ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມະລີຈັນສຸກ: ຫຼວງພຣະບາງເມື່ອຍາມແລງ


ມາລີຈັນສຸກ
ມາລີຈັນສຸກ

ສະບາຍດີ ບັນດາແຟນໆເພງ ທີ່ຮັກແພງ ລາຍການສຽງເພງຈາກແດນໄກຂອງ VOA ໃນແລງວັນອາທິດທໍາອິດ ເດືອນທັນວານີ້ ວັນນະສອນຈະມາຈັດເພງໃຫ້ບັນດາທ່ານແຟນລາຍການທີ່ໄດ້ຂໍມາ ຜ່ານທາງ Facebook ຈະມີເພງທີ່ທ່ານຂໍມາຫຼືບໍ່ນັ້ນ ເຊີນເຂົ້າພິສູດດ້ວຍຕົວທ່ານເອງນະບັດນີ້.

ສະບາຍດີທຸກໆແລະ ອີກບໍ່ດົນກໍຈະໝົດປີແລ້ວ ຫວັງວ່າທ່ານ
ຜູ້ຟັງຄົງໄດ້ກະທໍາແຕ່ສິ່ງດີງາມ ຕາມື້ໄດ່້ຕັ້ງໃຈໄວ້ໃນຕົ້ນປີພຸ້ນ
ອາກາດ​ໃນ Washingotn DC ກໍ​ເລີ່​ມໜາວ​ແລ້ວ ​ແຕ່​ຍັງ​ບໍ່​ທັນ
​ມີ​ຫິມມະ​ຕົກ​ເທື່ອ​ຄໍ່​ຄືນ​ນີ້​ວັນນະ​ສອນຂໍຕອບຈ.ມ. ແຟນລາຍ
ການກ່ອນ ເພາະຕິດຄ້າງມາຕັ້ງໄວ້ດົນແລ້ວບໍ່ແມ່ນຫຼົງລືມເຈົ້າ
ແຕ່ມີລາຍການນັ້ນນີ້ມາຂັ້ນເລື້ອຍໆເພາະວ່າມີຫຍັງໃໝ່ໆ
ເພງດັງເພງດີຢູ່ໃສກະສັນຫາມາຈັດໃຫ້ຟັງ ເອົາຂໍມອບເພງ
ຫຼວງພຣະບາງເມື່ອຍາມແລງ ທີ່ປະພັນໂດຍ ເຈົ້າຄໍາຜາຍ
ກຸນລະວຸດ ຈາກ Belgium ທີ່ໄຫ້ ມະລີຈັນສຸກ ສິນລະປິນສາວ
ສຽງອໍາມະຕະຈາກຜຣັ່ງມາຂັບຮ້ອງ ຈັດມອບໃຫ້ ຜູ້ຟັງຊື່
ວັນທອງ ກັນຫາວົງ ທີ່ຂໍຟັງເພງມາແລະວ່າ ຈະເປັນເພງ
ຫຍັງກະໄດ້ ຂໍໃຫ້ກ່ຽວຂ້ອງກັບ ຫຼວງພຣະບາງ ວ່າຊັ້ນ.
ເອົາຂໍມອບເພງນີ້ໃຫ້ແກ່ຜູ້ຟັງທຸກໆທ່ານ ທີ່ພົວພັນກ່ຽວຂ້ອງ
ແລະມັກຮັກ ຫຼວງພຣະບາງເມືອງມໍລະດົກໂລກແຫ່ງນີ້.

ເພງ: "ຫຼວງພຣະບາງເມື່ອຍາມແລງ" ຂັບຮ້ອງໂດຍ ມະລີຈັນສຸກ

ເພງຕໍ່ໄປນີ້ ຂໍຈັດເພງໃຫ້ແຟນລາຍການນ້ອງໃໝ່ ເພາະຂຽນຂໍເພງຜ່ານມາທາງ Facebook
“ນ້ອຍ ພູທອນ ເພັດສີທອງ” ຈາກສະຫວັນນະເຂດ ສປປ ລາວ ທີ່ຂຽນຂໍຟັງເພງ ສະຫວັນ
ບ້ານເຮົາແຕ່ໜ້າເສຍດາຍ ທາງເຮົາບໍ່ມີເພງນີ້ ຈຶ່ງຂໍມອບເພງ ສະຫວັນແດນຮັກ ໃຫ້ແທນ
ຊຶ່ງເປັນເພງດັງອໍາມະຕະຂອງລາວ ທີ່ອາຈານ ສ. ແສງສິຣິວັນໄດ້ປະພັນໄວ້ ແລະກໍມີນັກ
ຮ້ອງຫຼາຍໆທ່ານໄດ້ນໍາຂຶ້ນມາຂັບຮ້ອງ ແຕ່ຄັ້ງນີ້ເປັນຂອງນັກຮ້ອງໜຸ່ມ ດວງ ດາຣາພອນ
ຄົງຈະຖືກໃຈຂອງນ້ອຍ ພູທອນ ແລະຜູ້ ຟັງຈາກສະຫວັນນະເຂດທຸກໆທ່ານ.
ເພງ: “ສະຫວັນແດນຮັກ” ຂັບຮ້ອງໂດຍ ດວງ ດາຣາພອນ

ເພງສຸດທ້າຍນີ້ ວັນນະສອນ ຂໍຈັດມອບໃຫ້ ປາງ ລັດໂຍທາ ຕາມຊື່ໃນ facebook
ທີ່ຂໍຟັງເພງມາ ແລະທີ່ສໍາຄັນໄປກວ່ານັ້ນ ວັນນະສອນຂໍຈັດໃອບໃຫ້ທຸກໆຄົນທີ່ສືບ
ສາຍເລືອດລາວມາ ເປັນບົດເພງຂອງຄະນະແມ່ຂອງຂຽວຈາກຝຣັ່ງ ຊຶ່ງໄດ້ນັກສິນລະປິນ
ສາວ ເຕ ສັກດາ ເປັນຜູ້ຂັບຮ້ອງ ສັງວ່າເພງແຜນດິນລາວນີ້ ຄົງຈະພາໃຫ້ຫຼາຍໆທ່ານ
ພາກພູມໃຈໃນຄວາມີອະຣິຍະທັມອັນສູງສົ່ງຂອງແຜ່ນດິນຜືນນີ້.

ເພງ: “ແຜ່ນດິນລາວ” ຂັບຮ້ອງໂດຍ ເຕ ສັກດາ
XS
SM
MD
LG