ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ເມືອງ​ລາວ ບົດປະພັນຂອງ ເພັດ ນໍຣະວົງ ແລະຂັບຮ້ອງໂດຍ ແຜັຕ ​ເພັດ​ດາວ​ອນ


ແຜັຕ ​ເພັດ​ດາວ​ອນ
ແຜັຕ ​ເພັດ​ດາວ​ອນ

ສະບາຍດີ​ແລະ​ຍິນ​ດີຕ້ອນຮັບ​ທ່ານ​ຜູ້​ຟັງ​ເຂົ້າ​ສູ່​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ສໍາ​ຫຼັບ​ວັນ​ອາທິດ​ ​ເດືອນກໍລະກົດນີ້ ວັນນະ​ສອນ ຈະ​ຈັດ​ເພງ​ ຢາກ​ຝາກ​ຄວາມ​ຮັກ ຂອງ​ສິນລະປິນ ໜຸ່ມ​ຈາກ ສປປ ລາວ ​ອັດ​ຕະຜົນ ຄົນ​ວຽງ ​ໃຫ້​ທ່ານ​ສີ​ເມືອງ ​ເຄື່ອງ​ມາລາ ຜູ້​ຟັງ​ຈາກ​ ​ຂົງ​ເຂດ​ນະຄອນຫຼວງ​ວໍຊີງ​ຕັນ ນີ້​ເອງ ທີ່​ຂຽນ​ເຂົ້າ​ມາ​ຂໍ​ຟັງ ​ແລະ​ວັນນະ​ສອນ ກໍ​ຕ້ອງ​ຂໍ​ຂອບ​ໃຈ​ທີ່​ຄອຍ​ເປັນ​ກຳລັງ​ໃຈ ​ແລະ​ຕິດຕາມ​ລາຍການ VOA ຂອງ​ພວກ​ເຮົາ ​ແລະ​ຫວັງ​ວ່າ​ໂອກາດ​ໜ້າ ວັນນະ​ສອນ ຄົງ​ຈະ​ໄດ້​ມີ​ໂອກາດ​ຈັດ​ເພງ​ລາວ​ມ່ວນໆ​ໃຫ້​ຟັງ​ອີກ ​ພ້ອມ​ດຽວ​ກັນ​ນີ້​ວັນນະ​ສອນ ຂໍ​ຝາກ​ຄວາມ​ຮັກ ​ແລະ​ຄວາມ​ຄິດ​ເຖິງ​ ມາ​ກັບ​ເພງ​ນີ້ ​ໃຫ້​ແກ່​ທ່ານ​ຜູ້​ຟັງ​ທຸກໆ​ທ່ານ​ເລີຍ.

​ເພງຕໍ່​ໄປ​ນີ້ ຂໍ​ຈັດ​ໃຫ້​ທ່ານ ລື​ໄຊ ສຸນທອນ​ນິວັດ ຈາກ ນະຄອນ Boston ຜຸ້ຟັງ​ທີ່​ຂຽນ​ຂໍ້ ຄວາມ​ຜ່ານ​ທາງ Facebook ​ເຂົ້າ​ມາ ​ແລະ​ບອກ​ມາ​ວ່າ ຂໍ​ມອບ​ເພງ​ລາວ​ມ່ວນໆ​ນີ້ ​ໃຫ້​ແກ່​ພີ່ນ້ອງ​ລາວ​ໃນ​ທົ່ວ​ສາລະ​ທິດ ແລະ​ກໍ​ຫວັງ​ຢ່າງ​ຍິ່ງ​ວ່າ​ເພງ​ນີ້​ຄົງ​ຈະ​ເຮັດໃຫ້​ຫຼາຍໆທ່ານ​ຄິດ​ເຖິງ​ອະດີດ...ຄິດ​ເຖິງ​ພູມລຳ​ເນົາ​ບ້ານ​ເກີດ...ຂໍ​ຝາກ​ຜົນງານ​ເພງ​ຂອງ​ນ້ອງ ​ແຜັຕ ​ເພັດ​ດາ
ວ​ອນ
​ໃນ​ບົດ​ເພງ ​ເມືອງ​ລາວ.

ຫຼັງຈາກ​ທີ່​ໄດ້​ຟັງ​ເພງ​ ​ເມືອງ​ລາວ ຂອງ ນ້ອງແຜັຕ ​ເພັດດາວ​ອນ ​ໄປ​ແລ້ວ ວັນນະ​ສອນ​ກໍຄິດ​ວ່າ​ທ່ານ​ຜູ້​ຟັງ​ຄົງ​ຈະຢາກຟັງ​ນ້ຳ​ສຽງໃສໆຂອງ​ນ້ອງ ແຜັຕ ​ເພັດດາວ​ອນ ອີກ​ຕື່ມ ​ເພາະສະ​ນັ້ນ​ວັນນະ​ສອນ​ຈຶ່ງ​ມາ​ຈັດ​ເພງ​ນີ້ ເພື່ອ​ຂອບ​ໃຈ ຫຼາຍໆ​ທ່ານ​ຜູ້​ຟັງ ​ທີ່ເຂົ້າ​ມາ​ຮັບ​ຊົມ​ລາຍການ​ວິ​ທະ​ຍຸ​ ອອກ​ອາກາດ​ສົດ ຂອງ​ພວກ​ເຮົາ​ຜ່ານ​ທາງ Facebook Live ​ໃນ​ທຸກໆ​ວັນ​ອັງຄານ​ແລະ ວັນ​ພຸດ ອັນ​ມີ ທ່ານ​ເດດ ອຸດົມ ສີ​ສຸ​ໝັກ ​ເພັດ​ສະ​ໄໝ ພີຕ ສະກຸນກູ້ ​ແລະ​ຫຼາຍໆ ອີກ​ມາກ​ມາຍ ທີ່​ສົ່ງ​ຂໍ້ຄວາມ​ຝາກ​ໄວ້ ຈັ່ງ​ໄດ ກໍ​ຂໍ​ໃຫ້​ຕິດຕາມ​ຊົມ​ພວກ​ເຮົາ ຕໍ່ໆ​ໄປ…​ແລະ​ໃນ​ຂະນະ​ດຽວ​ກັນ​ນີ້​ ພວກ​ເຮົາ ກໍຈະພະຍາຍາມ​ປັບປຸງໃຫ້ດີຍິ່ງຂຶ້ນ ​ແລະ​ນຳ​ສະ​ເໜີ​ສິ່ງ​ໃໝ່ໆ ​ມາ​ຝາກ​ໃຫ້ທ່ານ​ຜູ້​ຟັງ​ສະ​ເໝີ. ນ້ອງ ​ແຜັຕ ​ເພັດ​ດາວ​ອນ ທີ່​ນຳ​ເພງ​ດັ່ງ​ໃນ​ອະດີດ​ມາ​ຂັບ​ຮ້ອງ​ໃໝ່ ​ແລະ​ຫວັງ​ວ່າ​ທ່ານ​ຜູ້​ຟັງ​ຄົງ​ຈະ​ຄອຍ​ເປັນ​ກຳລັງ​ໃຈ​ແລະ​ສະໜັບສະໜຸນ​ນ້ອງ ແຜັຕ ​ເພັດດາວ​ອນ ​ໄວ້​ປະດັບ​ຢູ່​ໃນ​ວົງ​ການ​ເພງ​ລາວ​ເຮົາ​ດ້ວຍ. ຂໍຂອບໃຈ ຈາກ​ໃຈຈິງ ​ແລະ​ຂໍ​ໃຫ້​ທ່ານ​ຜູ້​ຟັງ​ຫຼັບສະບາຍ​ກັບ​ເພງ​ນີ້ ນຶ່ງ​ອ້າຍ​ຊາຍ​ດຽວ ນອນ​ຫຼັບ​ຝັນ​ດີ​.

XS
SM
MD
LG