ສະບາຍດີທຸກໆທ່ານ ຕາຍໆ ເດືອນສາມແລ້ວ ທາງນະຄອນຫຼວງ Washington DC
ພີ້ ກໍຈະຢ່າງເຂົ້າລະດູໃບໄມ້ປົ່ງ ອາກາດກໍາລັງດີ ດອກສາກຸຣະ ກໍກໍາລັງຈໍ່ດອກເຜີຍໂສມ
ໃຫ້ເຕັມດອກໃນໄວໆນີ້ ຖ້າທ່ານໃດຢາກມາຊົມເທດສະການດອກສະກຸຣະ ກໍໃຫ້ມາທ້າຍ
ເດືອນນີ້ ເພາະປີນີ້ ບານໄວ ຍ້ອນບໍ່ໜາວຫຼາຍ ພ້ອມດຽວກັນນີ້ ວັນນະສອນຂໍນໍາສະເໜີ
ຜົນງານເພງຂອງການຮວມຕົວຂອງ 6 ໃນຊຸດ Mix Six ເພາະໄດ້ຮວມຜົນງານເພງທີ່ແຕ່ງ
ຂຶ້ນມາໂດຍ ອ້າຍ ກ໊ອກ ສຸຣິຍະເດດ ສິນລະປິນລາວຈາກການາດາ ຊຶ່ງທາງເຮົາໄດ້ສໍາພາດ
ກ່ຽວກັບຈຸດປະສົງຂອງການທີ່ຢາກສືບສານ ຕໍານານເພງລາວ ໄວ້ໃຫ້ຄົນຣຸ່ນຫຼັງໄດ້ຈົດຈໍາ
ແລະຮັບຮູ້ເພງລາວຕໍ່ໆໄປ ຊຶ່ງວັນນະສອນຈະນໍາບົດສໍາພາດຂອງຜູ້ກ່ຽວ ພ້ອມທັງນັກຮ້ອງ
ສາວງາມ ລາວຝຣັ່ງ ຈັນດາຣາ ຊະນະນິກອນ ມາຝາກທ່ານຜູ້ຟັງໃນລາຍການສຽງເພງ
ຈາກແດນໄກ ແຕ່ກ່ອນອື່ນ ຕ້ອງພາທ່ານໄປຟັງເພງຂອງອ້າຍກ໊ອກ ກ່ອນໃນບົດເພງ
“ຮັກຂ້າມຂອບຟ້າ.”
ເພງ: “ຮັກຂ້າມຂອບຟ້າ” ໂດຍ ກ໊ອກ ສຸຣິຍະເດດ
ຍັງມີເພງມ່ວນໆໃນຊຸດນີ້ທີ່ຢາກຈະແນະນໍາ ແຕ່ຄົງຈະຕ້ອງທະຍອຍ ຈັດໃຫ້ ມີທັງໝົດຕັ້ງ 16 ເພງແນະ ຫາຊື້ໄດ້ຕາມ website ເພງລາວຕ່າງໆຄົງອອກຂາຍແລ້ວ ໃຫ້ຕິດຕໍ່ທາງ internet ກໍໄດ້ ທີ່ ອ້າຍ kok_souriyadeth@hotmail.com ເອົາຂໍມອບເພງ “ເພື່ອເຈົ້າຄົນດຽວ” ຂອງ ສິດທິພອນ ໃຫ້ຟັງໄປກ່ອນ ຂໍຈັດມອບໃຫ້ແດ່ທຸກໆທ່ານທີ່ຮັກດຽວໃຈດຽວ ແລະຫວັງວ່າທ່ານຜູ້ຟັງຄົງຈະພໍໃຈບໍ່ຫຼາຍກໍໜ້ອຍ.
ເພງ: “ເພື່ອເຈົ້າຄົນດຽວ” ໂດຍສິດທິພອນ
ຂໍມອບເພງ “ ເມືອງລາວບ້ານເກີດ” ຊຶ່ງເປັນເພງໝູ່ທີ່ຮວມເອົາ 6 ສິນລະປິນຈາກ 3 ທະວີບມາຮວມກັນອັນມີ ກ໊ອກ ສຸຣິຍະເດດ, ວີນາ ສະຫວັນ ຈາກ ການາດາ, ຈັນດາຣາ ຊະນະນິກອນ ແລະຣັດຕະນາ ຈາກ ຝຣັ່ງ ເຈເດນ ຈາກ ສະຫະລັດແລະ ສິດທິພອນຈາກ ສປປລາວ. ເພງນີ້ຄົງຈະພາໃຫ້ຫຼາຍໆທ່ານໄປເຄີ້ມໄປ ເຖິງເມືອງລາວພຸ້ນລະແລະຢ່າລືມກັບມາຟັງ ເພາະວ່າວັນນະສອນຈະນໍາເພງຂອງພວກສິນລະປິນຕາບອດໃນລາວມາຝາກທີ່ຜູ້ຟັງ ໃນໂອກາດໜ້າ ນອນຫລັບຝັນດີ.
ເພງ “ ເມືອງລາວບ້ານເກີດ” ໂດຍ ໝູ່