ສະບາຍດີທຸກໆທ່ານ ແລະກັບມາພົບກັບວັນນະສອນ ເຊັ່ນເຄີຍ ໃນຄໍ່າຄືນຂອງວັນອາທິດ
ພ້ອມກັບເພງຂັບລໍາລາວຂະນານແທ້ ໃນລາຍການສຽງເພງຈາກແດນໄກຂອງ VOA
ວັນນະສອນ ຈະມາຈັດເພງໃຫ້ທ່ານຜຸູ້ຟັງຕາມ ທີ່ຂຽນຂໍ້ຄວາມໄວ້ໃນໜ້າ website ຂອງເຮົາ. ຂໍ້ຄວາມທຳອິດນີ້ຈາກທ່ານ ອຸໄທ ວັນນະພາສີ ທີ່ຂຽນຂໍ້ຄວາມໄວ້ໃນໜ້າ website
ຂອງພວກເຮົາວ່າ “ສຽງເພງມ່ວນຫຼາຍ ໂດຍສະເພາະເພງເກົ່າໆ ທີ່ຮ້ອງໃນຄາວກ່ອນ
ທີ່ວຽງຈັນພຸ້ນ.” ພ້ອມດຽວກັນນີ້ ທ່ານ ສິນລີວົງ ຜູ້ຟັງທີ່ຂຽນເຂົ້າມາວ່າ “ມ່ວນຫຼາຍ
ວ່າຊັ້ນ ຂອບໃຈທີ່ຈັດເພງມ່ວນໆໃຫ້ຟັງ ເພາະວ່າຟັງຢູ່ໂຮງການ Airbus ຮັບຟັງ
ທຸກໆວັນ.” ວັນະສອນ ເພາະສະນັ້ນ ວັນນະສອນ ຈຶ່ງຂໍຫຼິ້ນເພງດັງໃນອະດີດເພື່ອມອບ
ໃຫ້ອຸໄທແລະທ່ານ ສິນລີວົງ ແທນຄຳຂອບໃຈ ແລະຫວັງວ່າ ໂອກາດໜ້າ ເຮົາຄົງ
ຈະເຫັນທ່ານທັງສອງ ຂຽນເຂົ້າມາຖາມທຸກສຸກດິບ ສະບາຍດີ ກັນອີກ...ຂໍມອບເພງ
ຢາດນ້ຳຝົນ ຢົດນ້ຳຕາ ທີ່ປະພັນໂດຍອາຈານສ. ແສງສິຣິວັນ ທີ່ອຸດອນ ວົງສີ ສິນລະ
ປິນຈາກອອສເຕຣເລຍນຳມາຈັດທຳໃໝ່ ຊຶ່ງກໍມ່ວນພໍໆກັບຕົ້ນສະບັບເລີຍ.
ສ່ວນຂໍ້ຄວາມຂອງທ່ານ James Vilayhong ກໍຂຽນໄວ້ໃນໜ້າ website ແລະວ່າ
ເພງ ເສິກທາງໃຈ ຂອງມະລີຈັນສຸກ ນັ້ນວ່າ ມ່ວນຫຼາຍວ່າຊັ້ນ. VOA ກໍຕ້ອງຂໍຂອບໃຈ
ສິນລະປິນທ່ານນີ້ ທີ່ຄ່ອຍຕັ້ງໜ້າແລະທະຍອຍນຳສະເໜີຜົນງານເພງອອກມາໃຫ້
ພວກເຮົາ ໄດ້ຮັບຟັງເພງລາວຢູ່ເລື້ອຍມາ. ເພາະສະນັ້ນ ທາງເຮົາຈຶ່ງຂໍນຳສະເໜີຜົນງານ
ເພງ ຂອງມະລີຈັນສຸກ ຊຶ່ງເພງຄົງເຊໂດນທີ່ຮັກ ນີ້ກໍເປັນອີກເພງນຶ່ງທີ່ເຄີຍໂດ່ງດັງມາ
ໃນອະດີດ ແລະມະລີຈັນສຸກ ໄດ້ນຳຂຶ້ນມາຈັດທຳດົນຕີໃໝ່ເພື່ອຄົງໄວ້ໃນຄຸນນະພາບ
ຂອງເພງ. ຂໍມອບໃຫ້ທ່ານ James Vilayhong ແລະຜູ້ຟັງທ່ານອື່ນໆ ໂດຍສະເພາະ
ຜູ້ຟັງຈາກພາກໃຕ້ ທີ່ມັກຮັກໃນຜົນງານເພງຂອງສິນລະປິນທ່ານນີ້…ເອົາໄປຟັງເພງ
ຄົງເຊໂດນທີ່ຮັກ ພ້ອມໆກັນເລີຍ.
ຂໍປິດທ້າຍລາຍການດ້ວຍຂັບຊໍາເໜືອທີ່ ນໍາມາປະຍຸກ ໃຫ້ເຂົ້າກັບສະໄໝຊຶ່ງໄດ້ນັກ
ຮ້ອງສາວສຽງໃສຈາກ ສປປ ລາວ ຄໍາປານີ ວົງທອງຄໍາ ຮ້ອງຮ່ວມກັນກັບ ໄມ ພິຣົມພອນ ສິນລະປິນລູກທົ່ງ ຊື່ດັງຈາກປະເທດໄທ ບໍ່ຜິດຫວັງແນ່ນອນ ຂໍຈັດມອບໃຫ້ທ່ານຜູ້ຟັງ
ທີ່ມັກຮັກຂັບລຳລາວ ແລະໜຸ່ມໆທີ່ໝາຍຕາໄວ້ກັບສາວງາມແຂວງຫົວພັນ ໃນບົດເພງ
“ສາວງາມແຫ່ງແຂວງຫົວພັນ.” ຂໍໃຫ້ທຸກໆທ່ານນອນລັບຝັນຫວານແລະ ພົບກັນ
ໃໝ່ໃນສັບປະດາໜ້າ.