ສບາຍດີທ່ານຜູ້ຟັງທີ່ເຄົາລົບ ເວລາຊ່າງ ໝູນວຽນໄປຢ່າງບໍ່ລໍຖ້າໃຜເນາະ ເບິ່ງແມະ
ບຶດດຽວກໍຈະຍ່າງເຂົ້າເດືອນສາມແລ້ວ ປີນີ້ ໂຊກດີແພາະວ່າຫິມະຕົກໜ້ອຍ ອາກາດ
ກໍດີຫຼາຍແລ້ວ ຊ່ວງນີ້ ບໍ່ຄອຍເຫັນທ່ານຜູ້ຟັງຂຽນຂໍ້ຄວາມໄວ້ ໃນ website ຂອງ VOA
ເລີຍ ຫວັງວ່າຄົງຈະເບື່ອກັນເທື່ອເນາະ ເອົາຂໍເຂົ້າສູ່ບັນຍາກາດມ່ວນໆໃນການເລີ່ມຕົ້ນ
ດ້ວຍເພງຊຶ້ງໆເສົ້າໆ ຂອງສິນລະປິນໜຸ່ມ ໃນວົງການເພງລາວ ຂອງຄ້າຍເພງ ນາຄາມີເດຍ ຊຶ່ງວັນນະສອນ ກໍຕ້ອງຂໍຂອບໃຈ ເອື້ອຍເບ ອິນສີຊຽງໃໝ່ ທີ່ເປັນຜູ້ແນະນຳເພງນີ້ຂອງສິນລະປິນສຽງດີ...ເພັດ ສາຍນະທີ ມາໃຫ້ ແລະວັນນະສອນຄິດວ່າ ຫຼາຍໆທ່ານຄົງຈະຕິດໃຈໃນນ້ຳສຽງຂອງສິນລະປິນຜູ້ນີ້ ແລະແນ່ນອນທີ່ສຸດ ເນື້ອໃນຄວາມໝາຍຂອງເພງນີ້...ອ້າຍໂງ່ແທ້ຫ໊ວະ?
ສ່ວນເພງຕໍ່ໄປນີ້ ວັນນະສອນ ຂໍຈັດເພງອະມະຕະຂອງລາວໃຫ້ຟັງ ຊຶ່ງນັບມື້ກໍນັບຫາຟັງ
ໄດ້ຍາກ ເປັນແຕ່ບຸນ ພວກເຮົາຍັງມີບັນດານັກສິນລະປິນລາວໃນຕ່າງແດນ ທີ່ໄດ້ເຝົ້າຄອຍສະໜັບສະໜຸນແລະສືບຕໍ່ຮັກສາເພງດີພວກນີ້ໄວ້ ອີກນັ້ນລະ ແຟນລາຍການສຽງ
ເພງຈາກແດນໄກຂອງ VOA ຊ່າງເປັນຜູ້ໂຊກດີ ເພາະວ່າ ວັນນະສອນ ຫາກໍໄດ້ເພງໃໝ່
ຊຸດນີ້ຈາກ ອອສເຕຣເລຍ ດ້ວຍຄວາມກະລຸນາຈາກຍາອ້າຍສະດາຄົມ ຣາຊບຸດ ທີ່ເປັນ
ຄົນກາງຕິດຕໍ່ສົ່ງເພງຊຸດນີ້ມາໃຫ້ ພ້ອມທັງແນະນຳປະຊາຄົມຊາວໃນອອສເຕຣເລຍ
ໃຫ້ທາງ VOA ໄດ້ສຳພາດ ວັນນະສອນ ວ່າ ຫຼາຍໆທ່ານ ຄົງຈະພ້ອມແລ້ວລະ ທີ່ຈະໄປ
ຟັງເພງອະມະຕະ ເພງນີ້...ຂໍເຊີນໄປຟັງພ້ອມໆກັນເລີຍ...
ນັ້ນແມ່ນເພງ ຫາກໂລກນີ້ ມີເຮົາສອງຄົນ ຜົນງານບົດປະພັນຂອງອາຈານ ຄຳຫຼ້າ
ໜໍ່ແກ້ວຜູ້ຊຶ່ງໄດ້ມີບົດບາດໃນການປະພັນເພງ ເຊີງສ້າງສັນ ແປກໃໝ່ ກະທົບກະທັ້ງ
ສັງຄົມຕາມການເວລາ ແລະສະຖານະການໃນຍຸກນັ້ນໆ ເພງນີ້ກໍເຊັ່ນກັນທີ່ຍັງປະທັບ
ໃຈທຸກໆຄົນລາວ ເມື່ອໄດ້ຮັບຟັງເພງນີ້…ຈັງໃດກະຫຼິ້ນເພງຂອງອຸດອນ ວົງສີ ໄປແລ້ວ ວັນນະສອນ ກໍເລີຍ ຢາກຈະນຳ ສະເໜີເພງຂອງຜູ້ກ່ຽວອີກຜົນງານເພງຂອງນັກ
ສິນລະປິນ ແລະນັກແຕ່ງເພງຜູ້ທີ່ມາກມາຍດ້ວຍຄວາມສາມາດຈາກປະເທດຝຣັ່ງ ກິວົງ ຊຶ່ງນອກຈາກຈະໄດ້ປະພັນເພງນີ້ແລ້ວ ກິວົງ ຍັງໄດ້ຮ້ອງເພງນີ້ນຳ ຊຶ່ງ ເປັນເພງຕົ້ນ
ສະບັບອີກດ້ວຍ ຈຶ່ງຂໍສະເໜີເພງນີ້...ເພງທີ່ມີຄວາມໝາຍແບບວ່າ...ຂໍມອບເພງນີ້
ໃຫ້ແກ່ທ່ານຜູ້ຟັງ ຜູ້ທີ່ຍັງມີຄວາມຮູ້ສຶກກັບຄົນໃນອະດີດ ແລະພ້ອມແລ້ວທີ່ຈະລຸກໂຊນ
ຂຶ້ນມາ...ບໍ່ບອກ ຄົງຈະຮູ້ກັນແລ້ວລະ ວ່າເພງນີ້ມີຊື່ວ່າຢ່າງໃດ ຟືນດົ້ນເກົ່າ. ຂໍໃຫ້ທຸກໆ
ທ່ານຈົ່ງນອນຫຼັບຝັນດີ ພົບກັນໃໝ່ໃນສັບປະດາໜ້າ.