ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ເລັກ ສະໄມພອນ - ປາ​ແດກ​ເນົ່າ


ເລັກ ສະໄມພອນ
ເລັກ ສະໄມພອນ

ສບາຍ​ດີທ່ານແຟນເພງທີ່ຮັກແພງທັງຫຼາຍ. ​ໃນລາຍການ​ສຽງ​ເພງ​ຈາກ​ແດນ​ໄກຂອງ
VOA ຄໍ່າຄືນນີ້ ວັນນະສອນ​ ຈະມາ​ກ່ອມອາລົມ​ທ່ານ ​ດ້ວຍ​ເພງ​ລາວໃໝ່ໆ ມ່ວນໆ ພ້ອມກັບສິລປິນໜ້າໃໝ່ບາງຄົນ. ​ເຊີນທ່ານຫາຄວາມອະພິລົມຊຳລານໄດ້ເລີຍ.

ນັ້ນ​ແມ່ນເພງ “ປາ​ແດກ​ເນົ່າ” ທີ່ຂັບ​ຮ້ອງ​ໂດຍເລັກ ສະໄມພອນ ສິນລະປິນສາວ
ຈາກ​ສປປ ລາວ ຊຶ່ງວີ​ໂອ​ເອ ຫາ​ກໍ​ໄດ້​ຮັບ​ຜົນງານ​ເພງນີ້ ມາຈາກ​ນ້ອງ​ ເກດ ຣາຊມົນຕຣີ ນັກທຸລະກິດຊາວ​ອາ​ເມຣິກັນ ​ເຊື້ອສາຍ​ລາວ ​ທີ່​ສົ່ງ​ເສີມ​ສິນລະປິນໃນ​ຕ່າງ​ແດນ
ວັນນະ​ສອນ ຫວັງ​ຢ່າງ​ຍິ່ງວ່າ ​ເພງ​ນີ້​ຄົງ​ຈະ​ຖື​ກໃຈ​ທ່ານ​ຜູ້​ຟັງ ບໍ່​ຫຼາຍ ກໍ​ໜ້ອຍ.
​ເພງ​ຕໍ່​ໄປ​ ​ເປັນ​ຜົນງານ​ ຂອງ​ສິນລະປິນ​ລາວຈາກປະ​ເທດ​ກາ​ນາ​ດາ ອານຸ​ສົມ ພົມ​ພັກດີ
ທີ່​ໄດ້​ສົ່ງ​ແຜ່ນ​ດີ​ວີ​ດີ​ມາ​ໃຫ້ ຈຶ່ງ​ຂໍ​ເປີດ​ເພງ ​ຟ້າ​ປັ້ນ​ສະຫວັນ​ແຕ່ງ ຊຶ່ງ​ເປັນ​ຊື່​ຂອງຊຸດເພງ
ດັ່ງກ່າວ. ວີ​ໂອ​ເອ ກໍ​ຕ້ອງ​ຂໍ​ຂອບ​ໃຈ ທັງ​ນ້ອງ​ເກດ ​ແລະ​ທ່ານ​ອານຸສົມ ທີ່​ອົດສາ​ສົ່ງ​ເພງ
​ລາວ​ມາ​ໃຫ້​ພວກ​ເຮົາ ​ໄດ້​ເປີດ​ແບ່ງປັນ​ໃຫ້​ຄົນ​ລາວ​ທັງ​ໂລກ ໄດ້​ຮັບ​ຟັງ​ກັນ ​ແລະ​ກໍ​ຫວັງ​ວ່າ
ທ່ານ​ທັງສອງຍັງຈະ​ສືບ​ຕໍ່​ສົ່ງ​ເສີມ​ແລະ​ສ້າງ​ຜົນງານ​ເພງລາວ​ໃຫ້​ພວກ​ເຮົາ ​ໄດ້​ຮັບ​ຟັງ
​ກັນ​ອີກ ​ໃນ​ອະນາ​ຄົດ​ຂ້າງ​ໜ້າ​ພຸ້ນ.

ເພງ: ​ຟ້າ​ປັ້ນ​ສະຫວັນ​ແຕ່ງ - ອານຸ​ສົມ ພົມ​ພັກດີ

ກ່ອນອຳລາພາຈາກກັນ ໃນຄ່ຳຄືນນີ້ ຂໍ​ມອບ​ເພງ​ອະມະຕະ​ ຜົນງານເພງ​ຂອງ ກ. ວິ​ເສດ
ທີ່​ເປັນ​ຕົ້ນ​ສະບັບ ​ແລະ​ຕໍ່​ມາ ກໍ​ໄດ້​ມີ​ ​ສິນລະປິນຫຼາຍທ່ານ​ນຳເອົາມາ​ຂັບ​ຮ້ອງ ຊຶ່ງ​ຮວມທັງ​ສິນລະປິນໄທ​ນຳ ​ເພງໄທ​ດຳ​ລຳ​ພັນ ນີ້​ ເປັນ​ເພງ​ທີ່​ໂດ່​ງດັງ​ທີ່​ສຸດ​ອີກ​ເພງ​ນຶ່ງ ທີ່ເປັນ​ຜົນ
ງານບົດ​ປະພັນ​ຂອງ​ອາຈານ​ສນອງ ອຸ່ນ​ວົງ ນັກ​ແຕ່ງ​ເພງ ທີ່​ມີ​ຊື່​ສຽງ​ຂອງ​ວົງ​ການ​ເພງ​ລາວ
​ທ່ານ​ນຶ່ງ ຊຶ່ງ​ວ່າ​ພວກ​ລູກ​ເລັກ​ເດັກແດງ​ ກໍສາມາດ​ຮ້ອງ​ເພງ​ນີ້​ໄດ້ ຄັ້ງ​ນີ້​ວັນນະ​ສອນ
ພ້ອມ​ດ້ວຍ​ຄະນະຂອງ​ວີ​ໂອ​ເອ ຈຶ່ງ​ໃຄ່ຂໍ​ຈັດຜົນງານ​ເພງບົດ​ປະພັນ​ຂອງ​ອາຈານ ​
ເພື່ອລຳ​ລຶກ ​ແລະ​ສະດຸ​ດີ​ໃຫ້ແກ່​ມື້​ລາງ​ອາຈານສນອງ ອຸ່ນ​ວົງ ທີ່​ໄດ້​ອຳ​ລາ​ຈາກ​ໂລກ​ນີ້​
ໄປ​ແລ້​ວ ​ໃນລັດ Oklahoma ​ໃນ​ສັບປະດາ​ຜ່ານ​ມາ​ນີ້ ​ເຖິງ​ແມ່ນ​ວ່າ ທ່ານ​ຈະ​ຈາກ​ໂລກ​ນີ້
​ໄປ​ແລ້ວ ກໍ​ຕາມ ແຕ່ທ່ານກໍ​ໄດ້ປະໄວ້ ​ຜົນງານ​ເພງ​ອັນ​ລ້ຳ​ຄ່າ ​ໃຫ້​ຢູ່ຄຽງ​ຄູ່​ກັບ​ລູກ​ຫຼານ​ລາວ
ຊົ່ວ​ກາລະ​ນານ ​ແລະ​ວ່າ​ຜົນງານ​ເພງ​ທັງຫຼາຍທັງ​ປວງ ຂອງ​ອາຈານ​ສນອງ ອຸ່ນ​ວົງ ຍັງ​ຄົງ
ຈະສືບ​ຕໍ່​ ຢູ່​ໃນ​ຫ້ວງ​ເລິກ ຄວາມ​ຊົງ​ຈຳທີ່​ດີໆຂອງ​ຊາວ​ລາວ​ຕະຫຼອດ​ໄປ.

ເພງ “​ໄທ​ດຳ​ລຳ​ພັນ” - ກ. ວິ​ເສດ

XS
SM
MD
LG