ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອວຍພອນ​ປີ​ໃໝ່ - ພູ​ວົງ ​ເພັດ​ພູ​ທອງ


ພູ​ວົງ ​ເພັດ​ພູ​ທອງ
ພູ​ວົງ ​ເພັດ​ພູ​ທອງ

ນັ້ນ​ແມ່ນ​ເພງ ອວຍພອນ​ປີ​ໃໝ່ ຜົນງານ​ເພງ​ຂອງ​ພູ​ວົງ ​ເພັດ​ພູ​ທອງ ທີ່​ເປັນ​ຈັ່ງ​ຫວະ​ລົງ​ວົງ​ລາວ ​ແບບ​ມ່ວນ​ຊື່ນ​ສະໜຸກ​ສະໜາ​ນ ​ແລະ​ວັນນະ​ສ​ແນ ກໍ​ຫວັງ​ວ່າ ທ່ານ​ຜູ້​ຟັງ ຄົງ ​ໄດ້​ອອກ​ມາ​ຟ້ອນລຳ ຕາມ​ເພງ​ນີ້​ໄປ​ແລ້ວ ກໍ​ຂໍ​ໃຫ້​ທຸກໆ​ທ່ານສະບາຍອົກ ສະບາຍ​ໃຈ ​ຕຽມ​ພ້ອມ​ຕ້ອນຮັບ​ປີ​ໃໝ່ສາກົນ ປີ 2017 ຊຶ່ງ​ກົງ​ກັບ​ວັນ​ນີ້​ພໍ​ດິບ​ພໍດີ

ພອນ​ໃດ​ທ​ປະ​ເສີດ ພອນ​ໃດ​ທລ​ເລີດ ຈງເກີດແດ​ທຸກໆທານ ທ​ກຳລັງ​ຮັບຟັງ​ຢູ​ໃນ​ຂະນະ​ນ ຟັງ​ເພງ​ໄປ ​ໄດ​ມວນ​ຊນ​ໄປ ​ໄດ​ຄວາມ​ຮູສຶກ​ດີໆ​ຈາກ ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ​ຂໍ​ໃຫ້​ຕັ້ງໃຈ ກະທຳ​ໃນ​ສງທ​ດີງາມ ​ເພາະ​ປີ​ໃໝ​ແລວ​ກໍ​ຈະ​ໄດ​ເປັນ​ຄົນໃໝ່ທ​ທັນ​ສະ​ໄ​ໝ ​ແລະ​ພ້ອມ​ທີ່​ຈະ​ຮັບ​ສິ່ງ​ທີ່​ດີງາມ ​ທີ່​ມາພ້ອມ​ກັບ​ປີ​ໃໝ່ ເຂົ້າ​ໃນ​ຊີວິດ​ຂອງ​ທ່ານ ​ເຊີນ​ມ່ວນ​ຊື່ນ​ກັບ​ເພງ Auld Lang Syne ທີ່​ຂັບຮ້ອງ​ໂດຍ Alexandra ທິດາວັນ ບຸນຊ່ວຍ.

ວັນນະ​ສອນ​ພອມ​ດວຍ​ຄະນະ​ຂອງ VOA ທຸກ​ຖວນ​ໜາ ຈງ​ຂໍ​ຖື​ໂອກາດ​ນ ອວຍພອນ​ແລະ ສງ​ຄວາມປາດ​ຖະໜາ​ດີ​ມາ​ກັບ​ສຽງ​ເພງ​ນ ເພື່ອ​ມອບໃຫ​ແດ​ທານຜູ້ຟັງ​ລາຍການ​ ວິທະ​ຍຸ VOA ​ແລະ ຂໍ​ດົນ​ບັນດານໃຫ້ທ່ານຜູ້​ຟັງ ປະສົບ​ແຕ່​ຄວາມ​ຜາ​ສຸກ ມີ​ອາຍຸ​ ວັນ​ນັງ ສຸກ​ຂັງ
ພາ​ລັງ ຕະຫຼອດ​ປີ​ໃໝ່ 2017 ດ້ວຍ​ເທີ້ນ. ເອົາ​ເຮົາ​ມ​າຮ້ອງ​ເພງທີ່​ຮັບ​ຮ້ອງ​ໂດຍ Star De Azlan ພ້ອມໆ​ກັນ​ເລີຍ ​ໃນ​ບົດ​ເພງ Feliz Navidad ນອນລັບຝັນຫວານ ຂໍໃຫທຸກໆ
ທານຕນຂນມາ ພອມກັບຄວາມຝັນທີ່ເປັນຈິງທຸກປະການ. ໂຊກດີປີໃໝ່.


​ແລະ​ຂໍ​ຝາກ​ກອນ​ປີ​ໃໝ່ ບົດ​ນີ້ ທີ່​ປະພັນ​ໂດຍ ທ່ານ​ບຸນ​ຜົງ ພົມ​ທະ​ວົງ .

ອວຍພອນປີໃໝ່ ຄ.ສ. 2017
ຄ.ສ. ຮອບໃໝ່ຕັ້ງ ສັງກາດໃໝ່ຍາມດີ
ຍາມດີຖີ ມົງຄຸນ ເລີກງາມຍາມເຮົ້າ
ວັນເຮົາ ຊຸມແຊວຮ້ອງ ສະຫຼອງເກນວັນໃໝ່
ຄ.ສ. 20-17 ໃໝ່ນີ້ ມີໄຊກ້າເບັ່ງບານ...

ວັນໃໝ່ ເລີກໃໝ່ນີ້ ຈົ່ງນໍາໂຊກຕາມມາ
ຈົ່ງນໍາພາ ຄວາມສຸກ ສູ່ປະຊາຊາວເຊື້ອ
ປະຊາຊົນ ເໜືອໃຕ້ ໃນໂລກາຜືນໃຫຍ່ ເຮົານີ້
ມີສຸກ ສົມໃຈ ສົມມາດແມ້ງ ເຮືອງແຈ້ງຢູ່ກະເສີມ !

ການງານ ຍົດລາບຂັ້ນ ສົມດ້າມດັ່ງໃຈໝາຍ
ປາຖະໜາ ສັນໃດ ຊອບດັ່ງໃຈໝາຍໝັ້ນ
ຫາກທ່ານ ທໍາການຄ້າ ທຶນຮອນຢ່າເຂີນຂາດ
ສົມມາດ ເປັນເສດຖີ ໝື່ນລ້ານ ສົມພານເຮື້ອງກ້າວໄກ !

ປີໃໝ່ ຂໍໃຫ້ລາວ ທົ່ວຫຼ້າ ຜືນແຜ່ນທໍລະນີ
ມີເມດຕາ ປານີ ຕໍ່ເຜົ່າພົງພັນເຊື້ອ
ສໍານຶກຄຸນ ກຸນເກື້ອ ທອມຕົນເພື່ອຊາວລາດ
ເຫັນທຸກ ບໍ່ອາດ ດູເບິ່ງລ້າ ສັດທາຊ່ວຍແບ່ງເບົາ ຄວນແລ້ວ !

ອັນໜຶ່ງ ປະເພນີ ຮີດບ້ານ ອັນຮີດເກົ່າຄອງເດີມ ນັ້ນນາ
ວັດວາ ສາສະໜາ ວັດທະນາທຳ ຢ່າໃຫ້ມັນສູນສ້ຽງ
ສຽງແຄນ ຂັບລໍາຮ້ອງ ສະຫຼອງງານບຸນຕ່າງໆ
ຄວາມລາວ ອ່ານຟັງ ຂຽນປາກເວົ້າ ໃຫ້ສອນເຈົ້າຜູ້ເກີດລຸນ ຊອບເນີ !

ອາຍຸ ຂໍໃຫ້ ຍືນທ່ຽງໝັ້ນ ພົ້ນຜ່ານພັນວັດສາ
ວັນນະ ຂໍໃຫ້ ໂສມສົດໃສ ຜ່ອງລະໄມໃສກ້າ
ສຸກຂະ ຂໍໃຫ້ ສຸກໃຈລົ້ນ ເໜືອມວນຊົນຊາວໂລກ
ພະລະ ມີກໍາລັງ ເກິ່ງກ້າ ຣາຊາຊ້າງໝື່ນໂຕ.

ບຸນຜົງ ກ. ພົມທະວົງສ໌ 12/27/16

XS
SM
MD
LG