ສະບາຍດີທ່ານຜູ້ຟັງທີ່ເຄົາຣົບແລະຍິນດີຕ້ອນຮັບທ່ານຜູ້ຟັງເຂົ້າສູ່ລາຍການສຽງເພງ
ຈາກແດນໄກຂອງ VOA ຄ່ຳຄືນນີ້ພິເສດແດ່ ເພາະວ່າເປັນວັນແມ່ ໃນສະຫະລັດ ຊຶ່ງກົງ
ກັບວັນອາທິດ ມື້ນີ້ພໍດີ ເພາະສະນັ້ນ ວັນນະສອນ ຈຶ່ງຂໍນໍາສະເໜີເພງກ່ຽວກັບແມ່
ເພື່ອສັນລະເສີນແລະໃຫ້ກຽດແດ່ບັນດາແມ່ທັງຫຼາຍ ທຸກຜູ້ທຸກໆຄົນໃນສາກົນລະໂລກນີ້
ຊຶ່ງຂໍເລີ້ມຕົ້ນດ້ວຍເພງ ບຸນຄຸນພໍ່ແມ່ ໂດຍ ກໍ ສັກສີ ປະພັນໂດຍ ເຈົ້າຄໍາຜາຍ ກຸນລະວຸດ.
ຂໍເຊີນໄປຮັບຟັງພ້ອມໆກັນເລີຍ.
ເປັນຈັ່ງໃດລະ ຟັງເພງລາວທີ່ມີຄວາມໝາຍຫວານຊື່ນ ກ່ຽວກັບແມ່ນັ້ນ ກໍຄົງຈະເຮັດໃຫ້
ຜູ້ຟັງປື້ມອົກປື້ມໃຈ ທີ່ທາງເຮົາຈັດເພງມອບໃຫ້ພວກແມ່ໆທັງຫຼາຍພ້ອມກັນ ເພື່ອໃຫ້ເພິ່ນ
ໝັ້ນໃຈວ່າ ພວກລູກໆ ຍັງຮັກເພິ່ນບໍ່ເຊື່ອມຄາຍແລະພ້ອມທີ່ຈະເບິ່ງແຍງດູແລ ທ່ານຢູ່
ສະເໝີໄປ. ອັນດັບຕໍ່ໄປຂໍນຳສະເໜີເພງທີ່ມີຄວາມໝາຍດີ ເວົ້າເຖິງຄຸນງາມຄວາມດີ
ຄວາມເສຍສະຫຼະ ຄວາມຖະໜຸຖະໜອມ ການເອົາໃຈໃສ່ ມີມານະອົດທົນ ລ້ຽງດູ
ສັ່ງສອນ ພວກລູກໆໂດຍບໍ່ຫວັງຜົນຕອບແທນ ແລະນອກເໜືອກວ່າສິ່ງອື່ນໃດ ກໍຄື
ນ້ຳໃຈອັນງົດງາມຂອງແມ່ທີ່ມີຕໍ່ພວກລູກໆ ແລະເພງ You’re So Beautiful ຈຶ່ງເໝາະ
ສົມທີ່ສຸດສຳລັບແມ່. ທ່ານຜູ້ຟັງ ກໍສວຍງາມເຊັ່ນກັນ ດັ່ງຊື່ຂອງເພງນີ້ You’re So
Beautiful ທີ່ຂັບຮ້ອງໂດຍ Kenney Rogers.
ເພງສຸດທ້າຍ ເປັນເພງທີ່ມີເນື້ອໄນຄວາມໝາຍກ່ຽວກັບແມ່ ເປັນເພງລູກທົ່ງສາກົນ ທີ່ຂັບ
ຮ້ອງໂດຍສິລະປິນລຸ່ນອາວຸໂສລູກທົ່ງ ຜູ້ທີ່ມີຊື່ສຽງໂດ່ງດັງໃນສະຫະລັດ Garth Brooks
ໃນບົດເພງ Mom ຊຶ່ງເພງນີ້ ໄດ້ເປັນຕົວແທນຂອງພວກລູກໆ ທີ່ບອກແມ່ວ່າ ພວກລູກ
ຮັກແມ່ ຕະຫຼອດໄປ ແລະຕະຫຼອດການ ບໍ່ມີວັນເຊື່ອມຄາຍ. ຂໍໃຫ້ນອນຫລັບສະບາຍ….
ພົບກັນໃຫມ່ໃນສັບປະດາຫນ້າ Happy Mother’s Day.