ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Pharrell Williams - Happy


Pharrell Williams ທີ່ຂັບຮ້ອງເພງ "Happy" ໃນງານມອບ
ລາງວັນການ ສຶກສາປະຈຳປີ ຂອງບໍລິສັດ Walmart ທີ່ Fayetteville, Arkansas, 6 ມິຖຸນາ, 2014.
Pharrell Williams ທີ່ຂັບຮ້ອງເພງ "Happy" ໃນງານມອບ ລາງວັນການ ສຶກສາປະຈຳປີ ຂອງບໍລິສັດ Walmart ທີ່ Fayetteville, Arkansas, 6 ມິຖຸນາ, 2014.

ສະບາຍດີ​ແລະຂໍ​ຕ້ອນຮັບ​ທ່ານ​ຜູ້​ຟັງ​ເຂົ້າ​ສູ່​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA
​ໃນ​ວັນ​ອາທິດ​ທ້າຍ​ເດືອນ​ສິງ​ຫາ​ນີ້.​ ຫວັງ​ວ່າ​ທ່ານ​ຜູ້​ຟັງຄົງ​ຈະ​ມ່ວນ​ຊື່ນ​ກັບ​ເພງ​ທີ່​ທາງເຮົາ
ຈັດ​ໃຫ້ ​ແລະ​ສັບປະດາ​ນີ້ ກໍ​ເຊັ່ນ​ກັນ ວັນນະ​ສອນ ຈະມາ​ຈັດ​ເພງ​ສາກົນ​ທີ່​ກຳລັງ​ເປັນ​ທີ່​
ນິຍົມ ຢູ່​ໃນ​ຂະນະ​ນີ້ ​ໃຫ້​ໄດ້​ຮັບ​ຟັງ​ກັນ. ​ເພງ​ທຳ​ອິດ​ນີ້ ຈະ​ແມ່ນ​ເພງ Happy ທີ່​ຂັບ​ຮ້ອງ​
ໂດຍ Pharrell Williams ຊຶ່ງ music video ​ເພງ​ນີ້ ​ໄດ້ເຂົ້າຮອບຊີງ​ລາງວັນ ສຳ​ຫຼັບ
MTV Video Music Awards ປີ 2014 ​ໃນ​ຖານະ Best Male Video ​ແລະ Video
of the Year ​ທີ່​ໝາຍ​ຄວາມ​ວ່າ ລາງວັນ​ດີ​ເດັ່ນ​ສຳ​ຫຼັບ​ວີ​ດີ​ໂອຊາຍ​ ​ແລະ​ວີ​ດີ​ໂອ​ປະຈຳ​ປີ
​ແລະ​ໃນ​ທີ່​ສຸດ ກໍ​ໄດ້​ຮັບ​ລາງວັນ Grammy Award ສຳ​ຫຼັບ Best Music Video ຄັ້ງ​ທີ
57th. ຫຼັງ​ຈາກ​ນັ້ນ​ມາ ​ເພງ​ນີ້ ກໍ​ໄດ້ເປັນ​ທີ 1 ​ໃນ Billboard's single ປີ 2014 ​
ແລະໂດ່ງດັງ​ແລະ​ນິຍົມ ມາ​ຮອດ​ປະຈຸ​ບັນ​ນີ້.

ຟັງ​ເພງມ່ວນໆ ສະບາຍໆ ມີ​ຄວາມສຸກ happy happy ​ໄປ​ແລ້ວ ບັດ​ນີ້ ວັນນະ​ສອນ
ຈະຂໍ​ຈັດ​ເພງ​ມ່ວນໆ ຕື່ມ​ອີກເພງ​ນຶ່ງ​ມາຝາກ​ທ່ານ​ ມັກ​ເພງ​ສາກົນ​ແນວ​ໃດ ກໍ​ຂໍ​ໃຫ້​ຂຽນ​
ເຂົ້າ​ມາ…ຂໍ​ເຊີນ​ໄປ​ຟັງ​ເພງ In Your Arms ທີ່​ມີ​ຄວາມ​ໝາຍວ່າ ​ໃນ​ອ້ອມ​ກອດ​ເຈົ້າ
ຂອງ Nico & Vinz. ​ເພງ​ນີ້ ຂໍ​ຈັດ​ໃຫ້​ເປັນ​ການເອົາ​ໃຈ​ຄົນ​ໄວ​ນຸ່ມ ​ໄວ​ສາວ ກໍ​ແລ້ວ​ກັນ.

ຂໍຂອບໃຈທຸກໆທ່ານ ທີ່​ຄອຍ​ເປັນ​ກຳລັງ​ໃຈ ​ແລະ​ຕິດຕາມ​ຮັບ​ຟັງ​ວິທະຍຸ ກະຈາຍສຽງ
VOA ​ຂອງ​ພວກເຮົາສະ​ເໝີ​ມາ ​ແລະ​ຂໍ​ຂອບ​ໃຈ​ເປັນ​ພິ​ເສດ​ແດ່​ທ່ານ​ຜູ້​ຟັງ​ທີ່​ຕິດຕາມ​ຮັບ​
ຟັງ ລາຍການ​ຂອງ​ພວກ​ເຮົາທີ່​ອອກ​ອາກາດ​ສົດ ຜ່ານ​ທາງ Facebook-Live ​ໃນ​ທຸກໆ
ຄ່ຳ​ຄືນວັນ​ອັງຄານ​ແລະ​ວັນ​ພຸດ...ທີ່​ຂຽນ​ບອກ​ມາ​ຕ່າງໆ​ນາໆ ​ວ່າ ພາບ​ແລະສຽງ​ແຈ້ງ
​ຊັດ​ເຈນ​ດີ ຈຶ່ງ​ຂໍ​ຈັດ​ເພງ Beautiful ທີ່ຂັບ​ຮ້ອງ​ໂດຍ Carly Rae Jepsen feat.
Justin Bieber
ມາມ​ອບ​ໃຫ້​ແທນ​ຄຳ​ຂອບໃຈ ຈາກ​ໃຈ​ຈິງ​ຂອງ​ທີ​ມງານ​ເຮົາ​ໝົດ​ທຸກ
​ຄົນ​ເລີຍ. ຂໍໃຫ້ທ່ານມີຄວາມສຸກ​ແລະ​ມ່ວນ​ຊື່ນ​ກັບ​ເພງ​ສາ​ກົນ​ພວກ​ນີ້ ທີ່​ວັນນະ​ສອນ
ຈັດ​ໃຫ້ ແລະກໍຢ່າລືມກັບມາພົບກັບສຽງເພງມ່ວນໆໃນລາຍການສຽງເພງຈາກແດນໄກ
ຂອງ​ເຮົາ ໄດ້ອີກໃໝ່ໃນທຸກໆຄໍ່າຄືນຂອງວັນອາທິດ​ ຂໍໃຫ້ທຸກໆ​ທ່ານ​ນອນ​ຫຼັບ​ຝັນ​ດີ​.

XS
SM
MD
LG