຸ​ໄລ ນີ້ຄົງ​ຈະ​ເຮັດ​ໃຫ້ ຫຼາຍໆທ່ານ ຄິດ​ຮອດ​ບ້ານ​ເກີດ ດັ່ງ​ເນື້ອ​ຄວາມ​ແລະ​ຊື່​ຂອງ​ເພງ​ນີ້... ກໍ​ຕ້ອງ​ຂໍ​ຂອບ​ໃຈ​ນຳ​ທ່ານ​ສີ​ສຸ​ໝັກ ​ ທີ່​ເປັນ​ຜູ້​ນຶ່ງ​ທີ່​ຄອຍ​ເປັນ​ກຳລັງ​ໃຈແລະ​ຕິດຕາມ VOA ຢ່າງ​ສະ​ເໝີຕົ້ນ ສະ​ເໝີ​ປາຍ ​ແລະ​ກໍ​ຍິ່ງ​ດີ​ໃຈ​ທີ່​ໄດ້​ໃຫຍ່​ເຫັນທ່ານ​ສີ​ສຸມັກ ​ຕິດຕາມພວກ​ເຮົາ​ທາງ ​Facebook Live. ​

ບໍ່​ຮູ້​ວ່າ ຈະກ່າວ​ຄຳ​ວ່າ “​ຂອບ​ໃຈ” ​ຫຼາຍ​ຊ່ຳ​ໃດ​ ຈຶ່ງຈະ​ພໍກັບ​ຄວາມ​ຮູ້ສຶກ​ດີ​ໆ ຕໍ່​ແຟນລາຍ ການ ທີ່​ຄອຍ​ຕິດຕາມ​ພວກ​ເຮົາ​ຕະຫຼອດ​ມາ ​ໂດຍ​ສະ​ເພາະ​ບັນດາ​ທ່ານ​ທີ່​ຕິດຕາມ​ພວກ​ເຮົາ ທາງ​ Facebook Live ຜູ້​ຟັງຫຼາຍໆ​ທ່ານ ບໍ່​ວ່າ​ຈາກ ສປປ ລາວ ປະ​ເທດ​ໄທ ​ແລະ ຍີ່ປຸ່ນ ກໍ​ສົ່ງຂໍ້​ເຂົ້າ​ມາ ​ໃນ​ຂະນະ​ທີ່​ພວກ​ເຮົາ​ອອກ​ລາຍການ​ຂ່າວ​ທາງ Facebook Live ​ແລະ​ບອກ​ມາ​ວ່າ ຟັງລາຍການວິທະຍຸ ​ຂອງ​ພວກ​ເຮົາ ຕອນ​ອອກ​ອາກາດ​ສົດໆ​ນັ້ນ ວັນນະ​ສອນ​ຈຶ່ງ​ຂໍ​ຖື​ໂອກາດ​ນີ້​ຈັດ​ເພງ​ຂອງສິນລະປິນ ລາວ ​ໃນ​ຍີ່​ປຸ່ນ ພາ​ວັນ​ດີ ມີ​ໄຊ ​ ​ໃຫ້​ຟັງເພາະ​ເພງ​ນີ້ ​ໄດ້​ບົງ​ບອກ​ເຖິງ​ຄວາມ​ງົດ​ງາມ ຂອງ​ອະລິຍະ​ທຳ ​ວັດທະນະທຳ​ຂອງ​ພູມລຳ​ເນົາ​ ​ແລ​ະຄົນ​ເຊື້ອ​ຊາດ​ລາວ...ຂໍ​ເຊີນ​ມ່ວ​ນໆ​ກັບ​ເພງ​ນີ້ ຄົນ​ເຊື້ອ​ຊາດ​ລາວ.

ສ່ວນ​ເພງ​ສຸດ​ທ້າຍ​ນີ້ ຂໍ​ຈັດ​ໃຫ້​ເປັນ​ພິ​ເສດ ​ເພື່ອ​ລະ​ລຶກ​ເຖິງ​ຄວາມ​ໜ້າ​ຮັກ ​ແລະ​ສະ​ເໜີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ ຍາ​ລຸງ​ບົວ ດຳຣົງ ​ຜູ້​ຟັງ​ທີ່ຢູ່​ຄຽງ​ຄູ່​ກັບ​ພວກ​ເຮົາ​ຕັ້ງ​ແຕ່​ຕອນ VOA ​ເປີດສະຖານີ​ຄັ້ງ​ທຳ​ອິດ ປີ 1962 ຈົນ​ເຖິງ​ວາລະ​ສຸດ​ທ້າຍ​ຂອງ​ຊີວິດ ແລະ​ເພື່ອ​ສະດຸ​ດີ ​ແລະ​ລະ​ລຶກ​ເຖິງ​ຄວາມ​ມີ​ນ້ຳ​ໃຈ​ແລະ​ເອົາ​ໃຈ​ໃສ່​ຂຽນຈົດໝາຍ​ມາ​ຫາ​ທາງ​ເຮົາ ຢູ່ບໍ່​ຂາດ ວັນນະ​ສອນ ຈຶ່ງ​ຂອງ​ຈັດ​ເພງ​ນີ້ ລ້ຳ​ລາ ​ແລະ​ສົ່ງ​ດວງ​ວິນ​ຍານ​ຂອງ​ຍາ​ລຸງໃຫ້ໄປ​ຮອດ ​ໄປເຖິງ​ສວງ​ສະຫວັນ​ຊັ້ນ​ດາວວະດຶງ​ດ້ວຍ​ເຖີດ... ​ໃນ​ບົດ​ເພງ ລາ​ກ່ອນ​ຈາກ​ ຂອງ ມາລາ​ວັນ ດວງ​ພູມີ.
ຂໍໃຫ້ທຸກໆ​ທ່ານ​ນອນ​ຫຼັບ​ຝັນ​ດີ​.

XS
SM
MD
LG