ທ່ານຜູ້ຟັງທີ່ເຄົາຣົບ ລາຍການສຽງເພງຈາກແດນໄກ ຂອງ ວີໂອເອ ໃນແລງວັນອາທິດ
ມື້ນີ້ ວັນນະສອນ ຈະມາຈັດຂັບລຳລາວ ຂອງສິນລະປິນໝໍລຳໃນສະຫະລັດ ມາສະເໜີ
ທ່ານ ສ່ວນວ່າ ຈະແມ່ນຂັບລຳປະເພດໃດນັ້ນ ກະລຸນາເຂົ້າສູ່ລາຍການຂອງເຮົາ ໄດ້ນະ
ບັດນີ້.
ສະບາຍດີທຸກໆທ່ານ ກັບມາພົບກັບວັນນະສອນ ອີກເຊັ່ນເຄີຍເໜາະ ໃນຄໍ່າຄືນວັນອາທິດ
ມື້ນີ້. ມື້ນີ້ກໍຕົກມາເຖິງຮອບຈັດເພງລາວໃຫ້ຟັງແລ້ວ ຈຶ່ງຖືເປັນເລື່ອງພິເສດເພາະວ່າ
ກວ່າຈະໄດ້ມາຈັດເພງຂັບລຳລາວນັ້ນ ກໍຕ້ອງໄດ້ລໍຄອຍມາເປັນເວລາ 3 ສັບປະດາ
ແລະອີກປະການນຶ່ງ ຄັ້ງນີ້ວັນນະສອນ ຈະຂໍນຳເອົາຜົນງານເພງຊຸດໃໝ່ ຂອງນັກຮ້ອງ
ທັງເປັນໝໍລຳຊາວອາເມຣິກັນເຊື້ອສາຍລາວ ມາຝາກທ່ານຜູ້ຟັງ ເພື່ອໃຫ້ຫາຍຄວາມຄິດ
ເຖິງບ້ານລົງແດ່ຈັກໜ້ອຍ ຊຸດເພງທີ່ທາງເຮົາຫາກໍໄດ້ຮັບມານີ້ ແມ່ນຊຸດທີ 2 ຂອງ ສິນລະ
ປິນ ພົງສະຫວັນ ໄຊຍະວົງ...ຊຶ່ງກອນລຳ ຂ້າອ້າຍໃຫ້ຕາຍສາ ເປັນບົດກອນລຳປະຍຸກ
ໃໝ່ ທັງລຳທັງຮ້ອງ...ເອົາອອກມາລ້າຍລຳກັນເລີຍ ແລະກໍຫວັງວ່າລຳນີ້ຄົງຈະຖືກໃຈ
ທ່ານຜູ້ຟັງຄໍໝໍລຳ. ຢ່າລືມຂຽນມາບອກແດ່ເດີ.
ສ່ວນກອນລຳ ກອນຕໍ່ໄປນີ້ ເປັນສຽງຮ້ອງຂອງສອງສິນລະປິນ ທອນອິນ ຖິ່ນຜູ້ໄທ
ແລະແສງດາວວີ ຊຸບເປີສອງສີ ທີ່ຈະມາກ່ອມທ່ານດ້ວຍລຳພື້ນບ້ານທີ່ທ່ານຜູ້ຟັງ
ລໍຄອຍມານານ ມື້ນີ້ ວັນນະສອນ ຈະມາຈັດໃຫ້ທ່ານຜູ້ຟັງໄດ້ຮັບຟັງຈົນເປັນທີ່ພໍໃຈ
ໄປເລີຍ...ຂໍເຊີນໄປຟັງພ້ອມໆກັນເລີຍ “ວາງແຜນໃຫ້ແຟນຄືນ.”
ລຳຜູ້ໄທ ຕໍ່ໄປນີ້ ເປັນຜົນງານຂອງນັກຮ້ອງໝໍລຳສຽງດີ ພູວົງ ເພັດພູທອງ ຫວັງວ່າ
ກອນລຳລາວທັງຫຼາຍທີ່ທາງເຮົານຳມາສະເໜີທ່ານໃນຄ່ຳຄືນນີ້ ຄົງຈະຊັກຊວນໃຫ້ທ່ານ
ຜູ້ຟັງກັບມາຮ່ວມມ່ວນຊື່ນກັບເຮົາອີກ ມີຫຍັງຢາກເລົ່າໃຫ້ຟັງ ຢາກຟັງເພງໃດ ໃຫ້ຂຽນ
ເຂົ້າມາ. ຂໍໃຫ້ທຸກໆທ່ານນອນລັບຝັນດີ.