ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມາລີ​ຈັນ​ສຸກ - ໂທລະ​ສັບ


ມາລີ​ຈັນ​ສຸກ
ມາລີ​ຈັນ​ສຸກ
ສະບາຍດີ ທ່ານ​ແຟນລາຍການ​ທຸກ​ໆທ່ານ ຊ່ວງ​ນີ້​ອາກາດ​ຂ້ອນ​
ຂ້າງ​ເຢັນ ມີ​ຝົນຕົກ​ໜັກ​ໃນ​ລາວ ​ແລະ​ໂຣກ​ໄຂ້​ເລື​ອດ​ອອກ​ກໍກໍາ
​ລັງ​ແຜ່​ລະບາດ​ຢູ່ ​ໃນ​ຂະນະ​ນີ້ ກໍ​ຂໍ​ໃຫ້​ດູ​ແລ​ສຸກຂະພາບ ຢ່າ​ໄດ້​
ເຈັບໄດ້ໄຂ້ນອນ​ຢູ່​ບ້ານ ໝີ​ຝົນ​ແລະ​ຟັງ​ເພງ​ລາວມ່ວນໆ ກັບວັນ
ນະ​ສອນ​ດີກ​ວ່າ ຊຶ່ງ​ເປັນ​ຜົນງານ​ເພງ​ຊຸດ​ໃໝ່ ທີ່​ມາລີ​ຈັນ​ສຸກ ຫາ​
ກໍ​ສົ່ງ​ມາ​ໃຫ້ ພໍ​ຮູ້​ວ່າ ວັນນະ​ສອນ​ໄດ້​ນໍາ​ສະ​ເໜີ​ຜົນງານ​ເພງ​ເດັ່ນ
ຂອງ ມາລີ​ຈັນ​ສຸກ ​ໄປ​ໃນອາທິດ​ແລ້ວ​ນີ້ ກໍ​ເລີຍສົ່ງ​ເພງ​ໃໝ່ມາ​ໃຫ້
ເປັນ​ບົດ​ປະພັນຂອງ ກິ​ວົງ ທີ່​ເປັນ​ທັງ​ສິນລະປິນ ນັກ​ແຕ່ງ​ເພງ
ນັກດົນຕີ ຄົນ​ເກັ່ງ​ຈາກຝຣັ່ງ ​ເອົາ​ມາ​ຟັງ​ເພງ​ພ້ອມໆ​ກັນ​ເລີຍ​ເນາະ
​ເພື່ອ​ວ່າ…ຫຼັງ​ຈາກ​ທີ່​ໄດ້​ຍິນເພງ​ນີ້ ວັນນະ​ສອນ​ ສົງ​ໄສວ່າຄົງ​ມີ
​ຫຼາຍໆ​ທ່ານ ຍົກ​ຫູ​ໂທລະສັບ ​ໂທ​ຫາ​ໃຜ​ບາງ​ຄົນ ກໍ​ອາດ​ເປັນໄປ
ໄດ້ ເພງ​ນີ້​ມີ​ຊື່ວ່າ … ​ໂທລະ​ສັບ​.
ລິງໂດຍກົງ



ອ້າຍ​ນິນ​ທອງ ​ແສງ​ສະຫວັດ ຜູ້​ຟັງ​ລາຍການ​ປະ​ຈໍາ ຂໍ​ຟັງ​ເພງ ກ. ​ແກ້ວ​ກໍາພ້າ ຈະ​ເປັນ​ເພງ
​ໃດກໍ​ໄດ້​ວ່າ​ຊັ້ນ. ​ແຕ່​ວັນນະ​ສອນ​ຕ້ອງ​ຂໍອະ​ໄພ​ຕັ້ງ​ແຕ່​ເກີດ​ມາ ວັນນະ​ສອນ​ກະ​ໄດ້​ຍິນ​ແຕ່​ຊື່​
ສິນລະປິນທ່ານນີ້ ແຕ່​ບໍ່​ເຄີຍ​ໄດ້​ຟັງ​ຜົນງານເພງຂອງເພິ່ນຈັກ​ເທື່ອ ຕ້ອງ​ຂໍ​ໂທດ​ຂໍ​ໂພຍນໍາ​
ຫຼາຍໆ ຈຶ່ງຂໍ​ຈັດ​ເພງ​ຂອງ ກ. ວິ​ເສດ ​ໃຫ້​ແທນກໍ​ແລ້ວ​ກັນ ຄົງ​ຖືກ​ໃຈ​ແນ່ນອນໃນ​ບົດ​ເພງ
“ປາ​ແດກ​ກົ້ນ​ໄຫ.”
please wait

No media source currently available

0:00 0:03:43 0:00
ລິງໂດຍກົງ


ເພງ​ສຸດ​ທ້າຍ​ນີ້ ຂໍ​ຈັດ​ມອບ​ໃຫ້​ຜູ້​ຟັງ​ຊື່ ຄໍາ​ພອນ ທີ່​ຂຽນ​ບອກມາວ່າ ​ໄດ້​ລົງທະບຽນ​ຮັບ​
ຂ່າວສານ​ຈາກ VOA ​ໄດ້ 3 ​ເດືອນ​ກວ່າໆ​ແລ້ວ ຂຽນ​ມາ​ຂອບ​ໃຈ​ແລະ​ຫວັງວ່າ ຄົງ​ໄດ້​ຮັບ​ຂ່າວ
VOA ​ເປັນ​ປົກກະຕິ ຊຶ່ງ​ວັນນະ​ສອນຮັບປະກັນ​ໄດ້​ເລີຍ ທ່ານ​ສົມ​ພອນ ຈະ​ໄດ້​ຮັບ​ທຸກໆ​ມື້​ເລີຍ
ຈາກ​ນີ້​ໄປ​ໜ້າ ​ແລະ​ຂໍ​ມອບ​ເພງ​ຫວານ​ຂອງ​ສິນລະປິນ​ລາວ ອຸດອນ ວົງ​ສີ ​ໃນ​ອອສ​ເຕ​ຣເລຍ​
ໃຫ້​ຟັງແທນ​ຄໍາ​ຂອບ​ໃຈ ທີ່​ເປັນ​ແຟນກັນ​ຢ່າງ​ໜຽວ​ແໜ້ນ.
​ຂໍ​ໃຫ້​ຜູ້​ຟັງຈົ່ງ​ນອນລັບ​ຝັນ​ດີ ດັ່ງ​ເພງ​ນີ້…“ຝັນ​ດີ​ທີ່​ຮັກ”
ລິງໂດຍກົງ
XS
SM
MD
LG