ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ແສງມະນີ - ສາວພັນໄຊ


ແສງມະນີ ຈັນທະວົງ
ແສງມະນີ ຈັນທະວົງ
ສະບາຍດີ ​ແລະ​ຍິນ​ດີ ຕ້ອນຮັບ​ທ່ານ​ຜູ້​ຟັງ​ເຂົ້າ​ສູ່​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ວັນນະ​ສອນ​ວ່າ​ທຸກໆ​ທ່ານ​ຄົງ​ເຫັນ​ດີ​ເຫັນພ້ອມ​ກັບ​ວັນນສອນ​ທີ່​ວ່າ ການ​ທີ່​ໄດ້​ຟັງ​ເພງ​ລາວ ກໍ​ເຮັດ​ໃຫ້​ພວກ​ເຮົາ​ຄົນ​ລາວ​ທີ່​ອາໄສ​ໃນ​ຕ່າງ​ແດນ​ໄດ້​ຮຽນ​ຮູ້​ໄດ້​ສຶກ​ສາ​ແລະ​ຝຶກ​ພາສາ​ລາວ​ໄປ​ພ້ອມ​ກັນ ທັງ​ຍັງ​ໄດ້​ຟັງ​ມ່ວນ​ຫູ​ໄປ​ນໍາ ອາລົມຄ້ອຍ​ຕາມ​ເພງ​ໄປ​ນໍາ ​ເພງ​ສາວ “ພັນໄຊ” ຂອງ​ແສງ​ມະນີ ຈັນທະ​ວົງ ຈັດ​ໃຫ້​ທ່ານ​ຜູ້ຟັງ ຊື່ແຂກ ຈາກສະຫວັນນະເຂດ ສປປ ລາວ ທີ່​ຂຽນ​ຝາກ​ຂໍ້ຄວາມ​ໄວ້​ເພື່ອ​ມອບ​ພິ​ເສດ​ໃຫ້​ເອື້ອຍ​ວັນນະ​ສອນ​ແລະ​ທີ​ມງານ VOA ທັງ​ໝົດ ​ແລະ​ຍັງ​ຍ້ອງ​ມາ​ວ່າ ​ເອື້ອຍ​ວັນນະ​ສອນ​ເວົ້າ​ສໍານຽງສຽງສະ​ຫວັນມ່ວນ​ວ່າ​ຊັ້ນ ​ເພາະວ່າ​ນ້ອງແຂກ ກໍ​ເປັນ​ຄົນ​ສະຫວັນ ແຕ່ມາເຮັດວຽກຢູ່ວຽງຈັນ ​“ແນ່ນອນ​ຢູ່​ແລ້ວ ສຽງສະ​ຫວັນທັງ​ມ່ວນ​ທັງ​ນິ້ມ​ນວນ​ອ່ອນ​ຫວານ ​ແບບ​ວ່າ ​ໄລ່​ໝາ​ ໝາບໍ່ລົງ​ເຮືອນ​ພຸ້ນ​ລະ” ​ເອົາ​ເອື້ອຍ​ວັນນະ​ສອນ​ພ້ອມ​ແລ້ວ …​ໄປ​ຟັງ​ພ້ອງ​ກັນ​ເລີຍ.




ລິງໂດຍກົງ

ສ່ວນ​ຂໍ້ຄວາມຕໍ່​ໄປ​ນີ້​ມາ​ໄກຈາກ ວີ ຈາກ Holland ທີ່​ເວົ້າ​ວ່າ ຂອບ​ໃຈ VOA ທີ່ຄ່ອຍສັນຫາ
ເພງມ່ວນໆມານໍາສະເໜີໃຫ້ທຸກຄົນລາວໄກບ້ານໄດ້ຮັບຟັງເພງລາວ ເພາະສະນັ້ນຈຶ່ງຂໍມອບ
ເພງຫວານຂອງສາວນ້ອຍສຽງໄສຄົນເກັ່ງ ສິນລະປິນສາວ ຄົນສະຫວັນນະເຂດ ຈາກສປປ
ລາວ ມຸກດາວັນ ສັນຕິພອນ ໃນບົດເພງ “ສາວອິງຮັງຍັງຄອຍ” ເພື່ອເອົາໃຈສາວໆ
ສະຫວັນນະເຂດ




ສ່ວນເພງສຸດທ້າຍນີ້ ຂໍເນະນໍາເພງປະກອບຮູບເງົາທີ່ເຂົ້າສາຍທັງໃນລາວແລະໄທ ພ້ອມໆກັນ
ໃນເດືອນຜ່ານມານີ້ ເປັນຜົນງານເອກຂອງນັກຮ້ອງແຫບສະເໜ່ ສັກ ວົງ Cells ວັນນະສອນ
ກາຣັນຕີໄດ້ເລີຍວ່າ “ບໍ່ຜິດຫວັງ” ຂໍເຊີນໄປຮັບຟັງພ້ອມໆກັນເລີຍ ໃນບົດເພງ “ຮັກສະເໝີ” ຂໍມອບເພງທີ່ມີຄວາມໝາຍດີໆນີ້ແກ່ທ່ານຜູ້ຟັງອລະຢາກບອກວ່າ…ຮັກສະເໝີ
​ຂໍ​ໃຫ້​ທຸກ​ທ່າ​ນ ນອນ​ຫຼັບ​ຝັນ​ດີ.

XS
SM
MD
LG