ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Unknown ​Soldier - Jeff Moor


ພິທີວາງ​ພວງມາລາ​ທີ່ຂຸມ​ຝັງ​ສົບທະຫານ​ນິລະນາມ​ທີ່​ສຸສານ​ແຫ່ງ​ຊາດ Arlington.
ພິທີວາງ​ພວງມາລາ​ທີ່ຂຸມ​ຝັງ​ສົບທະຫານ​ນິລະນາມ​ທີ່​ສຸສານ​ແຫ່ງ​ຊາດ Arlington.

ເນື່ອງໃນວັນ "Memorail Day" ຫຼືວັນລະລຶກເຖິງດວງວິນຍານ ຂອງເຫຼົ່າບັນດາຜູ້ກ້າ
ທີ່ໄດ້ເສຍສະລະເພື່ອປົກປ້ອງສະຫະລັດແລະປະຊາກອນໃຫ້ຢູ່ເຢັນເປັນສຸກ ໃນວັນ
ຈັນທີ່ຈະມາເຖິງນີ້ ທາງລາຍການສຽງເພງຈາກແດນໄກຂອງ VOA ຈຶ່ງຈະມາຈັດເພງ
ອະເມຣິກັນ ທີ່ມີຄວາມໝາຍສໍາຄັນ ເພື່ອສະດຸດີ, ສັນລະເສີນແລະຂອບໃຈ ໃນທຸກໆ
ຍາດເຫື່ອ ແຮງງານແລະຄວາມເສຍສະລະຂອງພວກເຂົາເຈົ້າເຫຼົ່ານັ້ນ ຂໍ​ເຊີນ​ເຂົ້າ​ສູ່​
ລາຍ​ງານ​ໄດ້​ນະ​ບັດ​ນີ້.

ສະບາຍດີ​ແຟນລາຍການ​ສຽງ​ເພງ​ຈາກ​ແດນ​ໄກ ຄ່ຳ​ຄືນ​ນີ້ ກໍ​ເປັນ​ອີກ​ນຶ່ງ​ມື້ ທີ່​ທາງ​ລາຍ
ການ​ສຽງ​ເພງ​ຈາກ​ແດນ​ໄກ ຂອງ VOA ຈະນຳ​ເພງ​ທີ່ມ່ວນໆ​ແລະ​ມີສາລະ ມາ​ເປັນ​
ຂອງ​ຂັວນ​ແກ່​ທ່ານ​ຜູ້​ຟັງ​ທີ່​ຕິດຕາມ​ຮັບ​ຟັງ​ລາຍການ​ຢູ່​ໃນ​ຂະນະ​ນີ້. ວັນ Memorial
Day ​ເປັນ​ວັນ​ລຳ​ລຶກ​ເຖິງ​ຄຸນງາມຄວາມດີວັນ​ຂອງ​ເຫຼົ່າ​ທະຫານ ຊຶ່ງຈະ​ແມ່ນ​ວັນ​ຈັນ​
ມື້​ອື່ນ​ນີ້ ​ແລະ​ວັນສໍາຄັນ​ນີ້​ໄດ້​ຈັດ​ໃຫ້​ເປັນ​ວັນ​ຢຸດ​ລັດຖະ​ການ ​ ​ປະຈຳ​ທຸກປີ ​ເປັນ​ວັນ​
ຍິ່ງ​ໃຫຍ່​ ຊຶ່ງ​ກໍຈະ​ມີ​ການ​ສະຫຼອງຕ່າງໆ​ທີ່​ສໍາຄັນ​ຕາມ​ຫົວ​ເມືອງ​ນ້ອຍ​ໃຫຍ່ ​ໃນ​ທົ່ວ​
ສະຫະລັດ

ຊຶ່ງ​ຍາດ​ພີ່ນ້ອງ ​ເພື່ອນຝູງ​ ​ຄົນ​ຮັກ ຜູ້ທີ່​ຈົງ​ຮັກ​ພັກດີ, ແລະຮູ້​ບຸນຄຸນ ຕ່າງກໍ​ຈະ​ເອົາ
​ທຸງຊາດ​ອະ​ເມຣິກັນ, ດອກ​ໄມ້​ແລະ​ຂອງ​ທີລະ​ລຶກ ​ໄປ​ໄຫວ້ຄຳນັບຂຸມ​ຝັງ​ສົບ ຂອງ
ວິລະ​ບຸລຸດເຫຼົ່າ​ນີ້ ພິ​ເສດ​ສຸດ ກໍ​ຄົງ​ເປັນ​ການວາງ​ພວກ​ມາລາ​ທີ່ຂຸມ​ຝັ່ງ​ສົບ​ນິລະນາມ​
ທີ່​ສຸສານ​ແຫ່ງ​ຊາດ Arlington ​ໂດຍ​ປະທານາທິບໍດີ​ສະຫະລັດ. ​ເພງ​ເໝາະ​ສົມ​ທີ່​ສຸດ
ໃນ​ວັນ​ສຳຄັນ​ເຊັ່ນ​ນີ້ ເພື່ອສັນລະເສີນ ສະດຸດີ ລະລຶ​ກ​ເຖິງ ແລະຂອບໃຈ ສຳ​ລັບ​ຍາດ​ເລືອດເຫື່ອແຮງງານ, ຄວາມມີນໍ້າໃຈ ຂອງພວກທີ່ເສຍສະລະ ທັງຫຼາຍ​ທັງປວງ ​
ທັງ​ພວກ​ທີ່​ມີ​ຊື່​ສຽງ​ລຽງ​ນາມ ​ແລະ​ພວກວິລະ​ບຸລຸດນິລະນາມ​ ທີ່ເປັນຮົ້ວປ້ອງກັນຊາດ ທີ່ນໍາເອົາສັນຕິສຸກ ​ແລະ​ເສລິພາບ​ມາ​ ສູ່​ປະຊາຊົນ ​ແລະ​ຜືນ​ແຜ່ນດິນ ດັ່ງ​ຊື່​ຂອງ
​ເພງ​ນີ້ “Unknown ​Soldier” ທີ່​ຂັບ​ຮ້ອງໂດຍ Jeff Moor ນີ້.

ສ່ວນເພງ “Arlington” ​ທີ່​ຂັບ​ຮ້ອງ​ໂດຍ Trace Adkins ນັ້ນ​ແມ່ນ​ເພງເສົ້າ
ຊຶ່ງນັກ​ປະພັນ​ເພງ​ໄດ້ກ່າວ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ທະຫານ​ທີ່​ວ່າ ​ເພິ່ນບໍ່​ໄດ້​ວາງ​
​ແຜນໃນ​ບັ້ນ​ປາຍ​ຂອງຊີວິດ ວ່າ​ຈະ​ມາ​ປັກ​ຫຼັກ​ປັກ​ຖານ​ຢູ່​ທີ່ນີ້ ​ແຕ່​ວ່າ ​ເພື່ອ​ຊາດ...
ເພື່ອ​ຄວາມ​ເປັນ​ຊາດ​ຊາດ​ທະຫານ​ຮັບພາລະ​ໜ້າ​ທີ່ເປັນ​ທະຫານ​ປົກ​ປ້ອງ​ປະ​ເທດ ​
ໃນ​ທີ່​ສຸດ ​ຮ່າງກາຍ​ທີ່​ໄຮ້​ວິນ​ຍານ​ຂອງຂ້າພະ​ເຈົ້າ ​ຈຶ່ງ​ໄດ້​ຖືກ​ນຳມາ​ຍັງ​ສະຖານ​ທີ່​ນີ້
ທີ່​ເອີ້ນ​ວ່າ Arlington ຊຶ່ງ​ເປັນ​ສຸສານ​ແຫ່ງ​ຊາດ​ຟັງ​ແລ້ວ​ນ້ຳ​ຕາ​ຊຶມ...

​ວັນນະ​ສອນ​ ພ້ອມ​ດ້ວຍ​ຄະນະ VOA ຂໍ​ສົ່ງ​ແຮງ​ໃຈ​ແລະ​ຂໍ​ກ່າວ​ຄໍາ​ວ່າ ຂອບ​ໃຈ​ແລະ​
ຮູ້​ບຸນຄຸນ
ມາ​ຍັງ​ບັນດາ​ທະຫານ​ທັງ​ຍິງ​ແລະ​ຊາຍ ຜູ້​ທີ່​ກໍາລັງ​ດໍາ​ເນີນ​ແລະ​ສືບຕໍ່​ໃນ​ສະໝໍ
ລະພູມ​ສູ້​ລົບ​ຢູ່​ໃນ​ຂະນະ​ນີ້. ຂໍ​ໃຫ້​ສິ່ງ​ສັກສິດ​ຢູ່​ໃນ​ສາກົນ​ລະ​ໂລກນີ້ ຈົ່ງ​ໄດ້ປົກ​ປ້ອງ​ແລະ​ຄຸ້ມ​ຄອງພວກ​ທ່ານ ​ຈຶ່ງຂໍ​ມອບເພງ​ທີ່​ມີ​ຄວາມ​ໝາຍນີ້ ​ໃຫ້​ແກ່ພວກ​ທະຫານຫັງຫຼາຍ​ທັງ​ປວງ
ພວກ​ຊຶ່ງ​ໄດ້​ມອບທຸກ​ສິ່ງ​ຢ່າງ​ໃຫ້​ປະ​ເທດຊາດ​ບ້ານ​ເມືອງ ​ແມ່ນ​ກະທັ້ງ​ຊີວິດ ​ໃນ​ບົດ​ເພງ
" Some Gave All" ທີ່​ຂັບ​ຮ້ອງ​ໂດຍ Billy Ray Cyrus.

XS
SM
MD
LG