ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອຸດອນ​ ວົງ​ສີ - ນ້ອງຄືທຸກສິ່ງຂອງອ້າຍ


ອຸດອນ​ ວົງ​ສີ
ອຸດອນ​ ວົງ​ສີ

ສະບາຍດີ ວັນນະສອນ ດີ​ໃຈ​ທີ່​ໄດ້​ກັບ​ມາ​ຈັດ​ເພງ​ໃຫ້​ທ່ານ​ຜູ້​ຟັງ​ໄດ້​ຮັບ​ຟັງ​ກັນ ປີ​ໃໝ່​ຟ້າ​ໃໝ່​ແລ້ວ ຫວັງ​ວ່າ ທຸກໆ​ທ່ານ​ສະ​ບາຍ​ດີ ​ແລະຂໍ​ເລີ່​ມດ້ວຍ​ເພງຂອງ​ສິນລະປິນ​ສຽງ​ຄຸນ​ນະພາ​ບ ​ອຸດອນ​ ວົງ​ສີ ຈາກ ອ໊ອສ​ເຕຣຍ​ເລຍ ທີ່ນັກຂ່າວຂອງພວກເຮົາ ໄຊຈະເລີນສຸກ ຂໍມອບ​ເປັນ ຂອງຂວັນປີໃໝ່ ໃຫ້ແກ່ແຟນໆ ວີໂອເອລາວ ທີ່ຕິດຕາມຟັງແລະຊົມ ຜົນງານຂອງພວກ
ເຮົາ ທາງເຟສບຸກ ທາງເວັບໄຊ ຫຼື ທາງວິທະຍຸ ຊຶ່ງໄດ້ຂຽນຂໍ້ຄວາມ​ເຂົ້າມາຖາມ​ໄຖ່ ສະບາບດີ ແລະຕິຊົມ ຫວັງວ່າ ​ເພງທີ່ ໄຊຈະເລີນສຸກ ເລືອກມາໃຫ້ນີ້ ຄົງ​ຈະ​ເປັນ​ທີ່​ຖືກ​ໃຈ​ຂອງ​ທ່ານ​ຜູ້​ຟັງ ​ເອົາ​ໄປ​ຟັງ​ພ້ອມໆ​ກັນ​ເລີຍ ​ໃນ​ບົດ​ເພງ ນ້ອງຄືທຸກສິ່ງຂອງອ້າຍ ແຕ່ງໂດຍ ອ.ຈ. ພົມມະ ພິມມະສອນ.

ສ່ວນ​ເພງ​ຕໍ່​ໄປ​ນີ້ ຂໍ​ຈັດ​ໃຫ້​ນ້ອງ ກຸ້ງ ບຸບຜາ ທີ່​ຂຽນ​ເຂົ້າມາທາງ Facebook ຂໍ​ຟັງ​ເພງ
ຄິດເຖິງ​ບ້ານ ຂອງ​ກົງ​ລາ ວົງ​ສຳ​ພັນ ນ້ອງ ກຸ້ງ ​ບອກ​ມາ​ວ່າ ​ໄດ້​ຕິດຕາມ​ຮັບ​ຟັງ VOA
ນັບ​ຕັ້ງ​ປີ 2006 ຈົນ​ເຖິງ​ປະຈຸ​ບັນ​ນີ້ ຊຶ່ງ​ຂະນະ​ນີ້​ໄດ​້ເຂົ້າ​ໄປ​ສຶກສາ​ທີ່​ນະຄອນຫຼວງ​ວຽງ​ຈັນ ​ບອກ​ມາ​ວ່າ ​ຄິດ​ຮອດ​ບ້ານ​ຫຼາຍ​ວ່າ​ຊັ້ນ ​ເອົາ​ເອື້ອຍ​ຂໍ​ເປັນ​ກຳລັງ​ໃຈ ​ແລະ​ເອົາ​ໃຈ​ຊ່ອຍ ​
ແລະ​ຂໍ​ໃຫ້​ຕັ້ງ​ໃຈ​ຮ່ຳຮຽນ​ສຶກສາ ​ແລະ​ຮີບ​ຟ້າວ​ກັບ​ບ້ານ ​ໄປ​ຊ່ອຍ​ຄອບຄົວ​ພໍ່​ແມ່ ​ຫັວງວ່າ
ຖ້າ​ໄດ້​ຍິນ​ເພງ​ນີ້​ແລ້ວ ກໍ​ຢ່າ​ລືມ​ຂຽນ​ເຂົ້າ​ມາບ​ອກດ້ວຍ.

ກໍ​ຕ້ອງ​ຂໍ​ຂອບ​ໃຈ​ຍາ​ອ້າຍ​ສະ​ດາ​ຄົມ ຜູ້​ຟັງ​ຈາກ​ອອສ​ເຕຣ​ເລຍ ​ ທີ່​ຄອຍເປັນຄົນ​ກາງ ຕິດ​ຕໍ່
ສົ່ງ​ຂໍ້​ມູນ​ແລະ​ຂ່າວ​ຄາວ​ຂອງ​ພີ່ນ້ອງ​ລາວອອສ​ເຕຣ​ເລຍ ມາ​ໃຫ້​ຕະຫຼອດ ແລະ​ຕ້ອງ​ຂໍ​ຂອບ​
ໃຈ ທີ່​ໃຫ້​ທາງ VOA ນຳ​ໃຊ້​ພາບ​ວີ​ດີ​ໂອ ຂອງ​ຫຼວງ​ພະ​ບາງ…​ແລະ​ຂໍ​ມອບ​ເພງ​ນີ້​ ແທນ​ຄຳ​
ຂອບ​ໃຈ ​ເປັນ​ຜົນງານ​ເພງ​ອະ​ມະຕະ ຂອງ​ວໍຣະ​ເດດ ດິດທະ​ວົງ ​ໃນ​ບົດ​ເພງ ລີເຊ ຂໍ​ໃຫ້
ທຸກໆທ່ານ​ນອນ​ຫຼັບ​ຝັນ​ດີ ​ແລະ​ພົບ​ກັນ​ໃໝ່​ໃນ​ສັບປະດາ​ໜ້າ.

XS
SM
MD
LG