ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປຸກ​ກີ້ ​ເງິນ​ລ້ານ - ສາວ​ລ້ອງ​ແຈ້ງ​ຍັງ​ຄອຍ (ວີດີໂອ)


ປຸກ​ກີ້ ​ເງິນ​ລ້ານ
ປຸກ​ກີ້ ​ເງິນ​ລ້ານ
ສະບາຍດີ​ ທ່ານ​ແຟນ​ເພງ​ທີ່​ຮັກ​ແພງ​ທັງຫຼາຍ ມື້​ນີ້​ວັນນະ​ສອນ
​ຈະ​ພາ​ທ່ານ​ໄປ​ຟັງ​ເພງ​ຈັ່ງ​ຫວະ​ມ່ວນ​ໆ ທີ່​ໃຊ້​ທໍານອງ​ແບບ​ດັ້ງ
​ເດີມທີ່​ເຄີຍ​ໂດ່​ງດັງ​ໃນ​ອະດີດ​ ທີ່​ແນ່ນອນ​ວ່າ​ເປັນ​ເພງ​ທີ່​ຖືກ​ໃຈ ​
ເກືອບ​ວ່າ​ທຸກໆ​ຄົນ​ພຸ້ນ​ລະ ທີ່​ກໍ ​ວິ​ເສດ​ໄດ້​ຮ້ອງ​ໄວ້ ຊຶ່ງ​ເປັນ
​ເພງ​ຂອງ​ຜູ້​ຊາຍ ທີ່​ໄດ້​ພັນ​ລະ​ນາ​ເຖິງຄວາມ​ງາມ​ຂອງສາວ
​ລ້ອງ​ແຈ້ງ ​ແຕ່​ເພງ​ໃນຄັ້ງ​ນີ້ ປຸກ​ກີ້ ເງິນ​ລ້ານ ​ໄດ້​ນໍາ​ເພງ​
ທໍານອງ​ດຽວ​ກັນ​ນີ້ ​ໃສ່ເນື້ອ​ເພງ​ໃໝ່ ​ໃນ​ເຊີງ​ຮ້ອງ​ຕອບຈາກ
​ຝ່າຍ​ຍິງ​ແບບ​ວ່າ "ສາວ​ລ້ອງ​ແຈ້ງ​ຍັງ​ຄອຍ." ຂໍ​ຈັດ​ມອບ​ໃຫ້
​ຫຼາຍ​ໆທ່ານ ທີ່​ໝາຍ​ຕາ​ໃສ່​ສາວ​ລາວ ​ເຜົ່າ​ມົ້ງ.​



ສ່ວນ​ລໍາ​ສີ່ພັນດອນຂອງ​ແສງ​ດາວວີ ຕໍ່​ໄປ​ນີ້ ຈັດ​ມອບ​ໃຫ້​ທ່ານ​ຜູ້​ຟັງ​ທຸກໆທ່ານ​ທີ່ຮັກ
ຍັງ​ຮັກ ​ແລະ​ຈະ​ຮັກ ຂັບລໍາ​ລາວ​ແບບ​ດັ້ງເດີ​ມຂະໜານ​ແທ້ ລອງໄປຟັງ​ພ້ອມໆ​ກັນ​
ເລີຍ​ວ່າ ສິນ​ລະ​ປິນສາວ​ງາມຄົນ​ນີ້​ຈະ​ລໍາ​ສີ່​ພັນ​ດອນ​ໄດ້​ສົມຈິງ​ສົມ​ຈັງ​ບໍ່.






ຂໍ​ອໍາ​ລາ​ທ່ານ​ດ້ວຍ​ເພງ ຈໍາປາ​ລາວ ທີ່​ເປັນ​ຜົນງານ​ເພງ ​ແນວ​ໃໝ່ ທີ່​ປະສົມ​ປະສານ ​
ແຕ່​ຍັງ​ຄົງ​ຄວາມ​ງາມ ຂອງ​ດອກ​ຈໍາປາ ສັນຍາ​ລັກ​ຂອງ​ລາວ ນັ້ນ​ໄວ້​ເປັນ​ຢ່າງ​ດີ
ຂັບ​ຮ້ອງ​ໂດ​ຍ ທອງ​ລ້ວນ ຣາຊວົງ​ສີ ຈາກ​ລັດ Illinois ສະຫະ​ລັດ.
XS
SM
MD
LG