ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເພງ Some Gave All ​ຂັບ​ຮ້ອງ ​ໂດຍ Billy Ray Cyrus


ໃນວັນຈັນທີ່ຈະມາເຖິງນີ້ ຊຶ່ງ​ຈະ​ເປັນວັນ "Memorial Day" ຊຶ່ງ​ເປັນວັນລະລຶກເຖິງ
ດວງວິນຍານຂອງເຫຼົ່າບັນດາຜູ້ກ້າທີ່ໄດ້ເສຍສະລະເພື່ອປົກປ້ອງສະຫະລັດແລະ
ປະຊາກອນໃຫ້ຢູ່ເຢັນເປັນສຸກ ທາງລາຍການສຽງເພງຈາກແດນໄກຂອງ VOA ຈຶ່ງຈະມາຈັດເພງອະເມຣິກັນ ທີ່ມີຄວາມໝາຍສໍາຄັນ ເພື່ອສະດຸດີ, ສັນລະເສີນແລະ
ຂອບໃຈ ໃນທຸກໆບົດ​ບາດ ແລະຄວາມເສຍສະລະຂອງພວກເຂົາເຈົ້າເຫຼົ່ານັ້ນ
ຂໍ​ເຊີນ​ເຂົ້າ​ສູ່​ລາຍ​ງານ​ໄດ້​ນະ​ບັດ​ນີ້.


ສະບາຍດີ ຄ່ຳ​ຄືນ​ນີ້ ກໍ​ເປັນ​ອີກ​ນຶ່ງ​ມື້ ທີ່​ທາງ​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ ຂອງ
VOA ໃຫ້​ຄວາມ​ສ​ຳຄັນ ໃນ​ວັນ​ພິ​ເສດ​ຂອງ​ສະ​ຫະ​ລັດ. ວັນ Memorial Day ​
ເປັນ​ວັນ​ລຳ​ລຶກ​ເຖິງ​ຄຸນງາມຄວາມດີ​ຂອງເຫຼົ່າ​ທະຫານ ຊຶ່ງຈະ​ແມ່ນ​ວັນ​ຈັນ​ມື້​ອື່ນ​ນີ້ ​
ແລະ​ວັນສໍາຄັນ​ນີ້​ໄດ້​ຈັດ​ໃຫ້​ເປັນ​ວັນ​ຢຸດ​ລັດຖະ​ການ ປະຈຳ​ທຸກປີ ​ເປັນ​ວັນ​ຍິ່ງ​ໃຫຍ່
​ ຊຶ່ງ​ກໍຈະ​ມີ​ການ​ສະຫຼອງຕ່າງໆ​ທີ່​ສໍາຄັນ​ຕາມ​ຫົວ​ເມືອງ​ນ້ອຍ​ໃຫຍ່ ​ໃນ​ທົ່ວ​ສະຫະລັດ
ຊຶ່ງ​ຍາດ​ພີ່ນ້ອງເພື່ອນຝູງ​ ​ຄົນ​ຮັກ ຜູ້ທີ່​ຈົງ​ຮັກ​ພັກດີ, ແລະຮູ້​ບຸນຄຸນ ຕ່າງກໍ​ຈະ​ເອົາ​
ທຸງຊາດ​ອະ​ເມຣິກັນ, ດອກ​ໄມ້​ແລະ​ຂອງ​ທີ່ລະ​ລຶກ ​ໄປໄຫວ້ຄຳນັບຂຸມ​ຝັງ​ສົບຂອງ
ວິລະ​ບຸລຸດເຫຼົ່າ​ນີ້ ແລະ​ວັນ​ນະ​ສອນ ຢາກ​ນຳ​ເອົາ​ເພງ​ທີ່ເໝາະ​ສົມ​ທີ່​ສຸດ ໃນ​ຄວາມ​
ເສຍ​ສະ​ລະ​ທັງ​ໝົດຂອງ​ບັນ​ດາ​ທະ​ຫານ​ເຫຼົ່າ​ນັ້ນ ແມ່ນ​ກະ​ທັງ​ຊີ​ວິດ​ຂອງພວກ​ເພິ່ນ
ມາ​ຝາກ​ໃຫ້​ເປັນ​ຂອງ​ຂວັນ​ແກ່​ທ່ານ​ຜູ້​ຟັງ ເພງ​ທີ່​ມີ​ຄວາມ​ໝາຍ​ດີ ຊຶ່ງ​ຊື່​ແລະ​ຄວາມ
​ໝາຍ​ຂອງ​ເພງ​ນີ້ " Some Gave All" ທີ່​ຂັບ​ຮ້ອງ ​ໂດຍ Billy Ray Cyrus.
ຂໍເຊີນໄປ​ຟັງ​ພ້ອມໆ​ກັນ​ເລີຍ.

ສ່ວນເພງ “Arlington” ​ທີ່​ຂັບ​ຮ້ອງ​ໂດຍ Trace Adkins ນັ້ນ​ແມ່ນ​ເພງເສົ້າຊຶ່ງນັກ​
ປະພັນ​ເພງ​ໄດ້ກ່າວ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ທະຫານ​ທີ່​ວ່າ ​ພວກ​ເຂົາ​ເຈົ້າ​ອາດ​ຈະບໍ່​ໄດ້​
ວາງ​ແຜນໃນ​ບັ້ນ​ສຸດ​ທ້າຍຂອງຊີວິດໄວ້ ທີ່​ວ່າ​ຈະ​ຝັງ​ຮ່າງ​ຕົວ​ເອງ​ໄວ້​ຢູ່ສະ​ຖານ​ທີ່ໃດ
ແຕ່ຄຳ​ວ່າ “Arlington” ມັນ​ມີ​ຄວາມ​ໝາຍ​ອັນ​ຍິ່ງ​ໃຫຍ່ກວ່າ ເພາະ​ວ່າ ກວ່າ​ຈະ​ໄດ້​
ນຳ​ສົບ​ເຂົ້າ​ຝັ່ງ​ໄວ້​ໃນ​ສຸ​ສານ​ແຫ່ງ​ຊາດນັ້ນ ຈະ​ຕ້ອງ​ເປັນ​ການ​ເສຍ​ຊີ​ວິດ​ໃນ​ສະ​ໜາມ​ລົບ
ຊຶ່ງ​ມັນ​ຍິ່ງ​ໃຫຍ່​ແທ້ໆ ເພາະໄດ້ປະ​ຕິ​ບັດ​ພາ​ລະ​ໜ້າ​ທີ່​ເພື່ອ​ຊາດ​ແທ້ໆ ເພາະ​ວ່າ
​ຊາດ​ຕ້ອງ​ມາ​ກ່ອນ...​ໃນຄວາມ​ເປັນ​ຊາຍ​ຊາດ​ທະຫານ​ ຕ້ອງ​ມີ​ພາລະ​ໜ້າ​ທີ່ເປັນ​
ທະຫານ​ປົກ​ປ້ອງ​ປະ​ເທດໃຫ້​ເຖິງ​ທີ່​ສຸດ ເນື້ອ​ໃນ​ຂອງ​ເພງ ​ກໍ​ແມ່ນວ່າ ຮ່າງກາຍ​ທີ່​ໄຮ້​
ວິນ​ຍານ​ຂອງຂ້າພະ​ເຈົ້າ ​ຈຶ່ງ​ໄດ້​ຖືກ​ນຳມາ​ຍັງ​ສະຖານ​ທີ່​ແຫ່ນີ້ ທີ່​ເອີ້ນ​ວ່າ Arlington
ຊຶ່ງ​ເປັນ​ສຸສານ​ແຫ່ງ​ຊາດ...​ຟັງ​ແລ້ວ​ນ້ຳ​ຕາ​ຊຶມ...

​ວັນນະ​ສອນ​ ພ້ອມ​ດ້ວຍ​ຄະນະ VOA ຂໍ​ສົ່ງ​ແຮງ​ໃຈ​ແລະ​ຂໍ​ກ່າວ​ຄໍາ​ວ່າ ຂອບ​ໃຈ​ແລະ​
ຮູ້​ບຸນຄຸນ ມາ​ຍັງ​ບັນດາ​ທະຫານ​ທັງ​ຍິງ​ແລະ​ຊາຍ ຜູ້​ທີ່​ກໍາລັງ​ດໍາ​ເນີນ​ແລະ​ສືບຕໍ່​ໃນ​
ສະໝໍລະພູມ​ສູ້​ລົບ​ຢູ່​ໃນ​ຂະນະ​ນີ້. ຂໍ​ໃຫ້​ສິ່ງ​ສັກສິດ​ຢູ່​ໃນ​ສາກົນ​ລະ​ໂລກນີ້ ຈົ່ງ​ໄດ້ປົກ​
ປ້ອງແລະ​ຄຸ້ມ​ຄອງພວກ​ທ່ານ ​ຈຶ່ງຂໍ​ມອບເພງ​ທີ່​ມີ​ຄວາມ​ໝາຍນີ້ ​ໃຫ້​ແກ່ພວກ​ທະຫານ
ຫັງຫຼາຍ​ທັງ​ປວງ ພວກ​ຊຶ່ງ​ໄດ້​ມອບທຸກ​ສິ່ງ​ຢ່າງ​ໃຫ້​ປະ​ເທດຊາດ​ບ້ານ​ເມືອງ ແລະ​ເພງ​
ທີ່​ມີ​ຄວາມ​ໝາຍ​ດີອີກ​ເພງ​ນຶ່ງ​ແມ່ນ​ເພງ ​“Unknown ​Soldier” ທີ່​ຂັບ​ຮ້ອງໂດຍ
Jeff Moor ຊຶ່ງເປັນ​ທີ່​ມາ​ຂອງຂຸມ​ຝັ່ງ​ສົບ ​ນິ​ລະ​ນາມ ​ທີ່​ສຸສານ​ແຫ່ງ​ຊາດ Arlington ​
ຊຶ່ງ​ປະທານາທິບໍດີ​ສະຫະລັດ​ຈະ​ຕ້ອງນຳ​ເອົາ​ພວກ​ມາ​ໄປ​ຄຳ​ນັບ ເພາະ​ເປັນ​ຂີດ​ໝາຍ
​ຂອງ​ການ​ໃຫ້​ກຽດ​ແລະ​ຮູ້​ບຸນ​ຄຸນ ເພື່ອສັນລະເສີນ ສະດຸດີ ລະລຶ​ກ​ເຖິງ ແລະຂອບໃຈ
ສຳ​ລັບຢາດ​ເລືອດ ເຫື່ອແຮງງານ, ຄວາມມີນໍ້າໃຈ ຂອງພວກເພິ່ນທີ່ເສຍສະລະ ທັງຫຼາຍ
​ທັງ​ປວງ ຮວມ​ທັງ​ພວກ​ທີ່​ມີ​ຊື່​ສຽງ​ລຽງ​ນາມ ​ແລະ​ພວກວິລະ​ບຸລຸດນິລະນາມ​ທີ່ເປັນຮົ້ວ
ປ້ອງກັນຊາດ ທີ່ນໍາເອົາສັນຕິສຸກ ​ແລະ​ເສລິພາບ​ມາ​ ສູ່​ປະຊາຊົນ ​ແລະ​ຜືນ​ແຜ່ນດິນນີ້
ອາ​ເມ​ຣິ​ກາ.

XS
SM
MD
LG