ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອຸດອນ ວົງສີ - ເທພີລຸ່ມແມ່ນໍ້າຂອງ


ອຸດອນ ວົງສີ
ອຸດອນ ວົງສີ
ສະບາຍດີ​ ​ເພງ​ສາກົນໃນ​ວັນສະ​ເຫຼີ​ມສະຫຼອງ​ເອກ​ກະລາດ​ຂອງ​
ສະຫະລັດເຮົາ​ກໍ​ໄດ້​ຟັງ​ໄປແລ້ວ​ເນາະ​ໃນ​ອາທິດ​ຜ່ານ​ມາ​ນີ້
ເພາະສະ​ນັ້ນ ​ໃນ​ອາທິດ​ນີ້ວັນນະສອນກໍ​ເລີຍ​ຕັ້ງ​ໃຈ​ມາຈັດ​ເພງ​
ຕາມ​ຄໍາ​ຂໍ​ເອົາ​ໃຈ​ແຟນໆ​ລາຍການ ດັ່ງ​ທີ່​ໄດ້​ບອກ​ໄປ​ແລ້ວ​ນັ້ນ.
​ເພງທໍາ​ອິດ​ນີ້​ເປັນ​ຜົນງານ​ເພງ​ດັງທີ່​ປະພັນ​ໂດຍ​ອ.ຈ. ບຸນທໍາ
ສີພູມໄຊ ທີ່ສົມຣິດ ພັນທະວົງ ເປັນຄົນຮອ້ງ ​ເປັນ​ເພງອະ​ມາ​ຕະ
ທີ່​ໂດ​ງດັງ​ໃນ​ປີ 1962. ກ່ອນ​ວັນນະສອນ ເກີດ​ດ້ວຍ​ຊໍ້າ​ອີກເພງເທພີ​ລຸ່ມ​ແມ່​ນໍ້າຂອງ ນີ້
​ໄດ້​ສົ່ງມາ​ແຕ່ໄກຈາກ​ອ໊ອສ​ເຕຣ​ເລຍ ໃຫ້ VOA ​ເປັນ​ລາຍ​ແລກແລະ​ວັນນະ​ສອນ ​ກໍ​ແນ່​ໃຈ​ວ່າ
​ແຟນໆ​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ຈະ​ຖື​ກໃຈ​ເປັນ​ທີ່​ສຸດ ​ເພາະ​ຈະ​ໄດ້​ລໍາ​ລຶກ
​ເຖິງ​ຄວາມ​ຫວານ​ຊື່ນ​ໃນ​ອະດີດຊຶ່ງ​ຜົນງານ​ເພງ​ຊຸດ​ນີ້​ຖືກ​ນໍາ​ມາ​ຈັດ​ທໍາ​ໃໝ່ ແລະເມື່ອໄດ້​ ສຽງ​
ຫວານໆ​ຂອງ​ ອຸດອນ ວົງ​ສີ ມາ​ຂັບ​ຮ້ອງ​ແລ້ວ ກໍ​ຍິ່ງ​ເຮັດ​ໃຫ້ເພງ​ນີ້ໜ້າ​ຟັງ​ຍິ່ງ​ຂຶ້ນ ໂດຍ​ສະ​
ເພາະ​ແລ້ວອ້າຍອຸດອນ ຍັງ​ມີ​ຄວາມຕັ້ງ​ໃຈນໍາ​ຜົນງານ​ເພງ​ດັງ​ໃນ​ອະດີດ​ມາ​ຈັດ​ທໍາ​ໃໝ່ເພື່ອ​
ສືບ​ທອດແລະຖະໜອມ​ໄວ້​ຊຶ່ງ​ມໍລະດົກ​ທາງ​ພູມ​ປັນຍາ​ຂອງ​ຄົນ​ລາວ ດ້ານສິນລະປະການ
ດົນຕີຂອງ​ລາວ​ເພື່ອ​ໃຫ້​ພວກ​ລູກ​ລາວ​ຫຼານ​ລາວ​ທີ່​ເກີດ​ໃໝ່​ໃຫຍ່​ລຸນ​ໄດ້​ຮຽນ​ຮູ້ແລະ​ໄດ້ຮັບ​
ຟັງ​ກັນ​ຂໍ​ມອບ​ໃຫ້​ທຸກໆຄົນ​ລາວ​ທີ່ຮັກ​ເພງ​ລາວ ນີ້​ກໍ​ເປັນ​ຄັ້ງ​ທໍາ​ອິດ​ຂອງ​ວັນນະ​ສອນ​ທີ່​ໄດ້​
ຟັງ​ເພງ​ນີ້​ເຊັ່ນ​ກັນ ເອົາລະໄປຟັງ​ພ້ອມໆ​ກັນ​ເລີຍ​ເນາະ.

ລິງໂດຍກົງ

ສ່ວນ​ເພງ​ຕໍ່​ໄປ​ນີ້​ ຂໍຈັດ​ໃຫ້ແຟນ​ເພງ ອາຈານ ສມານ ວົງ​ກະ​ເສມ ຈາກປະ​ເທດ​ຝຣັ່ງທີ່​ໄດ້​
ຝາກ​ຂໍ້ຄວາມ​ໄວ້​ຜ່ານ​ທາງ Skype ຊຶ່ງ​ປະຈຸ​ບັນ​ນີ້ ທ່ານ​ໄດ້ເປີດທຸລະ​ກິດ​ສອນ​ພາສາທັງ​
ພາສາ​ຝຣັ່ງ, ຈີນ ລາວ ​ໄທ​ແລະ​ ຂເມນ ​ຢູ່ໃນ​ກຸງ​ປາຣີ ​ຊຶ່ງ​ເພິ່ນບອກ​ມາ​ວ່າ ​ຢາກ​ຟັງ​ທັງ
ເພງ​ລາວ​ແລະ​ເພງ​ຝຣັ່ງ ເນື່ອງ​ໃນ​ວັນ​ເອກ​ກະລາດ​ຂອງຝຣັ່ງ 14 ກໍລະກົດນີ້ ຊຶ່ງ​ກໍກົງ​ກັບ
​ມື້​ນີ້​ພໍດີ ວັນນະ​ສອນ​ຕ້ອງ​ຂໍອະ​ໄພ​ຫຼາຍໆ​ທີ່​ບໍ່​ມີ​ເພງ​ປະ​ເທດຝຣັ່ງ ​ແຕ່​ຈະ​ຈັດ​ເພງບາ​ວ ​
ເພງ​ ດອກ​ຈໍາປາ​ ຂອງ​ສິນລະປິນ​ສາວ ມາ​ນີວັນ ດວງ​ພູມີ ໃຫ້​ຕາມ​ຄໍາ​ຂໍ ​ພ້ອມ​ນີ້​
ຂໍ​ຝາກ​ໃຫ້​ທຸກໆ​ຄົນລາວ​ໃນທົ່ວ​ໂລກ ​ໂທ​ຍສະ​ເພາະ​ໃນ​ປະ​ເທດ​ຝຣັ່ງ​ໄດ້​ຮັບ​ຟັງ​ກັນເພື່ອ
​ຈະ​ໄດ້​ລໍາລຶກ​ເຖິງມາ​ຕຸ​ພູມ​ບ້ານ​ເກີດ…ຫັວງວ່າ​ເພງ​ນີ້​ຄົງ​ເຮັດ​ໃຫ້​ຫຼາຍໆ​ທ່ານຫາຍ​ຄວາມ​ຄິດ
​ເຖິງ​ບ້ານ.

ລິງໂດຍກົງ



ຂໍອໍາລາທ່ານດ້ວຍເພງສະຫວັນ​ແດນ​ຮັກ ຊຶ່ງເພງນີ້ກໍເປັນນຶ່ງເພງດັງໃນອະດີດ
ສຸດຍອດອະມະຕະເພງລາວ ທີ່ຄໍາເຕີມ ຊານຸບານເປັນນັກຮ້ອງຕົ້ນສະບັບ ແຕ່ຕໍ່ມາ
ກໍໄດ້ມີຫຼາຍໆສິນລະປິນນໍາມາຂັບຮ້ອງ ແຕ່​ເພງຊຸດນີ້ເປັນຂອງສິນລະປິນໄທເຊຶ້ອສາຍ
ລາວ ຕ້ອມ ເຣນໂບວ໌ ຊຶ່ງວັນນສອນ ຈັດໃຫ້ຕາມ​ຄໍາ​ຂໍ​ຂອງ ອະນຸລັກ ແກ້ວມະນີ
ເພື່ອມອບໃຫ້ພໍ່ນວນຕາ ແລະແມ່ສີບຸນເຮືອງ ແກ້ວມະນີ ທີ່ສະຫວັນນະເຂດ ພ້ອມດຽວ​ກັນ
​ນີ້​ຜູ້ກ່ຽວ​ ກໍ​ຂໍມອບໃຫ້ຍາເອື້ຍດາຣາ ຫົວໜ້າພະແນກແລະເອື້ອຍວັນນະສອນນໍາ ​ໃຫ້​ໄດ້​ຟັງ
​ຮ່ວມ​ກັນ​ນອກ​ນີ້​ແລ້ວອະ​ນຸສອນ ຍັງໃສ່ນໍ້າອ້ອຍນໍ້າຕານຍ້ອງມາວ່າ ໂຄສົກສຽງຫຼວງພະບາງ
ມ່ວນດີ ຈິງໆແລ້ວເອື້ອຍວັນນະສອນ ກໍເວົ້າ​ໄດ້​ຫຼາຍ​ສໍານຽງປາກສຽງສະຫວັນໄດ້ຄືກັນ
ເປັນຈັງ​ໃດ​ລະຄື​ຄົນ​ສະຫວັນ​ເວົ້າ​ບໍ່?…ວັນນະ​ສອນ​ວ່າ​ສໍານຽງສະຫວັນ ກໍມ່ວນພໍໆກັນ
ກັບສຽງຫຼວງພະບາງນັ້ນລະ.

ຂໍເຊີນຟັງພ້ອມໆກັນເລີຍແລະຂໍໃຫ້ທຸກໆທ່ານນອນລັບຝັນດີ​.
ເພງ: ສະຫວັນ​ແດນ​ຮັກ ໂດຍ ຕ້ອມ ເຣນໂບວ໌
XS
SM
MD
LG