ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມົນຮັກສາວລາວ ຂອງເພັດ ສະຫະຣັດກຳລັງມາແຮງ ໃນຂະນະນີ້


ເພັດ ສະຫະຣັດ
ເພັດ ສະຫະຣັດ

ສບາຍດີແລະກັບມາພົບກັນເຊັ່ນເຄີຍໃນລາຍການສຽງເພງຈາກແດນໄກຂອງ VOA ຄ່ຳຄືນ
ນີ້ ວັນນະສອນ ຕັ້ງໃຈວ່າຈະມາ​ໂອ້​ລົມກັນ​ ພ້ອມທັງຈະມາຈັດ​ເພງ​ໃຫ້​ທ່ານ​ໄດ້​ຮັບ​ຟັງ​ກັນ. ພໍ​ມີ​ສື່​ສັງຄົມ​ອອນ​ໄລ​ນ໌ ທັງ Facebook, twitter ​ແລະ Instagram ​ແລະapp ​ອື່ນໆ​ອີກ​ມາກ​ມາຍ ​ມັນ​ຈຶ່ງເຮັດ​ໃຫ້​ໂລກ​ຂອງ​ລົງແຄບ​ລົງ ສັງຄົມ​ໃກ້​ກັນ​ຂຶ້ນ ຕິດ​ຕໍ່​ກັນ​ສະດວກ​ສະບາຍຂຶ້ນ
ກໍ​ຕ້ອງ​ຂໍ​ຂອບ​ໃຈ​ແຟນລາຍການ​ທັງຫຼາຍ​ທີ່​ຄອຍຕິດຕາມ​ຮັບ​ຟັງ​ມາ​ໂດຍ​ຕະຫຼອດ ​ແລະ​ວັນນະ​ສອນ ກໍ​ເຊັ່ນ​ກັນ ຈະ​ພະຍາຍາມ​ຈັດ​ລາຍການ​ໃຫ້​ດີ ຍິ່ງໆ​ຂຶ້ນ...ຂໍ​ເລີ້ມ​ຕົ້ນ​ດ້ວຍ​ເພງ​ທີ່​ກຳລັງ​ຕິດ​ຍອດ​ຮິດ​ໃນ​ເວລາ​ນີ້...​ເປັນ​ເພງ ​ທີ່​ມີ​ເນື້ອ​ຫາ​ສຸດ​ຍອດ​ເພງນຶ່ງ ຊຶ່ງວັນນະ​ສອນ ​ເອງ ​ໃນ​ຖານະ​ທີ່​ເປັນ​ແມ່ຍິງ​ລາວ​ຜູ້​ນຶ່ງ ​ແນ່ນອນ ກໍ​ຕ້ອງ​ບອກ​ວ່າ ມັກເນື້ອ ຫາຂອງ​ເພງ​ນີ້ ​ຈັບ​ໃຈ
ຫຼາຍ ​ເພາະມັນ​ໄດ້ບົ່ງ​ບອກ​ເຖິງ​ຄວາມ​ງົດ​ງາມ ທັງ​ກາຍ​ແລະ​ວາຈາ​ຂອງ​ສາວ​ລາວ​ເມືອງ​ແດນ​ຈຳປາພຸ້ນ ​ໂດຍ​ສະ​ເພາະ​ຖ້ອຍ​ຄຳ​ທີ່​ວ່າ...​ເຊື່ອ​ໃນ​ຄວາມ​ດີ​ຂອງ​ຄົນ​ລາວ​ທີ່​ມີ​ມາ...ລໍຖ້ບໍ່​ໄດ້​ອີກ​ແລ້ວ...​ເອົາ​ໄປ​ຟັງ​ພ້ອມ​ໝກັນ​ເລີຍ.


ນັ້ນ​ແມ່ນ​ເພງ ມົນ​ຮັກສາ​ວລາວ single ​ໃຫມ່ຂອງເພັດ ສະຫະຣັດ ​ສິນລະປິນ ນັກ​ແຕ່ງ​ເພງ
ລູກ​ທົ່ງຂອງປະ​ເທດ​ໄທ ທີ່​ມີ​ຜົນ​ງານ​ເພງ​ສ້າງ​ຊື່​ສຽງ​ມາ​ແລ້ວ ​ເຊັ່ນ​ເພງ ອ້າຍ​ຕາຍ​ຊິ​ໄຫ້​ນຳ​ບໍ່? ຊຶ່ງ​ເພງ​ນີ້​ຊາບ​ມາ​ວ່າ ​ເບື້ອງ​ຫຼັງການ​ປະກອບດົນຕີນັ້ນ ​ແມ່ນ​ ​ Sam Intharaphithak ສິນລະປິນ​ລາວ​ມີ​ສ່ວນ​ຮ່ວ​ມ​ນຳ ​ແລະ​ເພງ​ນີ້ ກໍ​ເຊັ່ນ​ກັນ ​Sam ​ເປັນຮຽບຮຽງດົນຕີ ​ພ້ອມ​ທັງ
​ຍັງ​ໄດ້​ມີ​ຫຼາຍ​ສິນລະປິນໜຸ່ມ​ລາວມາ​ຮ້ອງ​ປະສານ​ສຽງ ກໍ​ຍິ່ງ​ເຮັດ​ໃຫ້​ເພງ​ນີ້​ໜ້າ​ຟັງ​ແລະ​ຖືກ​ໃຈ​ສາວ​ລາວ​ເປັນ​ທີ່​ສຸດ. ​ ໂອກາດ​ໜ້າ​ຈະ​ສຳ​ພາດ​ກັບ​ທັງ​ສອງ​ສິນລະປິນ​ມາ​ໃຫ້​ທ່ານ​ຜູ້​ຟັງ​ໄດ້​ຊາບ​ເຖິງ​ທີ່​ມາ​ຂອງ​ເພງ​ນີ້.

​ວັນນະສອນ​ວ່າ ລາຍການ​ເພງຄ່ຳ​ຄືນ​ນີ້ ຂໍ​ມອບ​ເພງ​ທີ່​ມີ​ເນື້ອ​ຫາ​ທີ່​ກ່ຽວຂ້ອງ​ກັບ​ສາວລາວ
ຈັດ​ພິ​ເສດ​ໃຫ້​ແດ່​ທຸກໆໜຸ່ມໆ​ທີ່​ຫຼົງ​ຮັກ​ຄວາມ​ງາມ​ທັງ​ກາຍ​ແລະ​ໃຈ​ຂອງ​ສາວ​ລາວ​...​ເປັນ​ບົດ​ເພງ​ທີ່​ອອກ​ຈະ​ເປັນຈັ່ງ​ຫວະ techno ​ເພງ I Love Sao Lao ທີ່​ຖືກ​ໃຈໄວຮຸ້ນ ຢ່າງ​ແນ່ນອນ ​ເປັນ​ຜົນງານ​ເພງ​ຂອງ Guy - Master7 ຫວັງ​ວ່າ​ເພງ​ນີ້ຄົງ​ຈະ​ເຮັດ​ໃຫ້ຫຼາຍໆ​ທ່ານ​ຮັກສາ​ວ
ລາວ​ຍິ່ງໆ​ຂຶ້ນ.


ຈັ່ງ​ໃດ​ກໍຫຼິ້ນ​ເພງກ່ຽວ​ກັບ​ສາວ​ລາວມາທັງ​ສອງ​ເພງ​ແລ້ວ ວັນນະ​ສອນ​ ກໍ​ເຄີຍ ຕັ້ງ​ໃຈ​ຈັດ​ເພງ​ໃຫ້​ທ່ານ​ຜູ້​ຟັງ​ກ່ຽວ​ກັບ ສາວ​ລາວ ຕື່ມ​ອີກ​ເພງ​ນຶ່ງ ຈຶ່ງ​ຂໍ​ຈັດ​ເພງ ຂ້ອຍ​ຮັກສາ​ວລາວ ຂອງ​ຜ່ານ​ຈິນຍາ​ວົງ​ໃຫ້​ຟັງ … ຂໍ​ມອບ​ໃຫ້​ແກ່ສາວ​ລາວທຸກໆຄົນ ​ໃນ​ທົ່ວ​ໂລກ ຂໍ​ໃຫ້ທຸກໆທ່ານ ​ນອນ​ຫຼັບ​ຝັນ​ດີ.

XS
SM
MD
LG