ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂໍແນະນຳຜົນງານເພງດັງໃນອະດີດ ເພງ ສະຫວັນແດນຮັກ ຂັບຮ້ອງໂດຍ ຊາລີ ສິດທິຊຸມພອນ


ຊາລີ ສິດທິຊຸມພອນ
ຊາລີ ສິດທິຊຸມພອນ

ສະບາຍດີທຸກໆ​ທ່ານ ​ວັນນະ​ສອນດີ​ໃຈ ​ທີ່​ໄດ້​ກັບ​ມາ​ພົບ​ແຟນໆ​ເພງ ​ໃນລາຍການ​ສຽງ​ເພງ
​ຈາກ​ແດນ​ໄກຂອງ VOA ​ໃນ​ທຸກໆ​ແລງ​ວັນ​ອາທິດ. ​ໃນໄລຍະ​ຫຼັງໆ​ນີ້ ​ບໍ່​ເຫັນ​ທ່ານ​ຜູ້​ຟັງ​
ຂຽນເຂົ້າ​ມາ​ຖາມ​ໄຖ່​ສະບາຍດີ​ກັນ​ເລີຍ ແຕ່ເຖິງຢ່າງ​ໃດກໍ​ຕາມ ກໍ​ຫວັງ​ວ່າ ທ່ານ​ຜູ້​ຟັງກໍຍັງ
ຮັບ​ຟັງເພງ​ທີ່​ວັນນະ​ສອນ ຈັດ​ໃຫ້​ຢູ່ເໜາະ ມື້ນີ້ເຮົາຂໍ​ເລີ່​ມດ້ວຍ​ເພງ​ຂອງ​ສິນລະ​ປິນສຽງ​
ຄຸນ​ນະພາ​ບ ສິດທິ​ພອນ ສຸວັນນະ​ສຸກ ​ທີ່​ມີ​ຜົນງານ​ອອກ​ມາ​ໃຫ້​ພວກ​ເຮົາ​ຮັບ​ຟັງ​ກັນ
​ເລື້ອຍໆ ເພງ​ປິດສະໜາ​ໃຈ ຊ່າງ​ເໝາະ​ກັບ​ບັນຍາກາດ​ແບບ​ນີ້...ທີ່​ອາກາດ​ຄ້ອນ​ຂ້າງ
ໜາວ​ເຢັນ​ແບບ​ນີ້…ຟັງ​ເພງ​ໄປ ຄິດ​ຮອດ​ຄົນ​ຮັກ​ໄປ.

ວັນນະ​ສອນ​ຕັ້ງ​ໃຈວ່າຈະ​ຝາກ​ຄວາມ​ຮັກ ຄວາມ​ຄິດ​ເຖິງ ​ແລະຄວາມ​ຫ່ວງຫາ​ອາທອນ​
ມາ​ກັບ​ສຽງ​ເພງ​ນີ້…ຄື້ນຂອງ​ຄວາມ​ຄິດ​ເຖິງ ​ເປັນ​ຜົນງານ​ສິນລະປິນສາວ​ແຖວ​ໜ້າ​ຂອງ
​ວົງ​ການ​ເພງ​ລາວ ອາ​ລຸ​ນາ ຖາວອນ​ສຸກ ແລະ​ກໍ​ຫວັງ​ວ່າ ອາ​ລຸ​ນາ ຈະ​ມີ​ຜົນງານ​ເພງ​
ຊຸດ​ໃໝ່​ມາ​ໃຫ້​ພວກ​ເຮົາ ​ໄດ້​ຮັບຟັງ​ກັນ​ອີກ. ​ເອົາ​ມາຟັງ​ພ້ອມໆ​ກັນ​ເລີຍ.

ພ້ອມ​ນີ້ ຂໍ​ຝາກ​ເພງ ສະຫັວນແດນ​ຮັກ ​ທີ່​ປະພັນ​ໂດຍ​ອາຈານ ສ. ​ແສງ​ສິຣິວັນ ຊຶ່ງ​ເພງ ​
ດັ່ງກ່າວ​ເປັນ​ທີ່​ນິຍົມ​ກັນ​ຫຼາຍ​ໃນ​ໝູ່​ສິນລະປິນ ທີ່​ໄດ້ພາກັນ​ນຳມາ​ຂັບ​ຮ້ອງ ສ່ວນ​ສະບັບ​ນີ້​
ເປັນ​ຂອງ​ສິນລະປິນ​ລາວ-ອາ​ເມຣິກັນ ຈາກ​ລັດ ​ເນ​ວາດາ ຊາລີ ສິດທິຊຸມພອນ ຊຶ່ງຜູ້ກ່ຽວ
ກໍ​ເປັນ​ນຶ່ງສິນລະປິນ ຂອງວົງລາວ​ເວ​ກັສ​ ຄອຍ​ສະໜັບສະໜຸນ ອູ້​ມຊູ​ປະຊາ​ຄົມ​ລາວ​
ໃນ​ນະຄອນລັສ​ເວ​ກັສ ທາງ​ເຮົາ​ຈຶ່ງຂໍສັນລະ​ເສີນ​ແລະ​ໃຫ້​ສືບ​ທອດ​ວັດທະນະທຳ
ການ​ດົນຕີ​ຂອງ​ລາວ​ໃຫ້​ຄົງ​ຢູ່​ກັບ​ລູກ​ຫຼານ​ລາວ ຕໍ່ໆ​ໄປ. ເພງສະຫັວນແດນ​ຮັກ​ ​ເປັນ​ເພງ
​ທີ່ມີ​ຄວາມ​ໝາຍ ກິນ​ໃ​ຈ ທັງ​ເນື້ອ​ຮ້ອງ​ແລະ​ທຳນອງ ບໍ່​ວ່າຈະ​ແມ່ນ​ສິນລະປິນ​ທ່ານ​ໃດ
​ນຳ​ມາຂັບ​ຮ້ອງ​ກໍ​ຕາມ ​ແຕ່​ຄວາມ​ຫວານຂອງ​ເພງ​ຍັງປະ​ທັບໃຈ​ແລະມ່ວນ​ຊື່ນ ສະ​ເໝີມາ
ຊຶ່ງຟັງຍາມໃດ ກໍເຄີບ​ຕາມ​ເພງ​ໄປ ຢ່າ​ລືມ​ກັບ​ມາ​ຟັງ​ເພງ​ມ່ວນໆ​ກັບ​ພວກເຮົາ​ອີກ ຂໍ​ໃຫ້​
ທຸກໆທ່ານຈົ່ງນອນ​ຫຼັບຝັນ​ດີ ພົບ​ກັນ​ໃໝ່​ໃນສັບປະດາໜ້າ.

XS
SM
MD
LG