ເນື່ອງໃນວັນຈັນມື້ອື່ນນີ້ ເປັນວັນ "Memorial Day" ຫຼືວັນລະລຶກເຖິງດວງວິນຍານ
ຂອງເຫຼົ່າຜູ້ກ້າທັງຫຼາຍ ທາງລາຍການສຽງເພງຈາກແດນໄກຂອງ VOA ຈຶ່ງຈະມາຈັດ
ເພງອະເມຣິກັນ ທີ່ມີຄວາມໝາຍສໍາຄັນ ເພື່ອສະດຸດີ, ສັນລະເສີນແລະຂອບໃຈ ໃນທຸກໆ
ຄວາມເສຍສະລະຂອງພວກເຂົາເຈົ້າເຫຼົ່ານັ້ນ ຂໍເຊີນເຂົ້າສູ່ລາຍງານໄດ້ນະບັດນີ້.
ຄວາມໝາຍຂອງຄຳວ່າວັນ "Memorial Day" ແປວ່າວັນລະນຶກເຖິງດວງວິນຍານ
ຂອງເຫຼົ່ານັກລົບຜູ້ກ້າທີ່ໄດ້ເສຍສະລະເລືອດເນື້ອເພື່ອປົກປ້ອງປະເທດຊາດທີ່ພວກເຂົາ
ເຈົ້າເຫຼົ່ານັ້ນ ໄດ້ເກີດແລະເຕີບໂຕມາ ເນື່ອງໃນວັນຈັນມື້ອື່ນນີ້ ເປັນວັນ "Memorial
Day" ແລະເປັນວັນຢຸດລັດຖະການໃນສະຫະລັດ ສະນັ້ນ ເພື່ອສະດຸດີແລະໃຫ້ກຽດ
ແກ່ດວງວິນຍານຂອງເຫຼົ່າຜູ້ກ້າຫານທັງຫຼາຍ ວັນນະສອນ ຈຶ່ງຂໍນຳສະເໜີຜົນງານເພງ
ທີ່ມີຄວາມໝາຍດີ ແລະກ່ຽວຂ້ອງກັບຄຸນງາມຄວາມດີຂອງພວກເພິ່ນ ຂໍເຊີນຟັງເພງ “American Soldier” ທີ່ຂັບຮ້ອງໂດຍ Toby Keith ພ້ອມໆກັນເລີຍ…
ທ່ານແຟນເພງທັງຫຼາຍລາຍການວິທະຍຸວີໂອເອຂອງເຮົາ ໄດ້ອອກອາກາດມານານ
ກວ່າ 5 ທົດສະວັດມາແລ້ວ ຊຶ່ງສ່ວນໃຫຍ່ທາງເຮົາໄດ້ນຳສະເໜີ ຂ່າວສານ ເລື້ອງລາວ
ແລະສາລະຄະດີຕ່າງໆ. ແຕ່ນອກຈາກຂໍ້ມູນ ຂ່າວສານ ຄວາມຮູ້ຄວາມຫຼັກແລ້ວ
ພວກເຮົາກໍຢາກໃຫ້ມີການບັນເທີງ ມ່ວນຊື່ນສນຸກສະນານ ແລະຜ່ອນຄາຍອາລົມໄປ
ພ້ອມ ພວກເຮົາຈຶ່ງໄດ້ນຳເອົາລາຍການດົນຕີເຂົ້າມາປະກອບນຳ ເຊັ່ນ ໃນລາຍການ
ມື້ນີ້ ເຮົາຈະນຳສະເໜີ ເພງ "Arlington" ທີ່ຂັບຮ້ອງໂດຍ Trace Adkins ເປັນເພງ
ເສົ້າແລະໝາຍເຖິງສະຖານທີ່ນີ້ ທີ່ມີຊື່ວ່າ Arlington ຊຶ່ງເປັນສຸສານແຫ່ງຊາດ ເປັນອະນຸ
ສອນສະຖານທີ່ຝັງກະດູກ ຂອງທະຫານຜູ້ກ້າຫານ ທີ່ເສຍຊີວິດໃນສະໜາມລົບ ເຖິງແມ່ນວ່າສະຖານດັ່ງກ່າວ ຈະເປັນບ່ອນທີ່ງົດງາມແລະຖືກຈັດໃຫ້ເປັນລະບຽບຮຽບຮ້ອຍ
ເພື່ອໄວ້ອາໄລເຖິງດວງວິນຍານກໍຕາມ ແຕ່ມັນກໍຍັງມີຄວາມເສົ້າສະຫຼົດໃຈ ການເສຍ
ສະຫຼະທີ່ຍິ່ງໃຫຍ່ຂອງຊາວອາເມຣິກັນ ແອບແຝງຢູ່ ຊຶ່ງບັນດາພໍ່ແມ່ພີ່ນ້ອງ ສາມີ
ພັນລະຍາ ຄອບຄົວ ແລະຍາດມິດສະຫາຍ ເພື່ອນສະນິດ ຈາກທົ່ວສາລະທິດ ຈະພາ
ກັນມາໄວ້ອາໄລ ຢ້ຽມຢາມສຸສານແຫ່ງຊາດ ໃນວັນສຳຄັນນີ້ແລະໃນທົ່ວສະຫະລັດ
ພວກເຂົາເຈົ້າແລະພວກທີ່ຈົງຮັກພັກດີ, ແລະຜູ້ຮູ້ບຸນຄຸນທັງຫຼາຍ ຕ່າງກໍຈະເອົາທຸງຊາດ
ອາເມຣິກັນ, ດອກໄມ້ ພວກມາລາແລະຂອງທີລະລຶກ ໄປໄຫວ້ຄຳນັບຂຸມຝັງສົບ ຂອງວິ
ລະຊົນເຫຼົ່ານີ້. ພິເສດສຸດ ກໍຄົງຈະເປັນການວາງພວງມາລາທີ່ຂຸມຝັ່ງສົບນິລະນາມທີ່
ສຸສານແຫ່ງຊາດ Arlington ໂດຍປະທານາທິບໍດີສະຫະລັດ. ເພງນີ້ ກໍຍິ່ງພິເສດ
ເພາະວ່າ ແມ່ນເພື່ອໄວ້ອາໄລ ແດ່ດວງວິນຍານຂອງທະຫານນິລະນາມ ຊຶ່ງມີຄວາມໝາຍ
ຍິ່ງ ແລະສຳນຽງສຽງຮ້ອງຂອງ Jeff Moor ໃນບົດເພງ "Unknown Soldier" ນີ້ ກໍຄົງ
ຈະເຮັດໃຫ້ຫຼາຍໆຄົນນ້ຳຕາຊຶມ ຄິດຮອດຄິດເຖິງຮົ້ວປ້ອງກັນຊາດທີ່ເຂັ້ມແຂງ ທີ່ໄດ້
ຈາກພວກເຮົາໄປ ຈະແມ່ນຜູ້ໃດກໍຕາມແຕ່…
ວັນນະສອນ ພ້ອມດ້ວຍຄະນະ VOA ຂໍສົ່ງແຮງໃຈແລະຂໍກ່າວຄໍາວ່າ ຂອບໃຈແລະຮູ້ບຸນ
ຄຸນ ມາຍັງບັນດາທະຫານທັງຍິງແລະຊາຍ ຜູ້ທີ່ກໍາລັງດໍາເນີນແລະສືບຕໍ່ໃນສະໝໍລະພູມ
ສູ້ລົບຢູ່ໃນຂະນະນີ້. ຂໍໃຫ້ສິ່ງສັກສິດຢູ່ໃນສາກົນລະໂລກນີ້ ຈົ່ງໄດ້ປົກປ້ອງແລະຄຸ້ມຄອງ
ພວກທ່ານ...ຈຶ່ງຂໍມອບເພງທີ່ມີຄວາມໝາຍນີ້ ໃຫ້ແກ່ພວກທະຫານຫັງຫຼາຍທັງປວງ
ພວກຊຶ່ງໄດ້ມອບທຸກສິ່ງຢ່າງໃຫ້ປະເທດຊາດບ້ານເມືອງ ແມ່ນກະທັ້ງຊີວິດຂອງຕົນເອງ
ໃນບົດເພງ "Some Gave All" ທີ່ຂັບຮ້ອງໂດຍ Billy Ray Cyrus.