ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

“ໂອ້ ວຽງຈັນ” ໂດຍ ຕິກ ນໍຣະສິງ


“ໂອ້ ວຽງຈັນ” ໂດຍ ຕິກ ນໍຣະສິງ
“ໂອ້ ວຽງຈັນ” ໂດຍ ຕິກ ນໍຣະສິງ

ເຖິງແມ່ນວ່າ ລາຍການສຽງເພງ ຈາກແດນໄກຂອງ VOA ໄດ້ຈັດເພງ ຕາມຄໍາຂໍ ມາໄດ້ ຫຼາຍອາທິດແລ້ວກໍຈິງ ແຕ່ເຮົາກໍຍັງມີ ຈ.ມ. ອີກຫຼາຍສະບັບ ທີ່ຍັງຄ້າງຄາຢູ່ ແລະຄິດວ່າ ຄົງຈະບໍ່ວ່າກັນ ເພາະວ່າວັນນະສອນກໍຈະທະຍອຍຕອບ ຕາມລໍາດັບທີ່ຂຽນເຂົ້າມາ ຊຶ່ງໃນ ຄໍ່າຄືນນີ້ເປັນການຈັດເພງໃຫ້ຜູ້ຟັງທີ່ ສປປລາວ ແລະວ່າຈະເປັນຂອງໃຜນັ້ນ ຂໍເຊີນເຂົ້າສູ່ ລາຍການແລະຮັບຟັງໄດ້ເລີຍ.

ສະບາຍດີ​ທຸກໆທ່ານ ວັນນະສອນກໍຄິດວ່າຫາກໍສະຫຼອງ
ປິໃໝ່ສາກົນວ່າງມໍ່ໆມານີ້ ແລະຊ່ວງນີ້ ກໍຮອດກຸດຈີນ
ກຸດຫວຽດແລ້ວ ຫວັງວ່າທຸກທທ່ານຄົງຈະມວ່ນຊື່ນອີມໜໍາ
ສໍາຣານກັນຢ່າງຖ້ວນໜ້າ ເພງຕໍ່ໄປນີ້ມີຄວາມໝາຍດີ
ຈັດພິເສດມອບແດ່ທຸກໆຄົນລາວທີ່ມີໃຈຮັກແລະຫ່ວງຫາ
ມາຕຸພູມບ້ານເກີດແລະເຂົ້າກັບບັນຍາກາດສະຫຼອງ 450
ປີ ນະຄອນຫຼວງວຽງຈັນ ເປັນບົດເພງເກົ່າໃນອະດີດ
ແຕ່ໄດ້ສິນລະປິນຢ່າງ ຕິກ ນໍຣະສິງ ຈາກ ລັດ Cali-
fornia ນໍາມາດັດແປງທໍານອງເປັນ acoustic ຫວານໄປ
ອີກແບບ ເອົາລອງມາຟັງກັນເບິ່ງວ່າ ຈະຫວານດັ່ງທີ່ໄດ້
ກ່າວໄວ້ຫຼືບໍ່? ໃນບົດເພງ "ໂອ້ ວຽງຈັນ ."​

ເພງ: “ ໂອ້ ວຽງຈັນ” ໂດຍ ຕິກ ນໍຣະສິງ

ຂໍ້ຄວາມຈາກ website ໃນລາຍການສຽງເພງຈາກແດນໄກຂອງ VOAຕໍ່ໄປນີ້ມາຈາກ
ທ່ານຜູ້ຟັງນາມແຝງ “ຄົນລາວ” ຈາກ ອ໊ອສເຕເລຍ ຂໍຟັງເພງ “ຮັກເຈົ້າຄົນດຽວ” ເພື່ອມອບໃຫ້ຊາຍໃນດວງໃຈວ່າຊັ້ນ ແລະວ່າ ເພງໃດກໍໄດ້ທີ່ໃຫ້ມີຄວາມໝາຍໃກ້ຄຽງ
ທີ່ສຸດ ເອົາວັນນະສອນຂໍມອບເພງ “Frenquency of Love” ຫຼືດັ່ງທີ່ນັກຮ້ອງສາວ
ເຈົ້າຂອງສຽງເພງ ອະລຸນາ ຖາວອນສຸກ ຊອກມາວ່າ “ຄື້ນຂອງຄວາມຄິດເຖິງ
ແລະວັງວ່າຜູ້ຟັງນາມແຝງ “ຄົນລາວ” ໄດ້ສົ່ງຄວາມຮັກແລະຄວາມຄິດເຖິງໄປໃຫ້ຊາຍ
ໃນຝັນຕາມຄື້ນຂອງສຽງເພງນີ້.

ເພງ: “Frenquency of Love” ຫຼື “ຄວາມຄິດເຖິງ”

Email ສະບັບນີ້ມາໄກຈາກນ້ອງ ມີໄຊສະຫວັດ ແສງສະຫວ່າງ ຫຼືນ້ອງນົກ ຈາກສະຖາ
ບັນຄົ້ນຄວ້າວິທະຍາສາດການສຶກສາທີ່ ວຽງຈັນ ປະເທດລາວ. ເອື້ອຍວັນນະສອນ
ຂໍຂອບໃຈຫຼາຍໆກັບຄໍາຊົມທີ່ຂຽນມາຍາດຢຽດວ່າ VOA ດີຈັ່ງຊັ້ນ ດີຈັ່ງຊີ້ ມັກລາຍການ
VOA ຫຼາຍຈົນເຮັດໃຫ້ນ້ອງນົກກາຍເປັນຄົນຕິດຂ່າວ VOA ໄປເລີຍ. ເອື້ອຍວັນນະສອນ
ກໍດີແລ້ວ ຈະໄດ້ເປັນຄົນທັນໂລກ, ທັນຂ່າວ ທັນເຫດການ ເພງນີ້ມີຄວາມໝາຍແບບວ່າ
“ບອກແລ້ວບໍ່ກັບຄໍາ, ບອກແລ້ວບໍ່ລືມສັນຍາ” ເປັນຂອງນັກຮ້ອງໜ້າໃສສຽງໃສ ອາເລ໊ກສ
ຊານດຣາ ທິດາວັນ ບຸນຊ່ວຍ ຊຶ່ງເປັນເພງປະກອບລະຄອນ "ມົນຮັກຮີມຝັ່ງຂອງ" ຂໍມອບໃຫ້ນ້ອງນົກໄດ້ຟັງກັບເພື່ອນສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະຫວັງ
ວ່າຄົງຈະຂຽນ email ເຂົ້າມາຫາເອື້ຍວັນນະສອນອີກ ສ່ວນຮູບທີ່ຂໍມານັ້ນຈະຈັດສົ່ງໃຫ້
ທັນປີໃໝ່ລາວຢ່າງແນ່ແທ້ ແລະຫວັງວ່າຄົງຈະໄດ້ມີໂອກາດພົບກັນໃນອານາຄົດຂ້າງ
ຫນ້າທີ່ປະເທດລາວ.

ເພງ: “ບໍ່ລືມສັນຍາ” ໂດຍ ອາເລ໊ກສຊານດຣາ ທິດາວັນ ບຸນຊ່ວຍ

ຂໍໃຫ້ທຸກໆທ່ານນອນຫຼັບຝັນດີ ແລະພົບກັນໃໝ່ໃນສັບປະດາໜ້າ.

XS
SM
MD
LG