ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເພງ ອ້າຍ​ອາດ​ມາ​ຊ້າ ຂັບ​ຮ້ອງ​ໂດຍ ​ວໍ​ຣະ​ເດດ ດິ​​ດທະ​ວົງ


ວໍ​ລະ​ເດດ ດິ​​ດທະ​ວົງ
ວໍ​ລະ​ເດດ ດິ​​ດທະ​ວົງ

ໃນ​ຄ່ຳ​ຄືນ​ວັນ​ອາທິດ​ມື້​ນີ້ ທາງລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ​ວີ​ໂອ​ເອ ​ມື້​ນີ້ແມ່ນ​ເຖິງ
​ເວ​ລາ​ທີ່​ຈະ​ຫຼິ້ນ​ເພງ​ລາວ​ແລ້ວ ຢ່າ​ລໍ​ຊ້າ​ເລີຍ ຂໍ​ເຊີນ​ທ່ານ​ຜູ້​ຟັງ​ເຂົ້າ​ໄປ​ຟັງ​ພ້ອມໆ​ກັນ​ເລີຍ
ແລະວ່າ ວັນ​ນະ​ສອນ ໄດ້​ຈັດ​ເພງ​ໃດ​ໄວ້​ກ່ອມ​ທ່ານ​ແດ່​ນັ້ນກະ​ລຸ​ນາ​ເຂົ້າ​ໄປ​ຮັບ​ຟັງພ້ອມໆ
​ກັນ​ເລີຍ​.

ສະບາຍດີແຟນ​ລາຍ​ການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງວີ​ໂອ​ເອ ​ໄດ້​ມາ​ຈັດ​ເພງ​ລາວ
ໃຫ້​ທ່ານ​ຜູ້​ຟັງ​ໄດ້​ຮັບ​ຟັງ​ກັນ ເພງທີ່​ຫາ​ກໍ​ຈົບ​ລົງ​ໄປ​ນັ້ນ ​ແມ່ນ​ເພງ ອ້າຍ​ອາດ​ມາ​ຊ້າ
ຂອງ​ວໍ​ລະ​ເດດ ດິດທະ​ວົງ ຈັດ​ໃຫ້​ທ່ານ​ຜູ້​ຟັງ​ທີ່ໃ​ຊ້​ຊື່ ຫວັງ​ດີ ທີ່​ຂຽນ​ເຂົ້າ​ມາ​ທາງ​ໜ້າ
website ຂອງ​ເຮົາ​ທີ່ບອກ​ມາ​ວ່າ ເພງ​ທີ່ອອກ​ອາ​ກາດ​ໄປຄັ້ງ​ກ່ອນ​ນີ້ ໃຊ້​ຊື່​ຜິດ...
ແນ່ນອນ​ລະ​ ເພາະ​ວ່າ​ທ່ານ​ຫວັງ​ດີ ຈາກ​ຍີ່​ປຸ່ນ ເປັນ​ແຟນ​ແພງ​ຂອງ ​ວໍ​ລະ​ເດດ
ດິດທະ​ວົງ
ຂະ​ໜານ​ແທ້ ຈຶ່ງ​ໄດ້​ຈັດ​ເພງ​ນີ້ ເພື່ອ​ມອບ​ໃຫ້ແທນຄຳ​ຂອບ​ໃຈ ແລະ​ກໍ
​ຫວັງ​ວ່າ ທ່ານ​ຫວັງ​ດີ ຄົງ​ຈະ​ໄດ້​ມີ​ໂອ​ກາດ​ຂຽນ​ເຂົ້າ​ມາ​ຫາ​ທາງ​ເຮົາ ແລະ​ຕິດ​ຕາມ
​ຮັບ​ຟັງ​ວີ​ໂອ​ເອ ​ຕະ​ຫຼອດ​ໄປ.

ຫຼາຍໆທ່ານ​ຄົງ​ຈະ​ຄິດ​ເຖິງ​ສິນ​ລະ​ປິນ​ສຽງ​ດີ​ທ່ານ​ນີ້ ຜູ້​ຊຶ່ງ​ເປັນ​ສິນ​ລະ​ປິນຕົ້ນສະ​ບັບຂັບ
​ຮ້ອງ​ເພງ ຄົງ​ເຊ​ໂດນ​ທີ່​ຮັກ, ແຕ່​ຄັ້ງ​ນີ້ ມາ​ລີ​ຈັນ​ສຸກ ຈະມາກ່ອມ​ທ່ານ​ຜູ້​ຟັງ ອົກ​ຫັກ ຊຶ່ງເປັນ
​ບົດ​ປະ​ພັນ​ໂດຍ​ອາ​ຈານ​ສົມ​ລິດ ໄຊ​ຍະ​ບຸນ​ຊູ ເອົາ​ໄປ​ຟັງ​ເພງ ເສິກ​ທາງ​ໃຈ ພ້ອມໆ​ກັນ​
ເລີຍ…​ຂໍ​ປິດ​ທ້າຍ​ລາຍ​ການ​ດ້ວຍ​ເພງ​ມ່ວນໆ ເພງ​ດັງ​ໃນ​ອະ​ດີດທີ່​ປະ​ພັນ​ໂດຍ ອາ​ຈານ
ປ. ຕ​ຣີ​ຈັນ
ແລະ​ຂັ​ບ​ຮ້ອງ​ໂດຍ ອຸ​ດອນ ວົງ​ສີ ໃນ​ບົດ​ເພງສາວນາ​ຊ​າຍ​ທອງ ເພື່ອ​ຈັດ​ມອບ​
ໃຫ້ທ່ານ​ຜູ້​ຟັງທີ່​ໜ້າ​ຮັກ​ຂອງວີ​ໂອ​ເອ ພ້ອມ​ດຽວ​ກັນກັບທ່ານຄໍາມ່ວນ ສີວິໄລ ຜູ້​ຟັງທີ່​ຂຽນ
​ເຂົ້າ​ມາ​ຫາລາຍ​ການ​ສຽງ​ເພງ​ຈາກ​ແດນ​ໄກ ທີ່ບອກ​ມາ​ວ່າ ມັກ​ຟັງ​ລາຍ​ການ​ສຽງ​ເພງ​ຈາກ
​ແດນ​ໄກ ວ່າຊັ້ນ ໂດຍ​ສະ​ເພາະ​ເພງ​ລາວ​ເກົ່າໆ ຊຶ່ງ​ນັບ​ມື້ກໍ​ນັບ​ຫາ​ຟັງໄດ້​ຍ​າ​ກ​ນັ້ນ ໂອ​ກາດ​
ໜ້າ​ວັນ​ນະ​ສອນ​ຈະ​ໝັ້ນ​ຫາ​ເພງ​ລາວ ມ່ວນໆ ມາ​ສະ​ເໜີ​ທ່ານ​ຜູ້​ຟັງ​ອີກ ກະ​ລຸ​ນາຄອຍ​ຕິດ​
ຕາມ ຂໍ​ໃຫ້​ທຸກໆ​ທ່ານນອນ​ຫຼັບ​ຝັນ​ດີ ແລະ​ພົບ​ກັນ​ໃໝ່ໃນ​ສັບ​ປະ​ດາ​ໜ້າ.

XS
SM
MD
LG