ສະບາຍດີ ແຟນລາຍການເພງລາຍການກະຈາຍສຽງຂອງ VOA ແລະເພງທີ່ຫາ
ກໍຈົບລົງໄປນັ້ນ ແມ່ນເພງ ພູມໃຈທີ່ເກີດເປັນລາວ ທີ່ຂັບຮ້ອງໂດຍ ຜ່ານ ຈິນຍາວົງ
ທີ່ວັນນະສອນ ຄິດວ່າເພງນີ້ມີຄວາມໝາຍສຳຫຼັບຜູ້ຄົນມີເຊື້ອສາຍລາວທຸກຖ້ວນໜ້າ
ໂດຍສະເພາະ ທ່ານຜູ້ຟັງທີ່ຄອຍຕິດຕາມຟັງເພງລາວຈາກລາຍການຂອງ VOA
ຢູ່ນີ້. ຕ້ອງຂໍຂອບໃຈທ່ານຜູ້ຟັງທັງຫຼາຍທີ່ເຂົ້າມາເປັນແຟນຄລັບ Facebook ຂອງ
VOA – ຂໍຈັດເພງໃຫ້ທ່ານຜູ້ຟັງ ທີ່ຮັບຟັງລາຍການຖ່າຍທອດສົດຂອງພວກເຮົາ
ໃນທຸກໆວັນອັງຄານແລະວັນພຸດຂອບໃຈ ຈິງໆ ຂອບໃຈໃນທຸກຄຳເວົ້າ ທຸກຂໍ້ຄວາມ
ທີ່ຂຽນຕິຊົມເຂົ້າມາ ເພາະສະນັ້ນເພງ ພູມໃຈທີ່ເກີດເປັນລາວ ທີ່ຂັບຮ້ອງໂດຍ
ຜ່ານ ຈິນຍາວົງ ຈຶ່ງເປັນຕົວແທນໃນຄຳຂອບໃຈ ຈາກພວກເຮົາ ແລະວ່າ ຫຼາຍໆ
ທ່ານ ຄົງຈະມີຄວາມຮູ້ສຶກແບບດຽວກັນທີ່ວ່າ ຮັກແລະພູມໃຈໃນຄວາມເປັນລາວ
ດັ່ງຊື່ຂອງເພງນີ້.
ສ່ວນເພງຕໍ່ໄປນີ້ ຂໍຈັດໃຫ້ແຟນລາຍການຈາກປະເທດຍີ່ປຸ່ນ ພາວັນດີ ຊຶ່ງຜູ້ກ່ຽວກໍເປັນ
ສິນລະປິນເອງ ທີ່ທາງເຮົາ ກໍເຄີຍໄດ້ອອກເພງຂອງຜູ້ກ່ຽວມາແດ່ແລ້ວ. ພາວັນດີຂໍຟັງ
ເພງຂອງອຸດອນ ວົງສີ ທີ່ບໍ່ຊາບຊື່ເພງແຕ່ຂຶ້ນຕົ້ນວ່າ “...ສາຍນະທີໄຫຼຫຼັ່ງເສາະຝັ່ງ
ເລື້ອຍໄປ...” ວັນນະສອນ ວ່າໜ້າຈະແມ່ນເພງນີ້ ຊີວິດຄົນ ຊຶ່ງເປັນຜົນງານບົດປະພັນ
ຂອງອາຈານສ. ແສງສິຣິວັນ ທີ່ໄດ້ບັນລະຍາຍເຖິງຄວາມເປັນອານິດຈັງ...ສັງຂານບໍ່
ທ່ຽງແທ້... ວັນນະສອນ ຫວັງວ່າທ່ານຜູ້ຟັງ ພໍໄດ້ຍິນເພງນີ້ແລ້ວ ກໍໃຫ້ຟ້າວຝັ່ງຕັ້ງໃຈ
ໝັ່ນສ້າງຄຸນງາມຄວາມດີ ແລະສ້າງກຸສົນຜົນບຸນໄວ້ ກ່ອນຈະອຳລາຈາກໂລກນີ້ໄປ.
ເອົາຫວັງວ່າ ຢ່າງນ້ອຍ ເພງນີ້ ມັນຈະຊ່ອຍຢ້ຳເຕືອນພວກເຮົາ ເຈົ້າຂ້ອຍ ໃຫ້ມຸມານະ
ຕັ້ງໃຈປະພຶດປະຕິບັດທຳຕົວເປັນຄົນດີແລະໜ້າຮັກ ຕໍ່ຄອບຄົວ ສັງຄົມທີ່ພວກເຮົາ
ເພິ່ງພາອາໄສ.
ຂໍປິດທ້າຍລາຍການດ້ວຍເພງ ຂອງພາວັນດີ ມີໄຊ ສິນລະປິນລາວໃນຍີ່ປຸ່ນ ເພື່ອແທນ
ຄຳຂອບໃຈ ທີ່ຄອຍເອົາໃຈໃສ່ຂຽນຂໍ້ຄວາມເຂົ້າມາຖາມທຸກສຸກດິບນຳກັນສະເໝີມາ
ພາວັນດີ ມີໄຊ ກໍເປັນນຶ່ງໃນຫຼາຍໆສິນລະປິນໃນຕ່າງແດນ ທີ່ຕັ້ງໜ້າຕັ້ງຕາສືບທອດ
ຮັກສາສິນລະປະ ວັດທະນະທຳ ການຮ້ອງລຳທຳເພງໃຫ້ຢູ່ຄູ່ກັບລູກຫຼານລາວຕລອດໄປ
ເອົາໄປຟັງເພງຂອງ ພາວັນດີ ກັນກ່ອນVOA ຂໍຊ່ອຍເປັນກຳລັງໃຈ ແລະໃຫ້ສືບຕໍ່ສ້າງ
ຜົນງານດີໆ ອອກມາເລື້ອຍໆ ເຊີນໄປຟັງເພງ... ຄົນເຊື້ອຊາດລາວ ພ້ອມໆກັນເລີຍ
ຂໍໃຫ້ນອນລັບຝັນດີ.
ເບິ່ງຄວາມເຫັນ (3)
ໂຫລດຄວາມເຫັນ ຕື່ມອີກ