ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ແສນ​ເສຍ​ດາຍ - ​ເຈົ້າ​ປາງ​ຄ​ຳ ໜໍ່​ຄຳ ດິດທະ​ວົງ


​ເຈົ້າ​ປາງ​ຄ​ຳ ໜໍ່​ຄຳ ດິດທະ​ວົງ
​ເຈົ້າ​ປາງ​ຄ​ຳ ໜໍ່​ຄຳ ດິດທະ​ວົງ

ທ່ານ​ຜູ້​ຟັງ​ທີ່​ເຄົາຣົບ ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ ຂອງ ວີ​ໂອ​ເອ ໃນ​ແລງ​ວັນ​ອາທິດ
ມື້​ນີ້ ວັນນະ​ສອນ ​ໄດ້​ນໍາ​ເອົາ​ສຽງ​ເພງ​ຂັບ​ລໍາ ອັນ​ສະໜຸກ​ສະໜາ​ນ ​ເປັນພິ​ເສດ ມາສະ​ເໜີ
​ທ່ານ ຈະ​ມີ​ເພງ​ໃດ​ແດ່​ນັ້ນ ຂໍ​ເຊີນ​ທ່ານເຂົ້າ​ສູ່​ລາຍການ​ຂອງ​ເຮົາ​ໄດ້​ນະ​ບັດ​ນີ້.

ສະບາຍດີທຸກໆທ່ານ​ ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າ​ສູ່​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​
ຂອງ VOA ​ເພງ​ຫວານໆ ທີ່ວັນນະ​ສອນ​ ​ໄດ້​ນຳ​ສະ​ເໜີ​ໄປຕອນ​ເປີດ​ລາຍການ​ນັ້ນ
​ແມ່ນ​ເພງ ​ແສນ​ເສຍດາຍ ຈາກ​ນ້ຳ​ສຽງ​ຫວານໆ ຂອງ​ສິນລະ​ປິນລາວ​ຈາກ​ຝຣັ່ງ
ຂອງ​ເຈົ້າ​ປາງ​ຄ​ຳ ໜໍ່​ຄຳ ດິດທະ​ວົງ ​ທີ່​ໄດ້​ນຳ​ເພງຫວານໆ​ໃນ​ອະດີດ​ຂຶ້ນ​ມາ​ຂັບ​ຮ້ອງ
​ໃໝ່ ຊຶ່ງວັນນະ​ສອນ​ວ່າ ​ເພງ​ນີ້ຄົງ​ພາ​ໃຫ້​ທ່ານ​ຜູ້​ຟັງ​ຫຼຸດ​ເຂົ້າ​ໄປ​ຫ້ວງ​ອະດີດຫວານ​ຊື່ນ
​ເມື່ອ​ສະ​ໄໝ​ທີ່​ຍັງ​ຢູ່​ປະ​ເທດ​ລາວ​ພຸ້ນ.

ສ່ວນ​ເພງ​ຕໍ່​ໄປ​ນີ້ ຂໍ​ຈັດ​ລຳ​ເຕີ້ຍ ​ເພື່ອ​ເອົາ​ໃຈ​ຜູ້​ຟັງ​ຄໍ​ໝໍ​ລຳ…​ເປັນ​ຜົນງານ​ເພງ​ຂອງ
​ສິນລະປິນ​ສາວ​ລາວ​ຈາກຝຣັ່ງ​ເສດ ​ແຕ່​ຕອນ​ນີ້ ມາ​ຢູ່​ອາ​ເມຣິກາ​ເປັນ​ການ​ຖາວອນ​
ແລ້ວ…​ເອົາ​ມາ​ຟັງສຽງ​ຫວານໆ​ຂອງ​ນ້ອງ​ປະກາຍ​ຫົງ ວົງ​ພະຈັນ ​ໃນ​ລຳ​ເຕີ້ຍ
​ອາ​ເມຣິກາ…

ເພງສຸດທ້າຍນີ້ ​ເປັນ​ເພງ​ໜ້າ​ຮັກ ໜ້ຮັກ ຈາກ​ສິນລະປິນລາວ ​ໃນ​ສະຫະລັດ ​ເຈ​ເດນ ​ເມກມໍຣະກົດ ​ໃນ​ບົດເພງ ນຶ່ງ​ຮັກ ນຶ່ງ​ໃຈ…​ໂອກາດ​ໜ້າ​ວັນນະ​ສອນ ຈະ​ມາ​ຈັດ​ເພງ​
ມ່ວນໆໃຫ້ທ່ານ​ຜູ້​ຟັງ​ອີກ ນອນ​ລັບ​ຝັນ​ດີ.

XS
SM
MD
LG