ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຕີ ອຸ​ດາ​ໄລ ໄວ້ອາໄລແກ່ ພວກເຄາະຮ້າຍໃນເຫດ ເຮືອບິນຕົກ ດ້ວຍເພງ ນົກ​ແອ່ນ​ຍັກ QV 301 (ວີດີໂອ)


ຕີ ອຸດາໄລ
ຕີ ອຸດາໄລ
ສະບາຍດີ​ທຸກທທ່ານ ຫວັງ​ວ່າ ບັນຍາກາດ​ອັນ​ໂສກ​ເສົ້າ
ເຫງົາ​ໃຈ​ຂອງ​ພີ່ນ້ອງ ​ເພື່ອ​ຜູ​ງ ຍາດ​ມິດ​ສະຫາຍ​ຂອງ​ບັນດາ
ຜູ້​ທີ່​ປະສົບ​ເຄາະ​ໃນ​ເຫດ​ເຮືອບິນ​ຕົກ​ຂອງລັດວິສາ​ຫະກິດ
ສາຍ​ການບິນລາວ ນັ້ນ​ຄ່ອຍໆ​ເລືອນ​ລາງ​ອອກ​ໄປ​ແລ້ວ​ແດ່
ຊຶ່ງ​ນັ້ນ ກໍ​ບໍ່​ເປັນ​ການ​ງ່າຍ ທີ່​ຈະ​ທໍາ​ໃຈ​ແລະ​ເຮັດ​ໄດ້​ດັ່ງ​ປະສົງ


ວັນນະ​ສອນ ພ້ອມ​ດວຍຄະນະ VOA ທຸກ​ຖ້ວນ​ໜ້າຂໍ​ສົ່ງ​ແຮງໃຈ​
ອີກ​ແຮງ​ນຶ່ງ ​ເພື່ອ​ເປັນ​ກໍາລັງ​ໃຈ ແບ່ງປັນ ​ແລະ​ແບ່ງ​ເບົາ ​ແລະ​ປັດ​ເປົ່າ ຄວາມ​ເສົ້າໝອງ​
ຂອງ​ເຫດການ​ຄັ້ງ​ນີ້ ຂໍ​ເປັນ​ແຮງ​ໃຈ​ມາ​ກັບ​ສຽງ​ເພງ​ນີ້ ວັນນະ​ສອນ ຈຶ່​ງຂໍ​ນໍາ​ບົດ​ເພງ
“ນົກ​ແອ່ນ​ຍັກ QV 301” ຂອງ​ສິນລະປິນ​ຄົນ​ເກັ່ງ ​ຕີ ອຸ​ດາ​ໄລ ທີ່​ໄດ້​ກັ່ນກອງ ​ແຕ່ງ​ເນື້ອ​ຮ້ອງຂຶ້ນ​ມາ ​ເພື່ອ​ມອບ​ເປັນ​ຂັວນກໍ​ລັງ​ໃຈ​ແລະ​ໄ​ວ້ອາ​ໄລ ​ແດ່​ບັນດາ​ຜູ້​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ໃນ​ເຫດ​ຄັ້ງ​ນີ້​ດ້ວຍ…​



ກໍ​ຕ້ອງ​ຂໍ​ຂອບ​ໃຈ ​ໃນ​ຄວາມ​ມີ​ນໍ້າ​ໃຈ ຂອງ​ພີ່ນ້ອງ​ຊາວ​ລາວທີ່ຢູ່​ໃນ​ທົ່ວ​ສາລະ​ທິດທີ່​ຄອຍ​
ສົ່ງ​ກໍາລັງ​ໃຈ​ໄປ​ໃຫ້ ພ້ອມ​ທັງເຈົ້າ​ໜ້າ​ທີ່​ພົນລະ​ເຮືອຂອງປະ​ເທດ​ເພື່ອນ​ບ້ານ ປະ​ເທດໄທ ​
ທີ່ໄດ້​ມາຊ່ອຍກູ້​ໄພ ​ແລະ​ຊອກ​ຄົ້ນ​ຫາ​ສົບ ​ແລະ​ຂໍໃຫ້​ໄດ້​ພົບ​ເຫັນສົບ​ທັງຫຼາຍ​ໃນ​ໄວໆ​ນີ້.
ອຸປະຕິ​ເຫດ​ດັ່ງກ່າວ​ນີ້ ​ວັນນະ​ສອນຄິດ​ວ່າ ຄົງ​ຈະ​ບໍ່​ມີໃຜຄາດ​ຄິດ ​ແລະ​ຢາກ​ໃຫ້​ມັນ​ເກີດ
ຂຶ້ນ. ພ້ອມ​ນີ້ ກໍ​ມີ​ຜູ້​ຟັງ ບຸນ​ເພງ ທອນ​ມະນີ​ວັນ ຜູ້​ຟັງ​ຈາກ ​ແຂວງ​ສະ​ຫວັນນະ​ເຂດ ຂຽນ​ຜ່ານ​ທາງ Facebook ​ເຂົ້າ​ມາ ຂໍ​ຟັງເພງ ຊຶ່ງ​ເພງ​ນີ້ ​ເຮັດໃຫ້ວັນນະສອນ ລໍາບາກ​ໃຈ ​
ເພາະວ່າບໍ່​ຮູ້​ຈະ​ເລືອກ​ໃຜ​ດີ ​ເພາະ​ໄດ້​ມີຫຼາຍໆທ່ານ ​ໄດ້​ນໍາ​ເອົາ​ຂຶ້ນ​ມາ​ຮ້ອງ ມາກ​ມາຍ​
ກ່າຍ​ກອງ​ ​ທັງ​ທີ່​ເປັນ​ຊາວ​ລາວ ​ແລະ​ຕ່າງ​ປະ​ເທດ​ນໍາ​ຂໍ​ມອບ​ເພງ ​ນີ້​ໃຫ້​ແກ່​ບຸນເພງ ທອນ​ມະນີ​ວັນ ແລະ​ທຸກໆ​ຄົນ ທີ່​ມີ​ຫົວ​ໃຈ​ຮັກ​ໃນ​ຄວາມ​ເປັນ​ລາວ ເພາະ​ຄວາມ​ໝາ​ຍຂອງເພງ​ນີ້ ບົ່ງ​ບອກ​ເຖິງ​ຄວາມ​ຮູ້ສຶກ​ເຫຼົ່າ​ນັ້ນ.

ອີກ​ຄັ້ງ​ນຶ່ງ ຂໍ​ສະ​ແດງ​ຄວາມ​ຮູ້ບຸນຄຸນ​ແລະ​ຂອບ​ພະ​ຄຸນ​ເປັນ​ຢ່າງ​ສູງ ຈາກ​ທຸກໆ​ພັກ​ຝ່າຍ
ທຸກໆໜ່ວຍ​ງານ ​ແລະສ່ວນ​ບຸກຄົນ ທັງ​ທີ່​ເປັນ​ຊາວ​ລາວ ​ແລະ​ຊາວ​ຕ່າງ​ຊາດ ທີ່​ໄດ້​ໃຫ້
ການ​ຊ່ອຍ​ເຫຼືອ​ກູ້​ໄພ ​ແລະ​ເກັບ​ກູ້​ສາກ​ສົບ ​ໃນ​ເຫດ​ເຮືອບິນ​ຕົກ ຄັ້ງ​ນີ້​ດ້ວຍ.

​ຂໍ​ອໍາ​ລາ​ທຸກໆ​ທ່ານ ດ້ວຍ​ເພງ​ນີ້ ທີ່ Elton John ​ໄດ້​ແຕ່ງ​ຂຶ້ນໃນ​ປີ 1974 ​ແລະ​ໄດ້ນໍາ​ມາ
ຂຽນ​ຂຶ້ນ​ເພື່ອ​ຖວາຍ​ແດ່ Prince Dianna ​ເພື່ອ​ຖວາຍ​ສະດຸດີໃຫ້​ພະນາງ ​ໃນ​ປີ 1997.
ວັນນະ​ສອນ ຈຶ່ງ​ຂໍ​ນໍາ​ເພງ​ນີ້ ​ລະ​ລຶກ​ເຖິງ​ດວງວິນຍານ​ທຸກໆດວງ​ຂອງ​ບັນ​ດາຜູ້​ປະສົບ​
ເຄາະ​ໃນ​ເຫດ​ເຮືອບິນ​ຕົກ ​ຄັ້ງ​ນີ້​ດ້ວຍ.
XS
SM
MD
LG