ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

What Lovers Do - Maroon 5 ທີ່​ຮ້ອງ​ປະສານ​ກັບ SZA


ນັກຮ້ອງນຳຂອງວົງ Maroon 5 - Adam Levine ສະແດງ
ສົດໃນລາຍການ "Today" show ຂອງຕາໜ່າງ NBC ໃນວັນສຸກ, 29 ມິຖຸນາ, 2012 ໃນນະຄອນ New York. (ພາບຈາກ Charles Sykes/Invision/AP)
ນັກຮ້ອງນຳຂອງວົງ Maroon 5 - Adam Levine ສະແດງ ສົດໃນລາຍການ "Today" show ຂອງຕາໜ່າງ NBC ໃນວັນສຸກ, 29 ມິຖຸນາ, 2012 ໃນນະຄອນ New York. (ພາບຈາກ Charles Sykes/Invision/AP)

ລາຍການສຽງເພງຈາກແດນໄກຂອງ VOA ຈະນຳສະເໜີເພງສາກົນໃຫ້ທ່ານຜູ້ຟັງ
ໄດ້ຮັບຟັງກັນ. ກະລຸນາເຂົ້າສູ່ລາຍການໄດ້.

ສະບາ​ຍດີ​ທຸກໆທ່ານ ກັບ​ມາ​ຟັງ​ເພງມ່ວນໆກັບ​ວັນນະ​ສອນ​ໃນ​ລາຍການ​ສຽງ​ເພງ
​ຈາກ​ແດນ​ໄກ​ຂອງ VOA ເຊັ່ນ​ເຄີຍ ​ໃນທຸກໆ​ຄໍ່າ​ຄືນ​ວັນ​ອາທິດ ຟັງ​ເພງ​ໄປ ຜ່ອນຄາຍ​
ອາລົມ​ໄປ​…​ເປັນ​ຈັ່ງ​ໃດ​ລະຫຼັງ​ຈາກ​ທີ່​ທາງ​ເຮົາ ​ໄດ້​ເປີດ​ເພງ​ລາວຂອງໜຸ່ມ​ເສຣີ​ໃຫ້​
ທ່ານ​ຜູ້​ຟັງ​ໄປ​ແລ້ວ ຫວັງ​ວ່າ ຄົງ​ຈະ​ຖືກ​ໃຈ ​ສຳ​ຫຼັບ​ຄ່ຳ​ຄືນ​ນີ້ ​ເຮົາ​ມາ​ຟັງ​ເພງ​ສາກົນ​ກັນ​
ກ່ອນ ຂໍ​ເລີ່​ມດ້ວຍທີ່​ມີ​ທຳນອງໜ້າ​ຮັກ​ແລະ​ມ່ວນໆ ຊຶ່ງ​ຈະຖືກ​ໃຈ​ໄວ​ຮຸ່ນ​ເປັນ​ແ​ນ່​ແທ້
​ເປັນ​ເພງ​ຂອງ Maroon 5 ທີ່​ຮ້ອງ​ປະສານ​ກັບ SZA ​ໃນ​ບົດ​ເພງ What Lovers Do.

​ສ່ວນເພງຕໍ່​ໄປ​ນີ້​ແມ່ນ​ເພງ Just Give Me A Reason - Pink feat Nate
Ruess
​ເປັນ​ເພງ​ທີ່​ມີ​ຄວາມໝາຍວ່າ ຂໍ​ໃຫ້ຫາ​ເຫດຜົນມາ​ໃຫ້​ຂ້ອຍຟັງ​ແດ່ ​ແລ້ວຂ້ອຍ
​ກໍ​ຈະ​ໄດ້​ຮຽນ​ຮູ້​ຫຼາຍ​ຢ່າງຈາກ​ບົດຮຽນທີ່​ຂ້ອຍ​ອົກ​ຫັກ​ທັງຫຼາຍ​ນີ້ ​ເພື່ອ​ຂ້ອຍ​ຈະ​ໄດ້​ກັບ​ຄືນ
​ມາ​ຮັກ​ອີກ​ຄັ້ງ​ນຶ່ງ. ຫວັງ​ວ່າ​ທ່ານ​ຜູ້​ຟັງ ຄົງ​ໄດ້​ຟັງ​ໄປ​ຮ້ອງ​ໄປ ​ແລະ​ຮຽນ​ພາສາ​ອັງກິດໄປ
ນຳ​ອີກ.

ສ່ວນ​ເພງ Life In A River Town ຂອງ Chris Webb ນີ້ ກໍ​ເປັນ​ອີກ​ເພງ​ນຶ່ງ​ທີ່​ໄດ້
​ບັນ​ລະ​ຍາຍ​ເຖິງ​ວິຖີ​ຊີວິດ​ຂອງ​ຊາວ​ອາເມຣິກັນ​ລູກ​ທົ່ງ...ຟັງ​ແລ້ວ​ຊຶ້ງ...ຂໍ​ອໍາ​ລາ​ທ່ານ
​ໄປ​ກ່ອນ​ແລະ​ຂໍ​ໃຫ້ນອນລັບຝັນດີ ແລະພົບກັນໃໝ່ໃນສັບປະດາໜ້າ.

XS
SM
MD
LG