ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ທັນວາ ໒໐໒໕

ຂໍມອບເພງ ບຸນຄຸນຂອງແມ່ ຂອງ ວຽງຄຳ ໄຊຍະຈັກ ເພື່ອສະຫຼອງວັນແມ່


ພາບວາດໂດຍ ສົມປຣະເສີດ ຈຸນລະມະນີ ທີ່ສະແດງອອກ
ເຖິງການເອົາໃຈໃສ່ ທີ່ແມ່ມີຕໍ່ລູກ.
ພາບວາດໂດຍ ສົມປຣະເສີດ ຈຸນລະມະນີ ທີ່ສະແດງອອກ ເຖິງການເອົາໃຈໃສ່ ທີ່ແມ່ມີຕໍ່ລູກ.
please wait

No media source currently available

0:00 0:16:25 0:00
ລິງໂດຍກົງ

ສະບາຍດີ​ທ່ານ​ຜູ້ຟັງ​ທີ່​ເຄົາຣົບ​ແລະ​ຍິນ​ດີ​ຕ້ອນຮັບ​ທ່ານ​ຜູ້​ຟັງ​ເຂົ້າ​ສູ່ລາຍການ​ສຽງ​ເພງ​ຈາກ​ແດນ​ໄກຂອງ VOA ຄ່ຳ​ຄືນ​ນີ້ພິ​ເສດ​ແດ່​ ​ເພາະວ່າເປັນວັນ​ແມ່ ​ໃນ​ສະຫະລັດ​ ຊຶ່ງ​ກົງກັບ​ວັນ​ອາທິດ​ ທີ 2 ຂອງ​ເດືອນ​ພຶດສ​ະພາຂອງ​ທຸກ​ປີ ເພາະສະ​ນັ້ນ ວັນນະ​ສອນ ​ຈຶ່ງ​ຂໍ​ນໍາ​ສະ​ເໜີ​ເພງເພື່ອ​ສະດຸດ​ດີ​ໃຫ້​ແກ່​ບັນດາ​ແມ່ ທຸກ​ຜູ້​ທຸກຄົນ​ໃນ​ສາກົນ​ລະ​ໂລກ​ນີ້ ຊຶ່ງ​ຂໍ​ເລີ້ມ​ຕົ້ນ​ດ້ວຍ​ເພງ ບຸນຄຸນ​ຂອງ​ແມ່ ຊຶ່ງ​ເປັນ​ບົດ​ປະພັນ​ຂອງທ່ານ ລະດົມ ຕະວິນ​ຍານ ​ແລະຂັບ​ຮ້ອງ​ໂດຍ ວຽງ​ຄຳ ​ໄຊຍະ​ຈັກ ​ສິນລະປິນສາວຈາກ ອອສ​ເຕຣ​ເລ​ຍ ຊຶ່ງ​ເພງ​ນີ້ ຄົງ​ສົ່ງ​ຄວາມ​ໝາຍ​ທີ່​ດີ​ແທນ​ຄຳ​ຂອບຄຸນ ຈາກ​ພວກ​ລູກໆ ​ຂໍ​ເຊີນ​ໄປ​ຟັງ​ພ້ອມໆ​ກັນ…

please wait

No media source currently available

0:00 0:04:28 0:00
ລິງໂດຍກົງ

ເພງ ​ແມ່ຄື​ແຮງ​ໃຈ ​ທີ່ວັນນະ​ສອນ ຫາ​ພົບ​ໃນ youtube ຊຶ່ງ​ວັນນະ​ສອນ​ ຄຶດ​ແລະ​ຕຶກ​ຕອງ​ແລ້ວ​ວ່າ ​ເພງ​ນີ້​ດີ​ແລະ​ມີ​ຄວາມ​ໝາຍ​ດີ ອີກຢ່າງ​ກໍ​ເປັນ​ການ​ສະໜັບ​ສະໜຸນ ສິນລະປິນ​ໜ້າ​ໃໝ່ ພໍວັນນະ​ສອນ​ໄດ້​ຮັບ​ຟັງ​ເພງ​ນີ້ ຈຶ່ງ​ຄຶດ​ວ່າ ຄວນ​ຈະ​ມີ​ການ​ນຳ​ເພງ​ນີ້ມາແບ່ງປັນ​ໃຫ້​ທ່ານ​ຜູ້​ຟັງ ​ໄດ້ຮັບ​ຟັງ​ກັນ ຂໍ​ສັນລະ​ເສີນ​ແລະ​ຂໍ​ໃຫ້​ສືບ​ຕໍ່ສ່າ​ງຜົນງານ​ດີ​ໆ ຕໍ່​ໄປ.​ວັນນະ​ສອນ ວ່າ ຈະ​ຮ້ອງ​ເພງ​ນັບ​ຮ້ອຍ ນັບ​ພັນ ກໍຈະ​ບໍ່​ສາມາດ​ທົດ​ແທນ​ບຸນຄຸນ​ຂອງແມ່​ໄດ້ ຊຶ່ງ​ເພິ່ນ​ໄດ້​ອົດທົນ​ອູ້ມ​ລູກ​ຢູ່​ໃນ​ທ້ອງ​ເຖິງ 9 ​ເດືອນ​ຈົນ​ຄອດ​ອອກ​ມາ ​ທັງ​ຍັງ​ພະຍາຍາມລ້ຽງດູ ​ພວກ​ລູກໆ​ຈົນ​ໃຫ້​ເຕີບ​ໃຫຍ່​ ​ເພື່ອ​ໃຫ້ເປັນ​ຄົນ​ທີ່​ມີ​ຄວາມ​ຮູ້ ຄວາມ​ສາມາດ ​ເປັນ​ຄົນ​ດີ​ແລະ​ມີ​ຄຸນ ຄ່າ​ຂອງ​ຄອບຄົວ​ແລະ​ສັງຄົມ…​ວັນນະ​ສອນ ​ຄິດ​ວ່າສິ່ງ​ທີ່​ພວກ​ລູກໆ​ສາມາດ​ກະທໍາ​ໄດ້​ໃນ​ຕອນ​ນີ້ ກໍ​ຄືຕອນ​ທີ່ທ່ານ​ຍັງ​ມີ​ຊີວິດ​ຢູ່​ນັ້ນ ​ເພາະ​ວັນນະ​ສອນ​ ບໍ່​ໄດ້​ມີໂອກາດ​ນັ້ນ ອີກ​ຕໍ່ໄປ​ແລ້ວ ເພາະສະ​ນັ້ນ​ສິ່ງ​ທີ່​ດີ​ທີ່​ສຸດກໍ​ຄື​ເຮັດທຸກ​ສິ່ງ​ຢ່າງ​ເພື່ອ​ທົດ​ແທນ​ບຸນຄຸນ​ແມ່​ ​ໃຫ້​ສົມ​ກັບ​ທີ່​ເພິ່ນ​ໄດ້​ຖະໜອມ​ລ້ຽງ​ດູ​ເຮົາ​ມາ​ ແລະ​ກໍ​ຢ່າ​ລືມ​ບອກ​ແມ່​ວ່າ… “ຮັກ, ຍັງຮັກ,ແລະ​ຈະ​ຮັກ ​ແມ່​ຕະຫຼອດ​ໄປ.” ຂໍ​ມອບ​ເພງ ແມ່ຄື​ແຮງ​ໃຈ ທີ່ຂັບຮ້ອງໂດຍ Manly Mlex ຂໍເຊີນໄປຟັງ ພ້ອມໆ ກັນເລີຍ.


ເພງ​ສຸດ​ທ້າຍ​ - ຈົດໝາຍ​ຈາກ​ແມ່ ເປັນ​ເພງ​ນຶ່ງ​ທີ່ວັນນະ​ສອນ ປະ​ທັບ​ໃຈ​ເປັນ​ທີ່​ສຸດ
ເພາະ​ເປັນ​ເພງ​ທີ່​ໄດ້​ບັນ​ລະ​ຍາຍ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ແມ່​ທີ່ ມີ​ຕໍ່​ລູກໆ...ວັນນະ​ສອນ ຂໍ​ສົ່ງ​
ເພງ​ນີ້​ເປັນ​ກຳລັງ​ໃຈ​ໃຫ້​ພວກ​ລູກໆທີ່​ຕັ້ງໜ້າ​ຕັ້ງ​ຕາ​ຮຽນ ຫຼື​ແມ້ນ​ແຕ່​ໄປ​ເຮັດ​ວຽກ​ເຮັດ​ການ​
ຢູ່​ໃນ​ຕ່າງ​ແດນ ​ເພາະວ່າ​ເພງ​ນີ້ ຈະ​ໄດ້​ຍ້ຳ​ເຕື່ອນ​ໃຫ້ ພວກລູກໆໄດ້ຕະນັກເຖິງຄວາມ
ພາກພຽນພະຍາຍາມ ເອົາໃຈໃສ່ ສົ່ງເສຍພວກລູກໆໃຫ້ໄດ້ຮຽນສູງໆ ເຖີງແມ່ຈະບໍ່ໄດ້
ຮຽນສູງ ແຕ່ກໍພະຍາຍາມຕັ້ງໃຈຂຽນຈົດໝາຍເຖິງລູກ ເທົ່າທີ່ໄດ້ຮ່ຳຮຽນມາ ພຽງ​ເພື່ອ​ຈະ​ໄດ້​ຖາມ​ໄຖ່ ສະບາຍດີ​ລູກ​ຮັກ. ຂໍຂອບໃຈບົດ​ເພງ​ນີ້…ຕ້ອງ​ຂໍອະ​ໄພ​ຫຼາຍໆ​ທີ່​ບໍ່​ໄດ້​ຊາບ​ຊື່ຂອງ​ສິນລະປິນ​ແລະ​ນັກ​ປະພັນ​ເພງ​ນີ້ ຜູ້​ໃດ​ຮູ້​ວ່າ​ແມ່ນ​ໃຜ​ເປັນ​ຄົນ​ຮ້ອງ​ເພງ​ນີ້ ກໍ​ກະລຸນາ ຂຽນ​ເຂົ້າ​ມາບ​ອກກັນ​ແດ່ ​ເຈົ້າ. ພົບ​ກັນໃຫມ່​ໃນ​ສັບປະດາ​ຫນ້າ...Happy Mother’s Day.

XS
SM
MD
LG