ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບ້ານ​ນາ​ຜາ​ສຸກ - ມະນີ​ວັນ ວໍຣະວົງ (ຄາຣາໂອເກະ)


ມະນີວັນ ວໍຣະວົງ
ມະນີວັນ ວໍຣະວົງ

ສະບາຍດີ ​ວັນນະ​ສອນ ​ຈະ​ພາ​ທ່ານ​ຜູ້​ຟັງ​ຢ້ອນອະດີດ ກັບ​ໄປ
​ຟັງ​ເພງດັງ​ໃນ​ອະດີດ ບ້ານ​ນາ​ຜາ​ສຸກ ທີ່​ປະ​ພັນ​ໂດຍ ອ. ສ. ​ແສງສິຣິວັນ ​ແລະ​ຂັບ​ຮ້ອງ​ໂດຍ ສິນລະປິນ​ລຸ້ນອະວຸ​ໂສ ມະນີວັນ ວໍຣະວົງ ​ຊຶ່ງ​ຍິ່ງ​ນັບ​ວັນ ກໍ​ຍິ່ງ​ຫາ​ຟັງ​ໄດ້​ຍາກ​ແລ້ວ ຂໍ​ມອບເພງ​ໃຫ້​ທ່ານ​ຜູ້​ຟັງ​ໄດ້​ຟັງ​ກັນ ຂໍ​ຂອບ​ໃ​ຈ​ໃນ​ທຸກໆ​ແຮງໃຈ ທຸກໆຄຳ​ຕິ​ຊົມ​ທີ່​ພາກັນ
​ຂຽນ​ເຂົ້າ​ມາ​ແລະ​ຂຽນລົງ​ໃນ website ຂອງ VOA. ວັນນະ​ສອນ​ ກໍອະທິບາຍ​ໃນ​ຂໍ້ຄວາມ​ຂຽນ​ໄວ້​ວ່າວັນນະສອນ ຫຼິ້ນ​ສຽງ​ເກີນ​ໄປ ບໍ່​ເປັນ​ທຳ​ມະ​ຊາດ, ສ່ວນ ​ວັນນະ​ສອນ​ນັ້ນມີ​ຄວາມ​ຄິດ​ແບບ​ນີ້​ທີ່​ວ່າ ຖ້າ​ຈະ​ຕ້ອງ​ເວົ້າ​ພາສາ​ໃດ​ນັ້ນ ​ກໍ​ຕ້ອງ​ອອກ​ໃຫ້​ມັນ​ຖືກຕ້ອງ ອີກ​ປະການ​ນຶ່ງ ຕອນ​ທີ່​ສະໄໝວັນນະ​ສອນ​ຮຽນ ສຳນຽງ​ການ​ເວົ້າ​ຕ້ອງ​ຈະ​ແຈ້ງ​ ຕົວຢ່າງ​ເຊັ່ນ “ຂວາ” ບໍ່​ແມ່ນ​ອ່ານ “ຂົວ” ​ແລະຄຳ​ວ່າ “ດາຣາ” ບໍ່​ແມ່ນ “ດາລາ” ຊຶ່ງ​ບໍ່​ມີ​ຄວາມ​ໝາຍ​ໃດເລີຍ​ຂະໜາດ​ນີ້ ວັນນະສອນ ​ເວົ້າ​ສຳນຽງ​ຫຼວງ​ພະ​ບາງ​ຍັງ​ບໍ່​ຖືກ​ໝົດ​ຕົວຢ່າງ​ໄມ້ມ້ວນ ​ໄມ້ມາຍ ເປັນຕົ້ນ ​ພ້ອມນີ້ ວັນນະ​ສອນ​ວ່າເກີດ​ມາ​ກະ​ເວົ້າ​ແບບ​ນີ້​ແລ້ວ ຖ້າ​ຕ້ອງ​ອອກ​ສຳນຽງ​ໃຫ້​ເປັນ​ລາວ​ຫຼາຍ​ນັ້ນ ກໍ​ຄົງ​ຕ້ອງ​ຝືນ​ຕົວ​ເອງ ​ແລ​ະ​ກໍ​ບໍ່​ເປັນ​ທຳ​ມະ​ຊາດ​ແລ້ວລະ ແລະ​ຍິ່ງ​ຕອນ​ອ່ານ​ຂ່າວ​ສົດໆ ກໍຄົງ ຕ້ອງປ່ອຍ​ເພາະວ່າ ສຳນຽງ​ແບບ​ໃດ ກໍ​ເປັນ​ແບບນັ້ນ ຈະ​ມາ​ນັ່ງ​ຕັ້ງໜ້າ ຕັ້ງ​ຕາອອກ​ສຳນຽງ​ທີ່​ບໍ່​ເປັນ​ຕົວ​ເອງ​ນີ້ ກໍ​ຄົງບໍ່​ງ່າຍ ຄົງ​ເຮັດ​ໄດ້​ດ້າມ​ເທື່ອ​ສອງ​ເທື່ອ ​ເພາະ​ໃນ​ທີ່​ສຸດຕົວ​ເອງ​ ກໍ​ອອກ​ມາ​ເປັນ​ຕົວ​ເອງ​ຢູ່ດີ ຂໍ​ຂອບ​ໃຈ​ແລະ​ກໍ​ຈະ​ພະຍາຍາມ​ໃຫ້​ດີ​ຂຶ້ນ. ຈັ່ງ​ໃດກໍຕາມ ຂໍ​ຂອບ​ໃຈອີກ​ຄັ້ງ​ນຶ່ງ​ແລະທີ່​ສຳຄັນ​ໄປ​ກວ່າ​ນັ້ນ ກໍ​ຄື ຕ້ອງ​ຮັກແພງ​ກັນ​ໄວ້​ຄື​ເກົ່າ.

ຂໍຈັດ​ເພງ​ ເມືອງ​ລາວ ທີ່​ຮ້ອງ​ໂດຍ ​ແດງ ຈຳ​ພອນ ສິນລະປິນ​ສາວ​ລາວ ຈາກອອສ​ເຕຣ​ເລຍ ຊຶຶ່ງ​ເພງ​ນີ້ເປັນ​ສະບັບ Master ຢູ່ ລໍຖ້າການຈັດ​ທຳ​ເປັນ CD ແລະ music video ຈຶ່ງ​ອອກ​ພ້ອມໆ​ກັນ ຊຶ່ງກະວ່າຈະອອກວາງຕະຫຼາດ ໃນເດືອນມິຖຸນາຈະມາເຖິງນີ້​…ແຟນແພງຂອງແດງ ຈຳ​ພອນ ກໍຕ້ອງລໍຖ້າເພາະອີກບໍ່ດົນ ກໍຄົງຈະໄປເປັນເຈົ້າຂອງ
album ຊຸດນີ້ແລ້ວ. ຕອນນີ້ຟັງເພງກັບລາຍການສຽງເພງຈາກແດນໄກຂອງ VOA ໄປກ່ອນ.

ຂໍມອບເພງສຸດທ້າຍນີ້ ສຸດທ້າຍ ທີ່ມີຄວາມໝາຍດີອີກເພງນຶ່ງທີ່ຂັບຮ້ອງໂດຍຂອງສິນ
ລະປິນ ນັກດົນຕີແລະນັກຮ້ອງຄົນເກັ່ງຈາກ ການາດາ ໃນບົດເພງ ບ້ານເກີດເຮົາ ພົບກັນໃໝ່ໃນສັບປະດາໜ້າ.
XS
SM
MD
LG