ສະບາຍດີທຸກໆທ່ານກັບມາພົບກັນອີກຕາມເຄີຍເໜາະ ໃນລາຍການສຽງເພງຈາກ
ແດນໄກຂອງ VOA. ເຮົາຫວັງວ່າທ່ານຜູ້ຟັງ ຄົງໄດ້ບັນລຸເປົ້າໝາຍຂອງປີ 2017
ທີ່ທ່ານໄດ້ຕັ້ງໄວ້ແລ້ວ ເພາະວ່າອີກບໍໍ່ເທົ່າໃດສັບປະດາ ປີນີ້ກໍຈະໝົດໄປແລ້ວ.
ເອົາ...ມາຮັບຟັງເພງສາກົນມ່ວນໆກັບວັນນະສອນກ່ອນ ເພື່ອຜ່ອນຄາຍ ຫຼັງຈາກທີ່
ໄດ້ເຮັດວຽກເຮັດການມາໝົດສັບປະດາແລ້ວ. ຫວັງວ່າເພງຂອງ Ellie Goulding
ຄົງຈະເປັນອີກເພງນຶ່ງ ທີ່ປະທັບໃຈທ່ານຜູ້ຟັງ ທັງນ້ຳສຽງແລະຄວາມໝາຍຂອງເພງນີ້
ທີ່ແປເປັນພາສາລາວຢ່າງຫຍໍ້ໆວ່າ: ຮັກຂ້ອຍແບບທີ່ເຈົ້າຮັກ...ແບບວ່າ ເຈົ້າຄືກາງຄືນ
...ເຈົ້າຂອງສີຂອງເລືອດຂ້ອຍ...ເຈົ້າເປັນທັງຄວາມເຈັບປວດ ແລະເປັນທັງຢາຮັກສາ
ເຈົ້າເປັນທັງຄວາມຢ້ານກົວ ຕ່າງໆນາໆ...ເອົາລະ ເຮົາຂໍມອບເພງນີ້ ໃຫ້ແກ່ຄູ່ຮັກທຸກໆຄູ່
ທີ່ກຳລັງມີຄວາມຫວານຊື່ນກັນ ຢູ່ໃນຂະນະນີ້. ເອື້ອຍວັນນະສອນ ຂໍເປັນກຳລັງໃຈໃຫ້
ແລະຂໍໃຫ້ຮັກກັນຕໍ່ໄປໃຫ້ນານໆ...ດັ່ງຄວາມໝາຍທັງໝົດຂອງເພງນີ້...Love Me Like
You Do.
ສ່ວນເພງ My Favorite Part of You ທີ່ຂັບຮ້ອງໂດຍ Charlie Wilson ຕໍ່ໄປນີ້
ຈັດໃຫ້ທ່ານຜູ້ຟັງ ທີ່ມີຄົນຮັກ. ຂໍໃຫ້ທ່ານບອກກັບຄົນຮັກຂອງທ່ານເລື້ອຍໆ ເຖິງສ່ວນທີ່ດີ
ສ່ວນທີ່ວິເສດ ແລະສ່ວນທີ່ສວຍງາມ ຂອງຄົນຮັກຂອງທ່ານ ເພາະການທີ່ກ່າວຊົມກັນ
ເຖິງເລື່ອງສວຍໆງາມໆນັ້ນ ກໍຈະນຳຮອຍຍິ້ມແລະສຽງຫົວມາສູ່ທ່ານ ທັງຄົນຊົມ
ແລະຜູ້ຖືກຊົມ. ເອົາ ຂໍເຊີນມາຟັງພ້ອມໆກັນເລີຍ ວ່າຈະມ່ວນສໍ່າໃດ ແລະວ່າ ເພງນີ້
ຈະຖືກຈັດໃຫ້ເປັນເພງຫວານໆຂອງປີ 2017 ໄດ້ບໍ່.
ເພງ Too Good At Goodbyes ຂອງນັກຮ້ອງສຽງທີ່ມີຄຸນນະພາບຈາກປະເທດຜູ້ດີ
ອັງກິດ Sam Smith ນີ້ ຕິດອັນດັບ Top Ten ຢູ່ໃນສະຫະລັດ ແລະວ່າ ຫຼາຍໆທ່ານ
ຄົງຈະມັກເພງນີ້ແບບວັນນະສອນ ເຊັ່ນກັນ ຂໍໃຫ້ທຸກໆທ່ານ ຈົ່ງນອນລັບຝັນຫວານ
ພົບກັນໃໝ່ໃນສັບປະດາໜ້າ.
ເບິ່ງຄວາມເຫັນ (1)
ໂຫລດຄວາມເຫັນ ຕື່ມອີກ