ສບາຍດີແລະກັບມາພົບກັນເຊັ່ນເຄີຍໃນລາຍການສຽງເພງຈາກແດນໄກຊ່ວງລະດູບານໃໝ່
ໃນນະຄອນຫຼວງວໍຊີງຕັນ ອາກາດແມ່ນວ່າສົດໄສແດດຈ້າດີມີດອກໄມ້ບານສະພັ້ງເຕັມໄປໝົດ ໂດຍສະເພາະບັນດາດອກສະກຸຣະ ຊຶ່ງເປັນສັນຍາລັກຂອງຍີ່ປຸ່ນທີ່ມອບໃຫ້ສະຫະລັດ ພາກັນແຂ່ງຂັນກັນອອກດອກ ມາກມາຍບານເຕັມຕົ້ນຈົນວ່າບໍ່ຈົ່ງໃບໃຫ້ເຫັນເລີຍແລະປິດ
ບັງຕົ້ນໄປໝົດ ວັນນະສອນ ກໍຈະອອກໄປເກັບພາບງາມໆມາຝາກທ່ານຜູ້ຟັງທີ່ຄອຍຕິດຕາມ
ຮັບຟັງລາຍການຂອງ VOA ສຳຫຼັບຄ່ຳຄືນນີ້ ວັນນະສອນມີເພງໃໝ່ໆ ທີ່ທາງເຮົາຫາກໍໄດ້ຮັບສົດໆຮ້ອນໆ ເພາະສິນລະປິນສາວ ແໝ່ມ ພາວະດີ ຫາກໍສົ່ງເພງຊຸດໃໝ່ມາໃຫ້ແຟນລາຍ
ການສຽງເພງຈາກແດນໄກ ໄດ້ຮັບຟັງກັນ ເປັນເພງທີ່ມີເນື້ອຫາທີ່ຖືກໃຈບ່າວແກ່...ຂໍເຊີນ
ທຸກໆມ່ວນກັບເພງນີ້ “ມັກບ່າວແກ່.”
ເພງຕໍ່ໄປນີ້ ມາຈາກນັກຮ້ອງສາວລາວ ນົກ ແກ້ມຫອມ ຈາກລັດ TN ທີ່ສົ່ງເພງຊຸດໃໝ່ນີ້
ມາໃຫ້ ຊຶ່ງກໍມີຫຼາຍໆເພງທີ່ໜ້າຟັງ ວັນນະສອນ ຂໍຈັດມອບເພງທີ່ຫວານໆ ໃຫ້ແກ່ບັນດາແຟນເພງຂອງ VOA ຂໍເຊີນທ່ານໄປຟັງພ້ອມໆກັນເລີຍ.....ໃນບົດເພງ ສົ່ງຮັກ.
ຈັ່ງໃດກໍໄດ້ຟັງເພງຂອງແໝ່ມ ພາວະດີ ໄປແລ້ວວັນນະສອນ ຂໍມອບເພງມ່ວນໆຂອງຜູ້ກ່ຽວໃຫ້ຟັງຕື່ມອີກເພງນຶ່ງແໝ່ມ ພາວະດີ ກໍເປັນສິນລະປິນຜູ້ນຶ່ງທີ່ໄດ້ເຂົ້າມາມີບົດບາດໃນປະຊາຄົມລາວໃນຫຼາຍລັດຂອງສະຫະລັດ ທາງເຮົາກໍຕ້ອງຂໍສັນລະເສີນແລະຊ່ອຍເປັນກຳລັງໃຈໃຫ້ບັນດາສິນລະປິນລາວໃນຕ່າງແດນ ທຸກໆທ່ານເລີຍ ຂໍໃຫ້ໂອກາດສ້າງຜົນງານໃໝ່ໆ ອອກມາສູ່ສາຍຕາຊາວລາວໃນທົ່ວໂລກອີກ ຕາບບນານເທົ່ານານ. ເອົາຂໍເຊີນທຸກໆທ່ານມາຮ່ວມມ່ວນຊື່ນ ຟ້ອນລຳນຳກັນໃນເພງທີ່ສະນຸກສະໜານນີ້ ຂອງແໝ່ມ ພາວະດີໃນບົດເພງ “ຍາພໍ່.” ຂໍໃຫ້ທຸກໆທ່ານ ນອນຫຼັບຝັນຫວານ ແລະພົບກັນໃໝ່ໃນສັບປະດາໜ້າ.