ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເພງ ພະຄຸນ​ຂອງ​ແມ່ ຂອງໜິງ ​ແວວມະນີ ຄົງປະທັບໃຈ ບັນດາແມ່ທັງຫຼາຍ


ໜິງ ​ແວວມະນີ
ໜິງ ​ແວວມະນີ

ສະບາຍດີ​ທ່ານ​ຜູ້ຟັງ​ທີ່​ເຄົາລົບ​ແລະ​ຍິນ​ດີ​ຕ້ອນຮັບ​ທ່ານ​ຜູ້​ຟັງ​ເຂົ້າ​ສູ່ລາຍການ​ສຽງ​ເພງ​ຈາກ​ແດນ​ໄກຊອງ VOA ຄ່ຳ​ຄືນ​ນີ້ພິ​ເສດ​ແດ່​ ​ເພາະວ່າເປັນວັນ​ແມ່ ​ໃນ​ສະຫະລັດ​ ຊຶ່ງ​ກົງກັບ​ວັນ​ອາທິດ​ຕົ້ນ​ເດືອນ​ພຶດສ​ະພາຂອງ​ທຸກ​ປີ ​ແລະ​ເພງ ພະຄຸນ​ຂອງ​ແມ່ ທີ່​ຂັບ​ຮ້ອງ​ໂດຍ ໜິງ ​ແວວມະນີ ຈຶ່ງ​ເໝາະ​ສົມ​ທີ່​ສຸດ​ໃນ​ບັນຍາກາດ​ອັນ​ອົບ​ອຸ່ນ​ເພື່ອ​ມອບ​ເປັນ​ກຽດ​ແລະ​ເພື່ອ​ຍົກ ຍ້ອງ ​ໃຫ້​ແກ່​ບັນດາ​ແມ່​ທັງຫຼາຍ ທຸກ​ຜູ້​ທຸກໆຄົນ​ໃນ​ສາກົນ​ລະ​ໂລກ​ນີ້ ​ເຖິງ​ຈະ​ເຮັດ​ວຽກ​ໜັກ​ແລະ​ບໍ່​ມີ​ເວລາ​ປານ​ໃດ ກໍ​ຕາມ ຢ່າ​ປ່ອຍ​ໃຫ້​ແມ່ນັ່ງ​ກິນ​ເຂົ້າ​ຄົນ​ດຽວ​ແລະ​ກໍ​ຂໍ​ໃຫ້​ສົ່ງ​ຄວາມ​ຮັກ​ຄວາມ​ຮູ້ສຶກ​ທີ່​ດີ​ໃຫ້​ກັບ​ແມ່ ບໍ່​ສະ​ເພາະ​ວັນ​ແມ່​ ​ມື້​ດຽວເທົ່ານັ້ນ ຂໍ​ໃຫ້​ຮັກ​ແມ່ ​ແລະ​ຖະໜຸ ຖະໜອມ​ແມ່ ຕະຫຼອດ​ໄປ ຊົ່ວ​ການ​ລະ​ນານ…

ເພງ ຈົດໝາຍ​ຈາກ​ແມ່ ​ທີ່ຂັບ​ຮ້ອງ​ໂດຍສົມ​ມີ ​ໄຊ​ເຕ​ໂຊ ເປັນ​ເພງ​ນຶ່ງ​ທີ່ວັນນະ​ສອນ ຄິດ​ວ່າ​ທ່ານ​ຜູ້​ຟັງ ກໍ​ຄົງ​ມີ​ຄວາມ​ຮູ້​ສຶກປະ​ທັບ​ໃຈ ​ແລະ​ສຸດ​ຊຶ້ງ​ໃນ​ທຸກ​ຖ້ອຍ​ຄຳ​ເວົ້າ ຂອງ​ແມ່ທີ່​ໄດ້​ພະຍາ​ມຂຽນ​ຫາ​ລູກ ​ເຖິງ​ແມ່ນ​ຈະ​ກຶກ​ໜັງສື ​ແມ່ນ​ຍັງ​ພະຍາຍາມ ​ເພງນີ້​ໄດ້​ບັນ​ລະ​ຍາຍ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ແມ່​ທີ່ ມີ​ຕໍ່​ລູກໆ...ວັນນະ​ສອນ ຂໍ​ສົ່ງ​ເພງ​ນີ້​ເປັນ​ກຳລັງ​ໃຈ​ໃຫ້​ພວກ​ລູກໆທີ່​ຕັ້ງໜ້າ​ຕັ້ງ​ຕາ​ຮຽນ ຫຼື​ແມ່ນ​ແຕ່​ໄປ​ເຮັດ​ວຽກ​ເຮັດ​ການ​ຢູ່​ໃນ​ຕ່າງ​ແດນ​ເພາະວ່າ​ເພງ​ນີ້ ຈະ​ໄດ້​ຢ້ຳ​ເຕືອນ​ໃຫ້​ພວກລູກໆໄດ້ຕະນັກເຖິງຄວາມພາກພຽນພະຍາຍາມ ເອົາໃຈໃສ່ ສົ່ງເສຍ ພວກ ລູກໆໃຫ້ໄດ້ຮຽນສູງໆ ເຖີງແມ່ຈະບໍ່ໄດ້ຮຽນສູງ ແຕ່ກໍພະຍາຍາມຕັ້ງໃຈຂຽນຈົດໝາຍ ເຖິງລູກ ເທົ່າທີ່ໄດ້ຮ່ຳຮຽນມາ ພຽງ​ເພື່ອ​ຈະ​ໄດ້​ຖາມ​ໄຖ່​ສະບາຍດີ​ລູກ​ຮັກ. ຂໍຂອບໃຈບົດ​ເພງ​ນີ້…ຂອບ​ໃຈ ສຽງ​ຫວານໆ​ຊຶ້ງໆ ຂອງສົມ​ມີ ​ໄຊ​ເຕ​ໂຊ ​ຂໍ​ຂອບ​ໃຈ​ໃນ​ທຸກ​ຖ້ອຍ​ຄຳທີ່​ໄດ້​ບັນ ຈົງ​ຂຽນ​ມາ​ເປັນ​ເພງ ​ແລະ​ໃສ່​ອາລົມ​ໃນ​ເພງ​ນີ້ ຟັງ​ແລ້ວ​ນ້ຳ​ຕາ​ຄໍເບົ້າ...ບໍ່​ເຊື່ອ ກໍ​ຂໍ​ໄປ​ຟັງ​ພ້ອມໆ​ກັນເລີຍ.

ວັນນະ​ສອນວ່າ ຈະ​ຮ້ອງ​ເພງທີ່​ຊຶ້ງໆ​ນັບ​ໝື່ນ ນັບແສນ ກໍຈະ​ບໍ່ປຽບປານ ​ແລະ​ບໍ່​ສາມາດ​ທົດ​ແທນ​ບຸນຄຸນ​ຂອງແມ່​ໄດ້ ຊຶ່ງ​ເພິ່ນ​ໄດ້​ອົດທົນ​ອູ້ມ​ລູກ​ຢູ່​ໃນ​ທ້ອງ​ເຖິງ 9 ​ເດືອນ​ຈົນ​ຄອດ​ອອກ​ມາ ​ທັງ​ຍັງ​ພະຍາຍາມລ້ຽງດູ ​ພວກ​ລູກໆ​ຈົນ​ໃຫ້​ເຕີບ​ໃຫຍ່​ ​ເພື່ອ​ໃຫ້ເປັນ​ຄົນ​ທີ່​ມີ​ຄວາມ​ຮູ້ ຄວາມ​ສາມາດ ​ເປັນ​ຄົນ​ດີ​ແລະ​ມີ​ຄຸນຄ່າ​ຂອງ​ຄອບຄົວ​ແລະ​ສັງຄົມ…​ວັນນະ​ສອນ​ຄິດ​ວ່າສິ່ງ​ທີ່​ພວກ​ລູກໆ​ສາມາດ​ກະທໍາ​ໄດ້​ໃນ​ຕອນ​ນີ້ ກໍ​ຄືຕອນ​ທີ່ທ່ານ​ຍັງ​ມີ​ຊີວິດ​ຢູ່​ນັ້ນ ​ເພາະ​ວັນນະ​ສອນ​ບໍ່​ໄດ້​ ມີໂອກາດ​ນັ້ນ ອີກ​ຕໍ່ໄປ​ແລ້ວ ເພາະສະ​ນັ້ນ​ສິ່ງ​ທີ່​ດີ​ທີ່​ສຸດກໍ​ຄື​ເຮັດທຸກ​ສິ່ງ​ຢ່າງ​ເພື່ອ​ທົດ​ແທນ​ບຸນ ຄຸນ​ແມ່​ ​ໃຫ້​ສົມ​ກັບ​ທີ່​ເພິ່ນ​ໄດ້​ຖະໜອມ​ລ້ຽງ​ດູ​ເຮົາ​ມາ​ ແລະ​ກໍ​ຢ່າ​ລືມ​ບອກ​ແມ່​ວ່າ… “ຍັງຮັກ, ຮັກ​ແລະ​ຈະ​ຮັກ ​ແມ່​ຕະຫຼອດ​ໄປ.” ຈຶ່ງ​ຂໍ​ມອບ​ເພງຂອງ ມິດ​ດາວ​ອນ ວິຈິດ​ວົງສາ ທີ່​ໄດ້ໃສ່​ສຽງຊຶ້ງໆລົງເພງ ​ແມ່ ​ໄດ້​ຢ່າງ​ສົມບູນ​ແບບ. ພົບ​ກັນໃຫມ່​ໃນ​ສັບປະດາ​ຫນ້າ Happy Mother’s Day.

XS
SM
MD
LG