ເພງທີ່ທ່ານຫາກໍຟັງຈົບລົງໄປນັ້ນແມ່ນເພງ No Tears Left To Cry ທີ່ມີຄວາມ
ໝາຍວ່າ ບໍ່ມີນ້ຳຕາຫຼົງເຫຼືອໃຫ້ຮ້ອງໄຫ້…ຊຶ່ງເພງນີ້ Ariana Grande ທີ່ຂັບຮ້ອງໄວ້
ຢ່າງໄດ້ອາລົມ ເຮັດໃຫ້ມີຄວາມຮູ້ສຶກວ່າເຂັ້ມແຂງຂຶ້ນ ລຸກຂຶ້ນມາຕໍ່ສູ້ແບບວ່າ ບໍ່ມີ
ນ້ຳຕາຫຼົງເຫຼືອໃຫ້ຮ້ອງໄຫ້ ຕໍ່ໄປອີກແລ້ວ ເອົາ ພາກັນອອກມາສ້າງຄວາມຄຸ້ມກັນ
ໃຫ້ຕົວເອງໃໝ່ ເປັນຄົນເຂັ້ມແຂງແມ່ນຄຳນຮັກຈະຈາກໄປ ແຕ່ໂລກນີ້ຍັງໝູນວຽນ
ດຳເນີນຢູ່ຕໍ່ໄປ…ຈະໄປຮ້ອງໄຫ້ເສຍນ້ຳຕາອີກຕໍ່ໄປເຮັດຫຍັງ ກັບຄົນທີ່ທຳລາຍເຮົາ
ມັນບໍ່ຄຸ້ມດອກ...ເຊີນຮັບຟັງໃຫ້ເປັນກຳລັງໃຈ ຕໍ່ສູ້ຕໍ່ໄປ.
ສ່ວນເພງ Play It Again ເພງລູກທົ່ງອາເມຣິກັນ ຕໍ່ໄປນີ້ ເປັນເພງຂອງ Luke
Bryan ທີ່ຮັບຮ້ອງໄດ້ຢ່າງສະໃຈ ແລະວັນນະສອນ ຄິດວ່າ ຄົງເປັນທີ່ຖືກໃຈ ບັນດາ
ແຟນເພງລູກທົ່ງຢ່າງແນ່ນອນ ເອົາຢ່າລໍຊ້າເລີຍ.
ກ່ອນຈາກກັນໄປໃນຄຳຄືນນີ້ ວັນນະສອນຂໍມ້ວນທ້າຍດ້ວຍເພງຫວານ ແບບຟັງ
ແລ້ວຜ່ອນຄາຍອາລົມ ເຂົ້າຫລັບແຕ່ຫົວຄ່ຳ ເພາະຈະໄດ້ຕືນມາສົດໃສໃນວັນຈັນມື້ອື່ນ
ໃນບົດເພງ Miss You ຂອງ Darius Rucker ນອນຫຼັບຝັນຫວານ ແລະພົບກັນໃໝ່ໃນລາຍການສຽງເພງຈາກແດນໄກຂອງວີໂອເອ ໃນຄ່ຳຄືນວັນອາທິດ ສະບັບໜ້າ.