ສະບາຍດີທ່ານຜູ້ຟັງທຸກໆທ່ານ ວັນນະສອນ ຫວັງວ່າທ່ານຜູ້ຟັງຄົງຈະສະບາຍດີ
ແລະຕຽມພ້ອມທີ່ຈະມາຮັບຟັງເພງມ່ວນໆ ໃນລາຍການສຽງເພງຈາກແດນໄກຂອງ
ພວກເຮົາ ຊ່ວງຫຼັງໆນີ້ ທາງເຮົາໄດ້ຫຼິ້ນເພງສາກົນມາຫຼາຍສັບປະດາແລ້ວ ແລະວັນ
ອາທິດມື້ນີ້ ວັນນະສອນ ຕັ້ງໃຈຈະມາຈັດເພງມ່ວນໆ ເພື່ອເປັນການຂອບໃຈບັນດາ
ທ່ານຜູ້ຟັງທີ່ຄອຍຕິດຕາມແລະຂຽນຂໍ້ຄວາມຝາກໄວ້ໃນໜ້າ website Facebook
ຂອງພວກເຮົາ ທີ່ບອກມາຕ່າງໆນາໆວ່າ“ມ່ວນຫຼາຍວ່າຊັ້ນ, ສຽງດີແລະມີສາລະ
ສຳຫຼັບຄົນລາວທຸກໆຄົນ...” ເພັດ ນໍລະວົງ ນັກຮ້ອງ ນັກດົນຕີ ແລະນັກປະພັນ
ຫົວໃຈຣ໊ອກ ເປັນສິນລະປິນທີ່ມີຄວາມສາມາດ ໄດ້ສ້າງຜົນງານເດັ່ນໆມາແລ້ວ
ຖືກໃຈແຟນໆຫົວໃຈຣ໊ອກ…ຕັ້ງແຕ່ຕອນຍັງເປັນນັກຮ້ອງນໍາຂອງວົງ Exile ທີ່ເຄີຍ
ໂດ່ງດັງໃນປະເທດໄທມາແລ້ວ ເພງ ໂລກນີ້ຄືລະຄອນ ຖືກວ່າເປັນເພງທີ່ມີເນື້ອຫາ
ສາລະດີ ທີ່ເປັນບົດຮຽນສອນໃຈ ຄົນເຮົາເຈົ້າຂ້ອຍໄດ້ແລະເຕື່ອນພວກເຮົາ ໃຫ້ໝັ່ນ
ຄິດດີທຳດີ ສ້າງກຸສົນຜົນບຸນທີ່ເປັນປະໂຫຍດໃຫ້ກັບຕົວເອງຄອບຄົວ ຍາດມິດພີ່ນ້ອງ
ແລະປະຊາຄົມໂລກ ກ່ອນທີ່ຈະອຳລາພາຈາກໂລກນີ້ໄປແລະສິ່ງທີ່ສຳຄັນຍິ່ງອີກອັນນຶ່ງ
ກໍຄືວ່າ ຈະເຮັດຫຍັງກໍໃຫ້ຮີບເຮັດ ຢ່າໄດ້ລໍຊ້າ ເພາະຊີວິດຄົນເຮົານີ້ຊ່າງສັ້ນເຫຼືອເກີນ…
ເອົາເຊີນໄປຟັງພ້ອມໆກັນເລີຍ.
ສ່ວນເພງຕໍ່ໄປນີ້ ກໍເປັນອີກເພງນຶ່ງ ທີ່ທາງເຮົາໄດ້ຮັບກຽດຈາກສິນລະປິນ ນັກຮ້ອງ
ນັກດົນຕີ ທີ່ໄດ້ສ້າງຜົນງານທີ່ໂດ່ງດັງມາແລ້ວ ແລະນີ້ກໍເປັນຜົນງານເພງມ່ວນໆອີກເພງນຶ່ງຂອງອ້າຍ ເພັດສະກຸນ ເອົາຂໍເຊີນໄປຟັງເພງ "16 ຈາວໄຕ໋ " ຖ້າທ່ານຜູ້ຟັງມີເພງ
ລາວມ່ວນໆ ທີ່ຢາກຈະໃຫ້ທາງເຮົານຳສະເໜີແລະແບ່ງປັນ ກໍໃຫ້ສົ່ງເພງໃໝ່ແລະຂຽນ
ເຂົ້າມາຫາທາງລາຍການອີກ.
ຂໍຈັດເພງຂອງສິນລະປິນສາວຈາກ ສປປ ລາວ ປູ ວາດສະໜາ ທີ່ນຳເພງອະມະຕະ
ຂອງລາວຂຶ້ນມາຮ້ອງໃໝ່ ຊຶ່ງວັນນະສອນເຊື່ອວ່າ ເກືອບວ່າທຸກໆຄົນຮ້ອງເພງນີ້ໄດ້
ເອົາຂໍເຊີນ ໄປຟັງເພງ ໄຕດຳລຳພັນ ພ້ອມທກັນເລີຍ ຂໍໃຫ້ທຸກທ່ານໆນອນຫຼັບຝັນ
ຫວານ ພົບກັນໃໝ່ ໃນສັບປະດາໜ້າ.