ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເພງ​ Someone Else Calling You Baby ຂັບ​ຮ້ອງ​ໂດຍ Luke Bryan


ລຸ​ຄ ໄບ​ຣ​ເອັນ (Luke Bryan)
ລຸ​ຄ ໄບ​ຣ​ເອັນ (Luke Bryan)

ໃນຄ່ຳ​ຄືນນີ້​ ວັນນະ​ສອນ ຈະມາກ່ອມອາລົມທ່ານຜູ້ຟັງ ດ້ວຍເພງ​ລູກ​ທົ່ງ​ສາ​ກົນແບບ
classic​ ​ແລະແນວເພງອື່ນໆ ນຳ​ດ້ວຍ. ຂໍ​ເຊີນຮັບ​ຟັງ​ເພງ​ດັ່ງກ່າວ ​ໃນລາຍການສຽງ ເພງຈາກແດນໄກຂອງວີ​ໂອ​ເອ ໄດ້ນະ​ບັດ​ນີ້.

ສະບາຍ​ດີທຸກໆ​ທ່ານ​ ​ເປັນ​ຈັ່ງ​ໃດ​ລະ ຫວັງ​ວ່າ​ສັບປະດາ​ທີ​ແລ້ວ​ນີ້ ວັນນະ​ສອນ ​ໄດ້​ຈັດ​
ເພງ​ທີ່​ຖືກ​ໃຈ​ທ່ານ​ຜູ້​ຟັງ​ເໜາະ ເພາະວ່າມັນເພງຕາມ​ຄຳ​ຂໍ​ຂອງທ່ານ ​ແລະ​ກໍ​ຫວັງ​ວ່າ
ຄັ້ງ​ຕໍ່​ໄປ ວັນນະ​ສອນ ຈະ​ໄດ້​ມີ​ໂອກາດ ຈັດ​ເພງ​ທີ່ຖືກ​ໃຈ​ທ່ານ​ຜູ້​ຟັງ​ທີ່​ຂຽນເຂົ້າ​ມາອີກ.
ມື້ນີ້ເຮົາຈະຂໍ​ເລີ້ມ​ດ້ວຍ​ເພງທີ່​ໜ້າ​ຮັກ ຂອງ Luke Bryan ທີ່​ມີຄວາມ​ໝາຍ​ໃນ​ພາສາ
​ລາວ​ວ່າ ຄົນ​ອື່ນ​ເອີ້ນ​ເຈົ້າ​ວ່າ​ທີ່​ຮັກ ທີ່​ແປ​ມາ​ຈາກ​ຊື່​ຂອງ​ເພງ​ນີ້ Someone Else
Calling You Baby
. ​ເອົາ​ມາ​ຟັງ​ພ້ອມ​ກັນ​ເລີຍເໜາະ.

ເປັນຈັ່ງໃດ ມ່ວນບໍ່ ຫວັງ​ວ່າ​ຄົງຖືກ​ໃຈບໍ່​ຫຼາຍກໍໜ້ອຍ​ ແຖມຍັງຈະຊັກ​ຊວນ​ໃຫ້​ທ່ານຫວນ​
ຄິດເຖິງ​ອະດີດນຳ. ​ເອົາ​ບັດນີ້ ​ມາ​ຟັງ​ເພງ​ຂອງ Michael Bublee ​ໃນ​ບົດ​ເພງ Home
ທີ່​ມີ​ຄວາມ​ໝາຍວ່າ...​ເຖິງ​ແມ່ນ​ວ່າ ຈະ​ເປັນ​ສິນລະປິນ ນັກ​ຮ້ອງ​ທີ່​ມີ​ຊື່​ສຽງ​ ມີ​ຜູ້​ຄົນ​ຕິດຕາມ
​ເປັນ​ແສນ​ເປັນ​ລ້ານກໍ​ຕາມ ​ແຕ່​ກໍ​ຍັງ​ຮູ້ສຶກ​ງຽບ​ເຫງົາ​ ດຽວ​ດາຍ ປຽບກັບ​ວ່າ​ຂ້ອຍ​ໄດ້​ໃຊ້
​ຊີວິດ​ເປັນ​ຂອງ​ຄົນ​ອື່ນ ບໍ່​ແມ່ນ​ຊີວິດ​ຂ້ອຍເອງ ​ເຖິງ​ຈະ​ແມ່ນ​ຢູ່​ປາຣີ ຫຼື ນະຄອນ​ໂຣມ
ກໍຕາມ ຂ້ອຍ​ກໍ​ຍັງ​ບໍ່​ມ່ວນ​ໃຈ ​ເຝົ້າ​ຫ່ວງຫາ​ອາທອນ ຄິດ​ຮອດ​ເຈົ້າ ຜູ້​ຢູ່​ທາງ​ບ້ານ​ພຸ້ນ...
ຈຶ່ງ​ມີ​ຄຳ​ຮ້ອງໃນ​ວັກ​ສຸດ​ທ້າຍວ່າ​... I’ve my run, baby I am done; I gotta go
home. Let me go home. It will be all right. I’ll be home tonight; I’m
coming back home. ​
ເອົາ​ທ່ານ​ຜູ້​ຟັງ ລອງ​ແປ​ເປັນ​ພາສາ​ລາວ ​ແລ້ວ​ຂຽນ​ກັບ​ມາ
ບ​ອກ​ແດ່ ວ່າ ມີ​ເນື້ອ​ໃນ​ໃຈຄວາມ​ວ່າ​ຈັ່ງ​ໃດ...​ແລະ​ວ່າ​ເພງ​ນີ້​ຊຶ້ງກິນ​ໃຈບໍ່?​

​ມື້ນີ້ຂໍ​ອຳ​ລາ​ທ່ານ​ຜູ້​ຟັງໄປ ​ດ້ວຍ​ເພງ​ດັງ​ໃນ​ອະດີດ ​ແລະ​ຄິດ​ວ່າ ຫຼາຍໆ ທ່ານ ​ຄົງ​ຈະ​ມີ​
ຄວາມ​ຮູ້ສຶກ​ແບບ​ດຽວ​ກັນ...ຄິດ​ຮອດ​ເພງ​ດັງ ​ໃນ​ຊຸ​ມປີ 1980-90 ພຸ້ນ ​ແລະ​ວ່າ ​
ເພງ Careless Whisper ​ຈະເຮັດ​ໃຫ້​ທ່ານ​ສະດຸ້​ງ​ໃຈ​ ​ເພາະ​ຟັງ​ແລ້ວພາ​ໃຫ້​ຄິດ​ເຖິງ
​ອະດີດ ​ເພງ​ນີ້​ເປັນ​ຜົນງານ​ເພງ​ຂອງ​ມື້​ລາງ George Michael ທີ່​ໄດ້​ອຳ​ລາ​ພາ​ຈາກ​
ພວກ​ເຮົາໄປ​ແລ້ວ ຖິ້ມ​ໄວ້​ແຕ່​ຄວາມ​ຊົງ​ຈຳ ​ແລະ​ບົດ​ເພງ​ປະ​ທັບ​ໃຈ ​ໃຫ້​ພວກ​ເຮົາ ​
ໄດ້​ຄິດ​ຮອດ. ຂໍໃຫ້ທຸກທ່ານນອນຫຼັບຝັນຫວານ ພົບ​ກັນ​ໃໝ່​ໃນ​ສັບ​ປະດາ​ໜ້າ.

XS
SM
MD
LG